ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ຈັດຕັ້ງຫວນຄືນມູນເຊື້ອວັນສ້າງຕັ້ງກົມຄົບຮອບ 18 ປີ

     ວັນທີ 11 ມີຖຸນາປີ 2021 ນີ້, ຢູ່ກົມວິທະຍາສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດໃຫ້ມີພິທີຫວນຄືນມວນເຊື້ອ ວັນສ້າງ
ຕັ້ງຂອງກົມ ຄົບຮອບ 18 ປີ ແຕ່ວັນທີ 10 ມິຖຸນາ 2003 ເຖິງ ວັນທີ 10 ມິຖຸນາ 2021 ຂື້ນ, ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ວຽງໄຊ
ສົມວິຈິດ, ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຮັບພັງ.

     ໃນພິທີສະຫາຍ ພັນໂທ ສັນຕິ ດວງພູມມີ, ຫົວໜ້າພະແນກຍຸດທະສາດ ໄດ້ຂື້ນຫວນຄືນມູນເຊື້ອໂດຍຫຍໍ້ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ ສະມາ
ຊິກພັກ ພາຍໃນກົມ ກຳໄດ້ປະຫວັດສາດມູນເຊື້ອຂອງກົມກອງ ໃນຕະຫຼອດໄລຍະ 18 ປີຜ່ານມາວ່າ ໃນເມື່ອກ່ອນກົມກອງເປັນພຽງອົງການຄົ້ນຄ້ວາສະ
ຫຼຸບສົງຄາມ, ສະຫຼຸບບັ້ນຮົບ-ບັ້ນຕີ ເທົ່ານັ້ນ, ຕໍ່ມາໄລຍະໜື່ງຂັ້ນເທີງໄດ້ຕົກລົງສ້າງຕັ້ງເປັນສອງກົມ ມີກົມວິທະຍາສາດ ແລະ ກົມປະຫວັດສາດ ໂດຍພາຍ
ໃຕ້ທິດຊີ້ນຳຂອງກົມໃຫ່ຍເສນາ ແລະ ກົມໃຫ່ຍການເມືອງກອງທັບ ຜ່ານການເຄື່ອນໄຫວມາໄດ້ໄລຍະໜື່ງມາຮອດປີ 2003 ກະຊວງປ້ອງກັນປະເທດ ຈິ່ງ
ອອກຂໍ້ຕົກລົງລວມເອົາສອງກົມມາເປັນກົມດຽວ ໃສ່ຊື່ວ່າ ກົມວິທະຍາສາດ-ປະຫວັດສາດການທະຫານ ຈົນເຖີງປະຈຸບັນ ພາຍໃຕ້ທິດຊີ້ນຳໂດຍກົງຮອບ
ດ້ານຂອງກະຊວງປ້ອງກັນປະເທດ, ມີໜ້າທີ່ເປັນເສນາທິການ ໃຫ້ແກ່ກະຊວງໃນການຄົ້ນຄ້ວາວຽກວິທະຍາສາດ, ເຕັກໂນໂລຢີ ແລະສິ່ງແວດລ້ອມ, ວຽກ
ປະຫວັດສາດຂອງກອງທັບ, ວຽກຍຸດທະສາດປ້ອງກັນຊາດ ແລະ ຂໍ້ມູນຂ່າວສານການທະຫານເຊີ່ງປະກອບມີ ສີ່ພະແນກວິຊາສະເພາະ ແລະ ສີ່ພະແນກຮັບ
ປະກັນ ໃນນັ້ນມີຫ້ອງການ, ບໍລິຫານ, ການເມືອງ ແລະ ພະແນກການເງິນ ຕະຫຼອດໄລະຍະ 18 ຜ່ານມາໄດ້ຮັບການເຕີບໃຫ່ຍ ແລະ ຂະຫຍາຍຕົວເປັນແຕ່
ລະໄລຍະ ຈາກກຳລັງເບື້ອງຕົນມີ 20 ກ່ວາສະຫາຍ ມາຮອດປະຈຸບັນມີ 200 ກ່ວາສະຫາຍ, ໄດ້ເຮັດສຳເລັດຫຼາຍໂຄງການ ສາມາດຍາດໄດ້ຜົນງານຫຼາຍ
ດ້ານ ເປັນທີ່ຮູ້ຈັກຂອງສັງຄົມຢ່າງກວ້າງຂວາງ. ຕອນທ້າຍພິທີ ສະຫາຍ ຫົວໜ້າກົມຍັງໄດ້ໂອ້ລົມຮຽກຮ້ອງໃຫ້ພະນັກງານນັກຮົບ ຈົ່ງພ້ອມກັນຮັບຮູ້ ແລະ
ສືບຕໍ່ຮັກສາມູນເຊື້ອອັນດີງາມນັ້ນໄວ້ ຕອບຕ້ານປະກົດການຫຍໍ້ທໍ້ຕ່າງໆ ໃຫ້ໝົດໄປສືບຕໍ່ອອກແຮງເຮັດວຽກງານການເມືອງແນວຄິດ ເຮັດວຽກງານພັກ-
ພະນັກງານ, ວຽກກວດກາ ແລະ ປ້ອງກັນໃຫ້ດີ ຈິ່ງເປັນພື້ນຖານເຮັດໃຫ້ວຽກງານວິຊາສະເພາະ ສຳເລັດໜ້າທີ່ການເມືອງທີ່ຂັ້ນເທີງມອບໝາຍໃຫ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/06/2021