ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດຊຸດບຳລຸງວຽກງານກໍ່ສ້າງຮາກຖານການເມືອງທົ່ວ​ກອງທັບ ຊຸດທີ X


     ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ (ວປກ) ໄດ້ຈັດຕັ້ງພິທີປິດຊຸດບຳລຸງວຽກງານກໍ່ສ້າງຮາກຖານການເມືອງ ຊຸດທີ X ສົກປີ 2019-2020 ໃນວັນທີ 11
ກຸມພາ ນີ້. ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ກຳມະການ ຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າ ການເມືອງ ວປກ. ເຊິ່ງມີຜູ້ຕາງໜ້າ
ຈາກກົມກໍ່ສ້າງຮາກຖານ. ກົມໂຮງຮຽນ, ພ້ອມດ້ວຍ ຄະນະພັກ-ຄະນະອຳນວຍການ, ຄະນະວິຊາຄູ, ຄະນະຮັບຜິດຊອບນັກສືກສາ ແລະ ນັກສືກສາກໍ່ສ້າງຮາກຖານການ
ເມືອງຊຸດທີ X ເຂົ້າຮ່ວມ.

     ສະຫາຍ ພັນເອກ ປອ ຂວັນມີ່ງ ບິດາສັກ ຮອງຫົວໜ້າ ກົມອົບຮົມ-ກໍ່ສ້າງ ໃຫ້ຮູ້ວ່າ: ຊຸດບຳລຸງ ດັ່ງກ່າວນີ້ມີນັກສຶກສາທັງໝົດ 30 ສະຫາຍ, ຊັ້ນພັນໂທ 3 ສະ ຫາຍ,
ພັນຕີ 16 ສະຫາຍ ແລະ ຮ້ອຍເອກ 11 ສະຫາຍ. ຜ່ານການກວດກາສອບເສັງ ແລະ ຂຽນບົດເກັບກ່ຽວນັກສຶກສາ ສາມາດກຳແໜ້ນຄຳສັ່ງແນະນຳ, ຄວາມໝາຍຄວາມ
ສຳຄັນບາດກ້າວ, ຂັ້ນຕອນ, ການເກັບກຳຂໍ້ມູນ, ວິໄຈຂໍ້ມູນ ແລະ ຂຽນໂຄງ ການໃນການກໍ່ສ້າງຮາກຖານການເມືອງ, ຮັບຮູ້ເຂົ້າໃຈພາລະບົດບາດ, ສິດ, ໜ້າທີ່, ລະບຽບ
ວິໄນຂອງພະນັກງານກໍ່ສ້າງຮາກ ຖານການເມືອງ, ພ້ອມທັງເຊື່ອມຊຶມ ແລະ ກຳແໜ້ນເອກະສານຕ່າງໆ ທີ່ກ່ຽວພັນກັບວຽກງານກໍ່ສ້າງຮາກຖານການເມືອງ ຈຳນວນ 32
ເອກະສານ. ກຳໄດ້ຢ່າງຖືກຕ້ອງກ່ຽວກັບລຳດັບບາດກ້າວ, ວິທີການຂອງການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງຢູ່ຮາກຖານ, ທັງໄດ້ເຜີຍແຜ່ຄວາມຮູ້ໃຫ້ພໍ່
ແມ່ປະຊາຊົນ, ອົງການຈັດຕັ້ງບ້ານ, ຮັບຮູ້ ແລະ ເຂົ້າໃຈຕໍ່ການສ້າງ ຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ຕໍ່ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ,
ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ຂົງເຂດວຽກງານອື່ນໆ ທີ່ກ່ຽວຂ້ອງຈາກຄວາມຮັບຮູ້ທາງດ້ານທິດສະດີຫຼັກການ
ທີ່ກ່າວມານັ້ນສາມາດສະຫຼຸບຜົນການກວດກາ, ສອບເສັງປະຈຳວິຊາ, ບົດເກັບກ່ຽວ ແລະ ສອບເສັງຈົບຊັ້ນຄື ຄະແນນ ເກຼດ A ມີ 5 ສະຫາຍ , ເກຼດ B+ ມີ 7 ສະຫາຍ,
ເກຼດ B ມີ 9 ສະຫາຍ, ເກຼດ C+ ມີ 8 ສະຫາຍ ແລະ ເກຼດ C ມີ1 ສະຫາຍ.

     ນອກຈາກນີ້, ຊຸດບຳລຸງດັ່ງກ່າວຍັງໄດ້ເຂົ້າຮ່ວມທຸກໆຂະບວນການເຄື່ອນໄຫວທີ່ທາງ ວປກ ກໍຄື ກະຊວງ ວາງອອກຢ່າງເຕັມເມັດເຕັມໜ່ວຍ, ທັງຍັງໄດ້ອຸປະຖຳວັດ
ຖຸປັດໄຈຈຳນວນໜຶ່ງໃຫ້ ບັນດາກົມກອງຮາກຖານ ແລະ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເປັນຈຳນວນ 5.400.000 ກີບ.

     ໂອກາດນີ້, ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ໄດ້ມີຄຳເຫັນໂອ້ລົມເຊິ່ງ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ, ຕີລາຄາສູງຕໍ່ຜົນສຳເລັດທີ່ຍາດມາໄດ້ ແລະ ທັງ
ເນັ້ນໜັກໃຫ້ແຕ່ລະ ສະຫາຍ ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຫຼັກໝັ້ນການເມືອງໜັກແໜັ້ນ, ສະແຫວງຫາຄວາມຮູ້ດ້ວຍຫຼາຍຮູບການ, ເສີມຂະຫຍາຍບົດບາດເປັນ
ເສນາທິການທີ່ມີຄຸນນະພາບໃຫ້ແກ່ ຄະນະພັກ-ຄະນະບັນຊາ, ຖືສຳຄັນໃນການເຮັດວຽກງານດ້ວຍຄວາມໂປ່ງໃສ ແລະ ຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນ-
ພາຍນອກ ເພື່ອພ້ອມກັນເຮັດໃຫ້ກົມກອງປະສົບຜົນສຳເລັດ.