ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງ ແລະ ມອບຮັບໜ້າທີ່ຫົວໜ້າການທະຫານ
ແລະ ຫົວໜ້າການເມືອງກອງບັນຊາການທະຫານແຂວງວຽງຈັນຜູ້ໃໝ


ພົນຕີ ປະລິນຍາເອກ ທອງລອຍ ສີລິວົງ ເປັນປະທານພິທີປະກາດແຕ່ງຕັ້ງ ແລະ
ມອບຮັບໜ້າທີ່ຫົວໜ້າການທະຫານ ແລະ ຫົວໜ້າການເມືອງກອງບັນຊາການທະຫານແຂວງວຽງຈັນ

     ໃນວັນທີ 13 ກຸມພາ 2019 ນີ້, ກອງບັນຊາການທະຫານແຂວງວຽງຈັນ, ໄດ້ຈັດພິທີປະກາດແຕ່ງຕັ້ງ ແລະ ມອບຮັບໜ້າທີ່ຫົວໜ້າການທະຫານ ແລະ ຫົວໜ້າການ
ເມືອງກອງບັນຊາການທະຫານແຂວງວຽງຈັນຜູ້ໃໝ່ ແລະ ຫົວໜ້າຫ້ອງພະລາທິການ ແລະ ມອບ-ຮັບໜ້າທີ່ລະຫວ່າງຫົວໜ້າການທະຫານຜູ້ເກົ່າ ແລະ ຜູ້ໃໝ່, ຫົວໜ້າການ
ເມືອງຜູ້ເກົ່າ ແລະ ຜູ້ໃໝ່ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປະລິນຍາເອກ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະ
ເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ວີດົງ ໄຊຍະສອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆວຽງຈັນ, ມີ ສະຫາຍ ພົນຕີ ສີດາລໍ່ ຈົ່ງ
ເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ອະດີດຫົວໜ້າການທະຫານກອງບັນຊາການທະຫານແຂວງວຽງຈັນ, ມີຄະນະປະຈຳພັກແຂວງ, ກໍາມະການພັກ
ແຂວງ, ຕາງໜ້າຈາກກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ, ແຂກຖືກເຊີນ ແລະ ກົມກອງອ້ອມຂ້າງເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ສອນເຫຼົາ ໄຊຍະບຸດ ຫົວໜ້າກົມພະນັກງານກົມໃຫຍ່ການເມືອງກອງທັບ, ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 489/ນຍ
ລົງວັນທີ 20 ທັນວາ 2018 ວ່າດ້ວຍການແຕ່ງຕັ້ງຫົວໜ້າການເມືອງກອງບັນຊາການທະຫານແຂວງວຽງຈັນ, ໂດຍແຕ່ງຕັ້ງສະຫາຍ ພັນເອກ ຄໍາເຄນ ອຸດຕະມາ ຄະນະປະ
ຈໍາພັກ, ຫົວໜ້າຫ້ອງພະລາທິການ ເປັນຫົວໜ້າການເມືອງຜູ້ໃໝ່ຂອງກອງບັນຊາການທະຫານແຂວງ, ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 3961/ກປທ,
ລົງວັນທີ 23 ພະຈິກ 2018, ວ່າດ້ວຍການແຕ່ງຕັ້ງສະຫາຍ ພັນໂທ ບຸນຜອງ ບຸດທະວົງ ເປັນຮອງຮັບຜິດຊອບວຽກງານພະລາທິການ ທັງເປັນຫົວໜ້າຫ້ອງພະລາທິການ
ທະຫານແຂວງວຽງຈັນ, ແຕ່ງຕັ້ງສະຫາຍ ພັນໂທ ແນ່ ມະນີວົງ ເປັນຮອງຫົວໜ້າຫ້ອງພະລາທິການທະຫານແຂວງວຽງຈັນ, ແຕ່ງຕັ້ງສະຫາຍ ພັນຕີ ອ່ຽນ ອຸສະພອນ ເປັນ
ຫົວໜ້າພະແນກການເງິນ, ແຕ່ງຕັ້ງສະຫາຍ ພັນຕີ ວຽງໄຊ ວັນນະປະເສີດ ເປັນຮອງຫົວໜ້າພະແນກການເງິນ, ຈາກນັ້ນ ສະຫາຍ ອຸ່ນແສງ ແກ້ວດາວັນ ຄະນະປະຈໍາພັກ
ແຂວງ ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະນະປະຈໍາພັກແຂວງ, ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກກອງບັນຊາການທະຫານແຂວງວຽງ
ຈັນ, ໂດຍແມ່ນ ສະຫາຍ ພົນຈັດຕະວາ ບຸນມາ ວົງດາລາແສນ ກໍາມະການພັກແຂວງ, ຫົວໜ້າການທະຫານ ເປັນເລຂາຄະນະພັກ, ສະຫາຍ ພັນເອກ ຄໍາເຄນ ອຸດຕະມາ
ຫົວໜ້າການເມືອງ ເປັນຮອງເລຂາຄະນະພັກ, ສະຫາຍ ພັນໂທ ບຸນຜອງ ບຸດທະວົງ ຫົວໜ້າຫ້ອງພະລາທິການ ເປັນຄະນະປະຈໍາພັກກອງບັນຊາການ, ຈາກນັ້ນ ສະຫາຍ
ພົນຕີ ສີດາລໍ່ ຈົ່ງເຕັ່ງເຈ້ຍຊ້າ ໃນນາມອະດີດຫົວໜ້າການທະຫານກອງບັນຊາການທະຫານແຂວງວຽງຈັນ ກໍໄດ້ຂຶ້ນລາຍງານສະພາບໂດຍຫຍໍ້ກ່ຽວກັບພາລະບົດບາດ,
ໜ້າທີ່ຂອງກອງບັນຊາການທະຫານແຂວງວຽງຈັນ ແລະ ແຈ້ງສະພາບການເຄື່ອນໄຫວຊີ້ນຳ-ນໍາພາຕະຫຼອດໄລຍະຜ່ານມາ ເຊິ່ງກອງບັນຊາການທະຫານແຂວງໄດ້ເຮັດສຳ
ເລັດໜ້າທີ່ໃນການເປັນເສນາທິການໃຫ້ແກ່ແຂວງວຽງຈັນເຮັດໃຫ້ສະພາບທົ່ວແຂວງວຽງຈັນມີຄວາມສະຫງົບຕະຫຼອດມາ, ຈາກນັ້ນ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັ່ງເຈ້ຍ
ຊ້າ ຫົວໜ້າການທະຫານຜູ້ເກົ່າ ແລະ ສະຫາຍ ພົນຈັດຕະວາ ບຸນມາ ວົງດາລາແສນ ຫົວໜ້າການທະຫານຜູ້ໃໝ່, ພ້ອມທັງຫົວໜ້າການເມືອງຜູ້ໃໝ່, ຫົວໜ້າຫ້ອງພະລາທິ
ການຜູ້ໃໝ່ກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ.

     ໃນໂອກາດນີ້, ສະຫາຍ ພົນຕີ ປະລິນຍາເອກ ທອງລອຍ ສີລິວົງ ໄດ້ເປັນກຽດໂອ້ລົມຕໍ່ພິທີ ໂດຍສະຫາຍໄດ້ຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງຍົກສູງ
ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ສືບຕໍ່ປົກປັກຮັກສາ ແລະ
ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ ສຸມທຸກເຫື່ອແຮງສະຕິປັນຍາຂອງຕົນເຂົ້າໃນການປັບປຸງກໍ່ສ້າງກອງທັບ ກໍຄືປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່
ຢຸດຢັ້ງ.