ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສະຫຼຸບຕີລາຄາການນຳພາຂອງຄະນະບໍລິຫານງານພັກກົມໃຫຍ່ເສນາທິການກອງທັບ

     ໃນວັນທີ 12 ມິຖຸນາ 2017 ນີ້, ກົມໃຫຍ່ເສນາທິການກອງທັບໄດ້ສະຫຼຸບຕີລາຄາວຽກງານນຳພາຂອງຄະນະບໍລິຫານງານພັກ ປະຈຳໄຕ II ປະຈຳ
ປີ 2017 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງເລຂາຄະນະພັກ, ຮອງ
ຫົວໜ້າກົມໃຫຍ່ເສນາທິການກອງທັບ ເຊິ່ງມີບັນດາສະຫາຍຄະນະພັກກົມໃຫຍ່ເສນາທິການກອງທັບເຂົ້າຮ່ວມ.


ພົນຕີ ຈັນທອງ ສອນຕະອາດ ເປັນປະທານກອງປະຊຸມສະຫຼຸບຕີລາຄາ ການນຳພາຂອງຄະນະບໍລິຫານງານພັກກົມໃຫຍ່ເສນາທິການກອງທັບ

     ການຈັດຕັ້ງປະຕິບັດໜ້າທີ່ວຽກງານປະຈຳໄຕມາດທີ II ໄດ້ປະສານສົມທົບກັບກົມໃຫຍ່ການເມືອງກອງທັບ ແລະ ກະຊວງທີ່ກ່ຽວຂ້ອງ-ອຳນາດການ
ປົກຄອງທ້ອງຖິ່ນ, ນຳສົ່ງພະນັກງານຫຼັກແຫຼ່ງລົງກໍ່ສ້າງຮາກຖານການເມືອງຢູ່ບັນດາເຂດຈຸດສຸມຂອງກະຊວງປ້ອງກັນປະເທດ ໂດຍສະເພາະຈຸດສຸມກຸ່ມບ້ານ
ຄັງວຽງ ເມືອງໝອກ ແຂວງຊຽງຂວາງ, ບັນດາແຂວງພາກເໜືອ, ເຂດໃຈກາງ ແລະ ເຂດພາກກາງ, ຊີ້ນຳບັນດາໂຄງການກໍ່ສ້າງ ເຊັ່ນ: ໂຄງການກໍ່ສ້າງສູນ
ບັນຊາລາດາກອງຮ້ອຍ 118 ກອງພັນໃຫຍ່ 642 ປະຕິບັດໄດ້ 97%, ໂຄງ ການຜາກວນຈັນປະຕິບັດໄດ້ 30,85%, ກິດຈະການປ້ອງກັນຊາດຜາມົ່ນ-ຜາ
ແດງປະຕິບັດໄດ້ 75,21%, ປ້ອມປ່າກ້ວຍປະຕິບັດໄດ້ 50,80%, ຈຸດສຸມຄັງວຽງປະຕິບັດໄດ້ 74,25%, ເສັ້ນທາງຍຸດທະສາດ 20 ໂຄງ ການປະຕິບັດ
ໄດ້ 39,74%, ເສັ້ນທາງເຂົ້າ-ອອກກົມກອງ 23 ໂຄງການປະຕິບັດໄດ້ 10,47%, ສຳຫຼວດອອກແບບເສັ້ນທາງລຽບຕາມຊາຍແດນ 5 ໂຄງການ ແລະ ລົງ
ກວດກາໂຄງການພັດທະນາຢູ່ 3 ຈຸດສຸມຂອງແຂວງໄຊສົມບູນ, ສົມທົບກັບກົມໃຫຍ່ພະລາທິການກອງທັບລົງກວດກາສະຖານທີ່ລ້ຽງສັດຢູ່ທົ່ງພູຜາເຈຍ
ຜາລຳ, ໄດ້ຊີ້ນຳກຳລັງຫຼວງ-ກຳລັງທ້ອງຖິ່ນຈັດຕັ້ງກຳລັງເຄື່ອນໄຫວຊອກຄົ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຂອງສັງຄົມທີ່ຈະກໍ່ໃຫ້ບໍ່ມີຄວາມສະຫງົບຢູ່
ແຂວງໄຊສົມບູນ, ວຽງຈັນ, ຊຽງຂວາງ ,ຫຼວງພະບາງ, ບໍລິຄຳໄຊຢ່າງ ແຂງແຮງ, ຕິດຕາມສະກັດກັ້ນການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ, ຄ້າ
