ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງວ່າການກະຊວງປ້ອງກັນປະເທດ ສຳເລັດບັ້ນດຳເນີນຊີວິດການເມືອງ

     ກອງປະຊຸມດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກທົ່ວຄະນະພັກຫ້ອງວ່າການກະຊວງປ້ອງກັນປະເທດທີ່ໄດ້ດຳເນີນມາແຕ່ ວັນທີ 5 ພຶດ
ສະພາ ມາເຖິງ ວັນທີ 13 ພຶດສະພານີ້, ໄດ້ປິດລົງດ້ວຍຜົນສຳເລັດ ໂດຍເປັນກຽດກ່າວປິດກອງປະຊຸມຂອງ ທ່ານ ພົນຕີ ຄຳສີ ວົງຄຳຊາວ ກຳມະການຄະ
ນະພັກກະຊວງປ້ອງກັນປະເທດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ມີບັນດາຄະນະພັກ-ຄະນະບັນຊາ, ພະນັກງານສະມາຊິກພັກຈາກກົມກອງ,
ອົງການ, ພະແນກການ, ບໍລິສັດ ແລະ ລັດວິສາຫະກິດທີຂຶ້ນກັບເຂົ້າຮ່ວມ.


ຫ້ອງວ່າການກະຊວງປ້ອງກັນປະເທດ ປ່ອນບັດທາບທາມຄະແນນສຽງ

     ທ່ານ ພົນຕີ ຄຳສີ ວົງຄຳຊາວ ກ່າວຄຳເຫັນປິດກອງປະຊຸມວ່າ: ຜ່ານການຄົ້ນຄວ້າເຊື່ອມຊຶມບັນດາເນື້ອໃນເອກະສານສຳຄັນຕ່າງໆ ແລະ ການປະກອບ
ຄຳເຫັນການສຳຫຼວດກວດກາຂອງບັນດາສະຫາຍສະມາຊິກພາຍໃນພັກຕໍ່ແນວທາງນະໂຍບາຍຂອງພັກ ໃນການແກ້ໄຂບັນຫາທີ່ເປັນສິ່ງທ້າທາຍອັນໜັກ
ໜ່ວງສຳລັບພັກປະຊາ ຊົນປະຕິວັດລາວ ແລະ ປະເທດຊາດ ກໍຄືກຳລັງປະກອບອາວຸດຂອງພວກເຮົາເວົ້າລວມ, ເວົ້າສະເພາະແມ່ນທົ່ວຄະນະພັກຫ້ອງວ່າການ
ກະຊວງປ້ອງກັນປະເທດ, ອົງການທີ່ຂຶ້ນກັບ, ຍົກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງທີ່ພວກເຮົາຈະຕ້ອງແກ້ໄຂໃນຕໍ່ໜ້າຊອກຫາສາເຫດຕົ້ນຕໍຕ່າງໆ, ບັນຫາເລັງ
ທວງຮີບດ່ວນທີ່ຈະພ້ອມກັນແກ້ໄຂ, ໃນນາມເປັນສະມາຊິກພັກ-ພະນັກງານຫຼັກແຫຼ່ງຂັ້ນຕ່າງໆ, ຈະຕ້ອງພ້ອມກັນຫັນເອົາເນື້ອໃນຈິດໃຈບັ້ນດຳເນີນຊີວິດ
ການເມືອງປັບປຸງປົວແປງພາຍໃນພັກຄັ້ງນີ້ໄປຈັດຕັ້ງປະຕິບັດຕົວຈິງໃຫ້ແທດເໝາະ ແລະ ສຳເລັດດີກວ່າເກົ່າ.

     ທ່ານ ພົນຕີ ຄຳສີ ວົງຄຳຊາວ ຍັງໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຈົ່ງພ້ອມກັນສືບຕໍ່ຄົ້ນ ຄວ້າເຊື່ອມຊຶມປຶກສາຫາລືໂດຍມີການວິເຄາະ
ໄຈ້ແຍກກໍາແໜ້ນບັນຫາຈຸດພິເສດຂອງແຕ່ລະກົມກອງ ພະແນກການ, ຂະແໜງການວິຊາສະເພາະໃຫ້ເລິກເຊິ່ງກວ່າເກົ່າ ເພື່ອປັບປຸງແບບແຜນວິທີເຮັດ
ວຽກຂອງຕົນດ້ວຍຄວາມຮັບຜິດຊອບສູງ ພ້ອມທັງເປັນແບບຢ່າງນຳໜ້າຕໍ່ພະນັກງານສະມາຊິກພັກຂັ້ນຕ່າງໆຂອງຕົນໄປຄຽງຄູ່ກັບການປັບປຸງຄວາມຮູ້
ຄວາມສາມາດໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງໃນໄລຍະໃໝ່, ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ສະມາຊິກ
ພັກພະນັກງານ-ນັກຮົບຢູ່ໃນຂອບເຂດຮັບຜິດຊອບຂອງຕົນໃຫ້ໜັກແໜ້ນ ແລະ ມີການກະທຳຕົວຈິງ ໂດຍການສຶກສາໃຫ້ຖືກກັບແຕ່ລະເປົ້າໝາຍ ພ້ອມ
ກັນເຊີດຊູມານະຈິດປະຕິບັດບຸກ, ກ້າປັບປຸງຕົນເອງ-ປັບປຸງກົມກອງ ແລະ ກຳລັງປະກອບອາວຸດຮອບດ້ານ, ກ້າເຮັດ, ກ້າເສຍສະຫຼະ, ກ້າຮັບຜິດຊອບຕໍ່ວຽກ
ງານຕົວຈິງໃນກົມກອງສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານໃຫ້ກວມອັດຕາສ່ວນສູງລື່ນເກົ່າທາງດ້ານຈຳນວນ ແລະ ຄຸນນະພາບ.