
ຄະນະສະເພາະກິດກະຊວງປ້ອງກັນປະເທດ ລົງເຄື່ອນໄຫວກວດກາ
  ການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢູູ່ທະຫານແຂວງໄຊຍະບູລີ

     ໃນຕອນເຊົ້າວັນທີ 13 ພຶດສະພາ 2021   ນີ້ ຄະນະສະເພາະກິດກະຊວງປ້ອງກັນປະເທດ ໄດ້ລົງເຄື່ອນໄຫວກວດກາການປ້ອງກັນ ແລະ   ສະກັດກັ້ນ
    ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ກອງບັນຊາການທະຫານແຂວງໄຊຍະບູລີ   ໂດຍມີກອງພົນທີ 2 ເຂົ້າຮ່ວມນຳ ເຊິ່ງນຳໂດຍ ສະຫາຍ ພົນຈັດຕະ
  ວາ ວັນທອງ ບຸດຕະວົງ   ຮອງກົມໃຫຍ່ເສນາທິການກອງທັບ ຮອງຫົວໜ້າຄະນະສະ   ເພາະກິດກະຊວງປ້ອງກັນປະເທດພ້ອມຄະນະ, ມີບັນດາສະຫາຍໃນຄະ
  ນະພັກ-ຄະນະບັນຊາ   ກອງບັນຊາການທະຫານແຂວງໄຊຍະບູລີ, ຄະນະພັກ-ຄະນະບັນຊາກອງພົນທີ 2 ເຂົ້າຮ່ວມ.
     ໃນໂອກາດນີ້ຍັງໄດ້ຮັບຟັງການລາຍງານບາງສະພາບການໂດຍຫຍໍ້ໃນການຄວບຄຸມ ແລະ   ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຈາກສະ
    ຫາຍ ພັນເອກ ໄວຍາກອນ ເພັດສະລາດ   ຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງໄຊຍະບູລີ ແລະ ສະຫາຍ ພັນເອກ ຄຳດີ   ໄຊຍະວົງ ຫົວ
  ໜ້າການທະຫານກອງພົນທີ 2 ເຊິ່ງຕະຫຼອດໄລຍະທີ່ຜ່ານມາ   ແຕ່ລະກົມກອງແມ່ນໄດ້ພ້ອມກັນເອົາໃຈໃສ່ ກ່ຽວກັບການເພີ່ມທະວີ   ການຈັດຕັ້ງປະຕິບັດ
  ບັນດາມາດຕະການ ໃນການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ   ໂດຍການຈັດຕັ້ງປະຕິບັດຕາມຄໍາສັ່ງເລກທີ່ 15/ນຍ ລົງວັນທີ 21 ເມສາ 2021
  ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນ ແລະ   ສະກັດກັ້ນຄວບຄຸມເພື່ອຕອບຕ້ານກັບພະຍາດໂຄວິດ-19   ກໍ່ຄືແຈ້ງການຂອງກະຊວງປ້ອງກັນປະເທດ
  ສະບັບເລກທີ່ 2151/ກປທ ລົງວັນທີ 22 ເມສາ   2021 ວ່າດ້ວຍການເພີ່ມທະວີມາດຕະການປ້ອງ ແລະ ສະກັດກັ້ນ, ຄວບຄຸມ,   ກຽມພ້ອມຮອບດ້ານ ເພື່ອ
  ຕ້ານພະຍາດໂຄວິດ-19 ແລະ   ຄໍາສັ່ງຂອງທ່ານເຈົ້າແຂວງໄຊຍະບູລີ   ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບຂອງທຸກພາກສ່ວນ ເພື່ອສະກັດກັ້ນ,   ປ້ອງ
  ກັນຄວມຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ທັນເວລາ.   ເຊິ່ງແຕ່ລະກົມກອງ ໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດ ມາດຕະ
  ການຕ່າງໆ   ຢ່າງເຂັ້ມງວດ ໂດຍສະເພາະແມ່ນການເຂົ້າ-ອອກກົມກອງ, ການແຕ່ງຕັ້ງພະນັກງານ-ນັກຮົບ   ລົງໄປປະຈຳການ ຕາມຈຸດກວດກາຄົນເຂົ້າ-ອອກ
  ເມືອງ ແລະ   ຈັດຕັ້ງໜ່ວຍງານແພດໝໍປະຈຳກົມກອງ ນຳເອົາອຸປະກອນກວດກາ ວັດແທກອຸນຫະພູມຮ່າງກາຍ,   ເຈວລ້າງມື ລົງເຮັດໜ້າທີ່ກວດກາວັດແທກ
  ອຸນຫະພູມ, ລ້າງມືໂດຍເຈວເພື່ອຂ້າເຊື້ອ   ໃຫ້ພະ ນັກງານ-ນັກຮົບ ທີ່ເຂົ້າ-ອອກຄ້າຍຢ່າງເຄັ່ງຄັດ. ໃຊ້ຜ້າອັດປາກ, ດັງ.
     ໂອກາດດຽວກັນນີ້ ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ   ກໍ່ໄດ້ຊີ້ນຳໃຫ້ຄະນະພັກ-ຄະນະບັນຊາ ກົມກອງ ກຳລັງທ້ອງຖິ່ນ ແລະ ກຳລັງຫຼວງ   ທີ່ປະ
    ຈຳການຢູ່ແຂວງໄຊຍະບູລີ ຈົ່ງສືບຕໍ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ   ເພື່ອຮັບປະກັນໃຫ້ພະນັກງານ-ນັກຮົບ ໃນແຕ່ລະກົມກອງຫ່າງໄກຈາກພະ
    ຍາດໂຄວິດ-19   ໃນໂອກາດທີ່ຄະນະສະເພາະກິດ ລົງມາກວດກາຊຸກຍູ້ການປ້ອງກັນພະຍາດໂຄວິດ-19   ໃນຄັ້ງນີ້   ກໍ່ໄດ້ນຳເອົາເຄື່ອງມືອຸປະກອນການແພດ
  ມາມອບໃຫ້ກອງບັນຊາການທະຫານແຂວງໄຊຍະບູລີ   ແລະ ກອງພົນທີ 2 ເຊັ່ນ: ບາຫຼອດອິນຟາເລດຈຳນວນ 20 ອັນ, ມັດເຈ້ຍ 200 ກັບ,   ເຈວແຫ້ງ
  500ml 200 ກວດ, ເຫຼົ້າລ້າງມື 500ml 30 ກວດ, ຖົງມື ເບີM 1000 ຄູ່,   ມັດແພ 9000 ອັນ, ເພື່ອນຳໃຊ້ເຂົ້າໃນການຄວມຄຸມ ການແຜ່ລະບາດຂອງ
  ພະຍາດໂຄວິດ-19.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
      ວັນທີ 14/05/2021