ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຄະນະອານຸກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍ
ຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 1/2017 ອັດລົງດ້ວຍຜົນສຳເລັດ

     ກອງປະຊຸມຄະນະອານຸກໍາມະການຮ່ວມມືຮັກສາຄວາມສະຫົງບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 1/2017 (56) ໄດ້ຈັດຂຶ້ນໃນລະ
ຫວ່າງວັນທີ 8-11 ມີນາ 2017 ທີ່ແຂວງຫຼວງພະບາງ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນ
ຈັດຕະວາ ສີພັນ ພຸດທະວົງ, ຫົວໜ້າກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບ, ປະທານຄະນະອານຸກໍາມະການຮ່ວມມື ຮັກສາຄວາມສະ
ຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທ, ເປັນປະທານຮ່ວມຝ່າຍລາວ ແລະຄະນະອານຸກຳມະການຝ່າຍໄທນໍາໂດຍ ທ່ານ ພົນໂທ ຄຳຣົນ ເຄຣືອ
ວິດຊະຍາຈານ, ເຈົ້າກົມກິດຈະການຊາຍແດນທະຫານ, ປະທານຄະນະອານຸກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ
ໄທ-ລາວ, ເປັນປະທານຮ່ວມຝ່າຍໄທ ແລະມີຄະນະອານຸກຳມະການທັງສອງຝ່າຍເຂົ້າຮ່ວມ.

          
                       ປະທານທັງສອງຝ່າຍລົງນາມໃນບົດບັນທຶກກອງປະຊຸມຄະນະອານຸກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ I/2017 ( 56 )

     ກອງປະຊຸມຈະພ້ອມກັນປະຕິບັດຕາມຂໍ້ຕົກລົງ ວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງບໍລິເວນຊາຍແດນລະຫວ່າງລັດຖະບານແຫ່ງສາທາລະນະລັດ
ປະຊາທິປະໄຕ ປະຊາຊົນລາວ ກັບລັດຖະບານແຫ່ງ ຣາຊະອານາຈັກໄທ ເຊິ່ງສອງຝ່າຍໄດ້ລົງນາມຮ່ວມກັນທີ່ນະຄອນຫຼວງວຽງຈັນ ໃນວັນທີ 17 ທັນວາ
2015 ໃຫ້ເປັນຮູບປະທຳຕົວຈິງ ແລະສະແດງຄວາມຍິນດີຕໍ່ຜົນສຳເລັດຂອງກອງປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມ
ຊາຍແດນທົ່ວໄປລາວ-ໄທ ຄັ້ງທີ 23 ທີ່ບາງກອກ, ຣາຊະອານາຈັກໄທ ໃນລະຫວ່າງວັນທີ 23-26 ມັງກອນ 2017. ພ້ອມກັນນັ້ນທັງສອງຝ່າຍເຫັນດີ
ນຳເອົາເນື້ອໃນບົດບັນທຶກດັ່ງກ່າວໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ.

     ພ້ອມກັນນັ້ນທັງສອງຝ່າຍຍັງເຫັນດີເປັນເອກະພາບກັນຈະສຶບຕໍ່ກໍານົດແນວທາງ ແລະມາດຕະການທີ່ ເໝາະສົມໃນການສົ່ງເສີມການຮ່ວມມືຮັກສາ
ຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທ, ສືບຕໍ່ເພີ່ມທະວີສ້າງສາຍພົວພັນການຮ່ວມມືທີ່ດີຕໍ່ກັນຖານບ້ານໃກ້ເຮືອນຄຽງທີ່ດີ ເປັນຄູ່ຮ່ວມມືທີ່ດີ
ເປັນຕົ້ນແມ່ນຈະສືບຕໍ່ການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະກັນ ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ແລະຄະນະຜູ້ ແທນຂັ້ນຕ່າງໆຂອງ
ສອງກອງທັບ, ສືບຕໍ່ການແລກປ່ຽນຂໍ້ມູນຂ່າວສານ, ຮ່ວມມືກັນຕ້ານການກໍ່ອາສະຍາກໍາຂ້າມຊາດ ແລະກຸ່ມຄົນທີ່ບໍ່ຫວັງດີຕໍ່ສາຍພົວພັນ ລາວ-ໄທ, ການ
ຄ້າມະນຸດ, ການຄ້າຢາເສບຕິດ ແລະການລັກລອບຄ້າຂາຍສິ່ງທີ່ຜິດກົດໝາຍອື່ນໆ, ສະກັດກັ້ນບັນຫາຄົນເຂົ້າ-ອອກເມືອງຜິດກົດໝາຍ ແລະບຸກຄົນສອງ
ສັນຊາດ, ການປ້ອງກັນຕະຝັ່ງເຈື່ອນ, ການແກ້ໄຂບັນຫາດູດຫີນ-ຊາຍຕາມແມ່ນໍ້າຂອງ ແລະນໍ້າເຫືອງ.

     ພາຍຫຼັງທີ່ກອງປະຊຸມໄດ້ສໍາເລັດລົງດ້ວຍໝາກຜົນອັນຈົບງາມ ປະທານຮ່ວມທັງສອງຝ່າຍຍັງໄດ້ລົງນາມໃນບົດບັນທຶກ ກອງປະຊຸມຄະນະອານຸກໍາມະ
ການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທ ຄັ້ງທີ I/2017 ( 56 ) ເພື່ອຮັບຮອງເອົາຜົນຂອງກອງປະຊຸມໃນຄັ້ງນີ້ໄປຈັດ
ຕັ້ງປະຕິບັດໃຫ້ເປັນຮູບປະທໍາຕົວຈິງນັບມື້ນັບຫຼາຍຂຶ້ນ ແລະເພື່ອແນໃສ່ເຮັດໃຫ້ຊາຍແດນຂອງສອງປະເທດລາວ-ໄທ; ໄທ-ລາວ ກາຍເປັນຊາຍແດນແຫ່ງ
ສັນຕິພາບ, ມິດຕະພາບ, ການພັດທະນາ ແລະການຮ່ວມມືກັນຢ່າງແທ້ຈິງ.