ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົບຜູ້ຕິດເຊື້ອໂຄວິດເພີ່ມ 65 ກໍລະນີ

     ວັນທີ 13 ພຶດສະພາ ປີ 2021, ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນ
ໃໝ່ (COVID-19) ໂດຍທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ,
ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ໄດ້ລາຍງານ ສະພາບໂຄວິດ ຢູ່ ສປປ ລາວ ມາຮອດປັດຈຸບັນ ມີລາຍງານຜູ້ຕິດເຊື້ອ ທັງ
ໝົດ 1,482 ຄົນ (ໃໝ່ 65) ໃນນີ້ ແຂວງບໍ່ແກ້ວ 24 ຄົນ, ນະຄອນຫຼວງ 26 ຄົນ, ຈໍາປາສັກ 12 ຄົນ ແລະ ສະຫວັນນະເຂດ 03 ກໍລະນີ. (ກໍລະນີນໍາ
ເຂົ້າແຮງງານລາວຢູ່ແຂວງຈໍາປາສັກແມ່ນມີ 12 ກໍລະນີ, ສະຫວັນນະເຂດ 03 ກໍລະນີ ເຫຼືອຈາກນັ້ນ ແມ່ນ ກໍລະນີຕິດເຊື້ອພາຍໃນຊຸມຊົນ 50 ກໍລະນີ
ທີ່ພົວພັນກັບຜູ້ຕິດເຊື້ອເກົ່າ.

     ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວດີ ທັງໝົດ 431 ຄົນ (ໃໝ່ 103 ຄົນ: ຈາກນະຄອນຫຼວງ 65 ຄົນ, ຈໍາປາສັກ 33 ຄົນ ແລະ
ສະຫວັນນະເຂດ 5 ຄົນ) ແລະ ພວກກ່ຽວຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນຈົນຄົບກຳນົດຕາມຄຳແນະນຳຂອງແພດຢ່າງເຄັງຄັດ ແລະ ຍັງນອນສືບຕໍ່
ຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນຕ່ລະແຂວງ ຈຳນວນ 1,050 ຄົນ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/05/2021