ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງບັນຊາການທະຫານເຂດ 4 ກອງທັບ ປະຊາຊົນ ຫວຽດນາມ
ມອບອຸປະກອນ ຕ້ານພະຍາດ ໂຄວິດ-19 ໃຫ້ກອງທັບ ປະຊາຊົນ ລາວ

     ໃນວັນທີ 13 ພຶດສະພາ 2021 ນີ້ ຢູ່ທີ່ດ່ານສາກົນ ນໍ້າພ້າວ-ເກົາແຈ່ວ ໄດ້ມີພິທີມອບ-ຮັບ ອຸປະກອນການແພດ ລະຫວ່າງກອງບັນຊາການທະຫານ
ເຂດ 4 ກອງທັບ ປະຊາຊົນ ຫວຽດນາມ ແລະ ກອງທັບ ປະຊາຊົນ ລາວ ກ່າວມອບໂດຍ ສະຫາຍ ພົນຈັດຕະວາ ຮາ ເຕິ່ນ ຕຽນ ຮອງກອງບັນຊາການທະ
ຫານເຂດ 4 ກ່າວຮັບໂດຍ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຄະນະປະຈໍາພັກກະຊວງປ້ອງກັັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ມີ
ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

     ໂດຍອີງຕາມການຮ່ວມມືລະຫວ່າງສອງກອງທັບ ລາວ-ຫວງດນາມ ເພື່ອຊ່ວຍເຫຼືອປ້ອງກັນ ແລະ ສະກັດກັ້ນ ຕ້ານການແຜ່ລະບາດຂອງເຊື້ອພະຍາດ
ໂຄວິດ-19 ດັ່ງນັ້ນ ກອງບັນຊາການທະຫານເຂດ 4 ກອງທັບ ປະຊາຊົນ ຫວຽດນາມ ໄດ້ນໍາເອົາອຸປະກອນການແພດ ມາມອບໃຫ້ກອງທັບ ປະຊາຊົນ ລາວ
ປະກອບມີ: ຜົງໂຄຣລາມິນບີ 825 ກິໂລ, ເຄື່ອງນຸ່ງປ້ອງກັນພະຍາດ 600 ຊຸດ, ຜ້າອັດປາກ 4 ຊັ້ນ 102.000 ອັນ, ເຄື່ອງວັດແທກອຸນຫະພູມ 300 ອັນ
ແລະ ນໍ້າຢາຂ້າເຊື້ອ 3.000 ກ່ອງລວມມູນຄ່າ 1 ຕື້ດົງ ແລະ ເງິນສົດ 1 ຕື້ດົງສະກຸນເງິນຫວຽດນາມ. ການມອບອຸປະກອນການແພດ ແລະ ເງິນສົດໃນຄັ້ງ
ນີ້ ເປັນການສະແດງໃຫ້ເຫັນເຖິງສາຍພົວພັນການຮ່ວມມືພິເສດ ແລະ ຄວາມສາມັກຄີລະຫວ່າງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ອ້າຍນ້ອງ
ດ້ວຍຄວາມເປັນຫ່ວງເປັນໃຍເຊີ່ງກັນ ແລະ ກັນ ບົນພື້ນຖານເສີມຂະຫຍາຍສາຍພົວພັນຄວາມສາມັກຄີພິເສດ ທີ່ມີມາແຕ່ດົນນານແລ້ວນັ້ນ ເພື່ອພ້ອມກັນ
ເພີ່ມພູນຄູນສ້າງສາຍພົວພັນການຮ່ວມມືອັນດີງາມ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ແຕກດອກອອກຜົນຍີ່ງໆຂື້ນ.

     ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະນໍາເອົາເຄື່ອງມືອຸປະກອນການແພດ ແລະ ເງິນສົດ ຈໍານວນດັ່ງກ່າວນັ້ນ ນໍາໄປປະກອບສ່ວນເຂົ້າໃນວຽກງານປ້ອງກັນ
ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ19 ໃຫ້ໄດຮັບປະສິດທິຜົນສູງ. ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ໄດ້ຕາງໜ້າໃຫ້ລັດຖະ
ບານກໍ່ຄືປະຊາຊົນລາວບັນດາເຜົ່າ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງ ລັດຖະບານກໍ່ຄືກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ອຸ
ປະກອນທາງການແພດ ເພື່ອຊ່ວຍເຫຼືອປ້ອງກັນ ແລະ ສະກັດກັ້ນຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນຄັ້ງນີ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/05/2021