ຂາຍສິ່ງທີ່ຜິດກົດໝາຍ, ຢາເສບຕິດ, ໄມ້ເຖື່ອນ, ການຍົກຍ້າຍຖິ່ນຖານ ແລະ ອື່ນໆ, ວຽກງານສຶກສາອົບຮົມການເມືອງນຳພາແນວຄິດ ໄດ້ສຶກສາອົບຮົມ
ການເມືອງ-ນຳພາແນວໃຫ້ແກ່ພະນັກງານ-ສະມາຊິກພັກ ແລະ ນັກຮົບຢູ່ອົງການ-ກົມກອງຢ່າງມີຈຸດສຸມໃນໄຕມາດທີ II ຜ່ານມາສະພາບແນວຄິດຂອງພະ
ນັກງານ-ສະມາຊິກພັກ, ນັກຮົບທົ່ວກົມໃຫຍ່ເສນາທິການກອງທັບມີຄວາມສະຫງົບດີ, ໄດ້ຊີ້ນຳ-ນຳພາຂະບວນການດ້ານຕ່າງໆ ແລະ ຊີ້ນຳຕາໜ່າງຂ່າວ
ສານສື່ມວນຊົນໄດ້ເປັນປະຈຳ, ຈັດຕັ້ງຮັບສ່ອງແສງວຽກງານພັກ-ວຽກງານການເມືອງໄດ້ເປັນປົກກະຕິ, ວຽກງານພັກ-ວຽກງານການເມືອງປະຕິບັດໄດ້ຄື:
ໄດ້ຄົ້ນຄວ້າຕົກລົງບົ່ງຕົວປ່ຽນແທນເລຂາ-ຮອງເລຂາ ແລະ ກຳມະການຄະນະພັກຮາກຖານ 8 ຄະນະ, ໜ່ວຍພັກ 7 ໜ່ວຍ, ຊີ້ນຳກະກຽມ ແລະ ຈັດກອງ
ປະຊຸມໃຫຍ່ຂັ້ນໜ່ວຍພັກຂຶ້ນກັບຄະ ນະພັກຮາກຖານສຳເລັດ 15 ໜ່ວຍ, ຊີ້ນຳ-ນຳພາຈັດຕັ້ງພິທີມອບບັດສະມາຊິກພັກສົມບູນຢູ່ກົມໃຫຍ່ເສນາທິການ
ກອງທັບຈຳນວນ 452 ສະຫາຍ, ຈັດຕັ້ງເປີດບັ້ນດຳເນີນຊິີວິດການເມືອງປັບປຸງປົວແປງພາຍໃນພັກທົ່ວອົງການຄະນະພັກກົມໃຫຍ່ເສນາທິການກອງທັບ
ສຳເລັດ 2 ຊຸດ ມີຄະນະພັກ-ສະມາຊິກພັກເຂົ້າຮ່ວມ 477 ສະຫາຍ, ອະນຸມັດມະຫາຊົນກ້າວໜ້າເຂົ້າພັກ 108 ສະຫາຍ, ສຳຮອງຂຶ້ນສົມບູນ 151 ສະ
ຫາຍ, ວຽກງານພະນັກງານແມ່ນໄດ້ເອົາໃຈໃສ່ໃນການຄຸ້ມຄອງ ແລະ ນຳໃຊ້ພະນັກງານ 3 ລຸ້ນ ໄດ້ຢ່າງຖືກຕ້ອງໂດຍການຄົ້ນຄວ້າຕົກລົງແຕ່ງຕັ້ງສັບຊ້ອນ,
ມອບໝາຍໜ້າທີ່, ເລື່ອນຊັ້ນໃຫ້ພະນັກງານຖືກຕ້ອງຕາມກົດໝາຍນາຍທະຫານທີ່ໄດ້ກຳນົດໄວ້.

     ທ່ານ ພົນຕີ ຈັນທອງ ສອນຕະອາດ ກໍ່ໄດ້ເນັ້ນໜັກໃຫ້ບັນດາສະຫາຍໃນຄະນະພັກຈົ່ງສືບຕໍ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກ
ຮົບເຊື່ອມຊຶມກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດລະບຽບວິໄນ
ຢ່າງເຂັ້ມງວດ, ເອົາໃຈໃສ່ຊຸກຍູ້ວຽກງານແກ້ໄຂຊີວິດການເປັນຢູ່ໃຫ້ແຂງແຮງປະຕິບັດຕາມທິດນຳເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍ
ຕົນເອງ.