ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະພັກອົງການຫ້ອງວ່າການກະຊວງປ້ອງກັນປະເທດສະຫຼຸບວຽກງານການນຳພາປີ 2018


ພົນຕີ ຄຳສີ ວົງຄຳຊາວ ເປັນປະທານກອງປະຊຸມສະຫຼຸບວຽກງານການນຳພາຂອງຄະນະພັກອົງການຫ້ອງວ່າການກະຊວງປ້ອງກັນປະເທດ ປະຈໍາປີ 2018

     ກອງປະຊຸມສະຫຼຸບວຽກງານການນຳພາຂອງຄະນະພັກອົງການຫ້ອງວ່າການກະຊວງປ້ອງກັນປະເທດ ປະຈໍາປີ 2018 ໄດ້ຈັດຂຶ້ນໃນວັນທີ 13 ມີນາ 2019 ນີ້, ຢູ່ທີ່
ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງສະຫາຍ ພົນຕີ ຄຳສີ ວົງຄຳຊາວ ກຳມະການຄະນະປະຈໍາພັກກະຊວງ, ຫົວໜ້າຫ້ອງວ່າການ
ກະຊວງປ້ອງກັນປະເທດ, ເລຂາຄະນະພັກຫ້ອງວ່າການກະຊວງ, ມີຄະນະພັກອົງການ-ຄະນະບັນຊາຈາກບັນດາຫົວໜ່ວຍລັດວິສາຫະກິດ ແລະ ບັນດາກົມກອງທີ່ຂຶ້ນກັບ
ຫ້ອງວ່າການກະຊວງປ້ອງກັນປະເທດ ເຂົ້າຮ່ວມ.

     ສະຫາຍ ພັນເອກ ສີສະຫວາດ ວັນເພັງ ຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຜ່ານບົດສະຫຼຸບວຽກງານການນຳພາຂອງອົງຄະນະພັກໃນ
1 ປີຜ່ານມາ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກບົນພື້ນຖານໄດ້ຈັດຕັ້ງປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍດ້ວຍ
ຄວາມຮັບຜິດຊອບສູງໃນພາລະບົດບາດທີ່ເປັນເສນາທິການໃຫ້ຂັ້ນເທິງດ້ວຍຄວາມທຸມເທຄວາມຕັດສິນໃຈສູງ ແລະ ມີຜົນສໍາເລັດເປັນຢ່າງດີ ໂດຍສະເພາະວຽກງານ
ຄົ້ນຄວ້າ-ສັງລວມ, ວຽກງານພົວພັນ-ຮ່ວມມືກັບຕ່າງປະເທດ, ວຽກງານກົດໝາຍ ແລະ ວຽກງານຄຸ້ມຄອງເສດຖະກິດ ແລະ ອື່ນໆ, ອັນພົ້ນເດັ່ນແມ່ນ ການຄົ້ນຄວ້າ
ເຊື່ອມຊຶມ ແລະ ຜັນຂະຫຍາຍບັນດາມະຕິຂອງຄະນະບໍລິຫານງານສູນກາງພັກ, ມະຕິ-ຄຳສັ່ງຂອງກົມການເມືອງສູນກາງພັກ ແລະ ທິດນຳຂອງຂັ້ນເທິງ, ສະຫຼຸບຕີລາຄາ
ບັນດາມະຕິສະໄໝທີ 4 ຂອງຄະນະພັກກະຊວງ, ສະຫຼຸບ ແລະ ວາງທິດທາງວຽກງານປ້ອງກັນຊາດໃນພິທີສຳຄັນຕ່າງໆ ແລະ ເອກະສານກ່ຽວກັບການສະເຫຼີມສະຫຼອງ
ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ເອົາໃຈໃສ່ການຄຸ້ມຄອງ ແລະ ປົກປັກຮັກສາເອກະສານຈາລະຈອນ-ຈັດສົ່ງເອກະສານເຂົ້າ-ອອກແມ່ນຮັບປະກັນວ່ອງ
ໄວ, ຮັກສາໄດ້ຄວາມລັບ ແລະ ສ້າງສໍານວນເອກະສານ ແລະ ອື່ນໆແມ່ນມີຜົນສໍາເລັດເປັນຢ່າງດີ. ດ້ານວຽກງານກໍ່ສ້າງພັກໄດ້ເອົາໃຈໃສ່ຊີ້ນໍາການປັບປຸງກໍ່ສ້າງພັກໃຫ້ມີ
ຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ທາງດ້ານການເມືອງແນວຄິດສ້າງໃຫ້ພະນັກງານ-ສະມາຊິກພັກມີຄຸນທາດການເມືອງໜັກແໜ້ນມີຄຸນສົມບັດສິນທໍາປະຕິວັດ
ມີສະຕິຕື່ນຕົວປະຕິບັດລະບຽບວິໄນຂອງກອງທັບຢ່າງເຂັ້ມງວດ ໃນປີຜ່ານມາ ມີ 21 ຫົວໜ່ວຍກົມກອງເປັນກອງປອດໃສ, ເຂັ້ມແຂງ, ໜັກແໜ້ນ ທຽບໃສ່ປີ 2017
ເພີ່ມຂຶ້ນ 2 ຫົວໜ່ວຍ. ນອກນັ້ນ ຍັງມີວຽກງານດ້ານອື່ນໆອີກເຫັນວ່າຄະນະພັກອົງການຫ້ອງວ່າການກະຊວງປ້ອງກັນປະເທດ ສາມາດເຮັດສໍາເລັດໜ້າທີ່ການເມືອງຂອງ
ຕົນຕະຫຼອດມາ.