ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ 19 ເພີ່ມ 14 ກໍລະນີ

     ວັນທີ 14 ມິຖຸນາ 2021, ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະ
ນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ໃຫ້ຮູ້ວ່າ: ວັນທີ 13 ມິຖຸນາ ໄດ້ເກັບຕົວຢ່າງມາກວດວິ
ເຄາະທັງໝົດ 1.407 ຕົວຢ່າງ ກວດພົບຜູ້ຕິດເຊື້ອທັງໝົດ 14 ກໍລະນີ, ໃນນີ້ ຈາກນະຄອນຫຼວງວຽງຈັນ 7 ກໍ ລະນີ, ແຂວງສະຫວັນນະເຂດ 3 ກໍລະນີ,
ຈໍາປາສັກ 3 ກໍລະນີ ແລະ ແຂວງວຽງຈັນ 1 ກໍລະນີ. ສໍາລັບນະຄອນຫຼວງວຽງຈັນ 7 ກໍລະນີ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສໍາຜັດໃກ້
ຊິດກັບຜູ້ຕິດເຊື້ອເກົ່າ. ລະອຽດຄື: 1. ກໍລະນີ 1939: ເພດຊາຍ ອາຍຸ 28 ປີ, ສັນຊາດລາວ, ອາຊີບ ຄ້າຂາຍ, ບ້ານເກົ້າລ້ຽວ ເມືອງສີໂຄດຕະບອງ, ນະ
ຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢູ່າງ ໃນວັນທີ 13 ມິຖຸນາ ຢູ່ ມສ ສີໂຄດ ແລະ ຜົນກວດ
ພົບເຊື້ອ. 2. ກໍລະນີ 1940 ເພດຊາຍ, ອາຍຸ 31 ປີ, ອາຊີບຄ້າຂາຍ, ບ້ານໂພສີ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີ
ປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 13 ມິຖຸນາ ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ 3. ກໍລະນີ 1941 : ເພດຍິງ, ອາຍຸ 27
ປີ, ບ້ານໂພສີ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວ ບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ
13 ມິຖຸນາ ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ 4. ກໍລະນີ 1942 : ເພດຊາຍ, ອາຍຸ 28 ປີ, ອາຊີບຄ້າຂາຍ, ບ້ານເກົ້າລ້ຽວ ເມືອງສີໂຄດຕະບອງ, ນະ
ຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 13 ມິຖຸນາ ຢູ່ ມສ ສີໂຄດ ແລະ ຜົນກວດ
ພົບເຊື້ອ 5. ກໍລະນີ 1943: ເພດຍິງ ອາຍຸ 25 ປີ, ອາຊີບພະນັກງານທະນາຄານ ST ສາຂານະຄອນຫຼວງວຽງຈັນ, ຢູ່ບ້ານເກົ້າລ້ຽວ ເມືອງສີໂຄດຕະບອງ,
ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 13 ມິຖຸນາ ຢູ່ ມສ ສີໂຄດ ແລະ ຜົນ
ກວດພົບເຊື້ອ 6. ກໍລະນີ 1944 : ເພດຍິງ ອາຍຸ 25 ປີ, ອາຊີບພະນັກງານຮ້ານຂາຍໂທລະສັບ LCC ບ້ານດົງປາລານ , ປັດຈຸບັນຢູ່ບ້ານເກົ້າລ້ຽວ ເມືອງ
ສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວມີອາການໄຂ້ຄ້າຍຄືໄຂ້ຫວັດ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 13 ມິຖຸ
ນາ ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ 7. ກໍລະນີ 1945 : ເພດຊາຍ, ອາຍຸ 19 ປີ, ອາຊີບວ່າງງານ, ຢູ່ບ້ານຕາດທອງ ເມືອງສີໂຄດຕະບອງ, ນະຄອນ
ຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 13 ມິຖຸນາ ຢູ່ ມສ ສີໂຄດ ແລະ ຜົນກວດພົບ
ຕິດເຊື້ອ. ເຂດສ່ຽງ ແລະ ສະຖານທີ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປມີຄື:

     ວັນທີ 8/06/2021: ຕະຫຼາດສີໄຄ, ວັນທີ 8/06/2021: ໄດ້ໄປການຄັ້ງສຸດທ້າຍ ປະຈໍາຢູ່ທະນາຄານ ST ສາຂານະຄອນຫຼວງ, ບ້ານສີຫອມ, ເມືອງ
ຈັນທະບູລີ, ວັນທີ 9/06/2021: ຕະຫຼາດເກົ້າລ້ຽວ, ວັນທີ 10/06/2021: ງານສົບຢູ່ວັດແກ້ວປ່າ, ວັນທີ 10/06/2021: ໄປຮ້ານຂາຍເຄື່ອງຍ່ອຍ ຢູ່ສາມ
ແຍກໄຟແດງສີໄຄ, ວັນທີ 10/06/2021 ໄດ້ໄປຊິດເບັດຢູ່ອ່າງນໍ້າຫຸ້ມ, ວັນທີ 11/06/2021: ຄີນິກເອກະຊົນຢູ່ບ້ານນາແຮ່, ວັນທີ 11/06/2021: ໄປ
ເຮັດວຽກຄັ້ງສຸດທ້າຍ ຢູ່ຮ້ານຂາຍເຄື່ອງອອນໄລ ບ້ານໂນນແກ້ວ, ໄປເຮັດວຽກທຸກໆມື້ຈົນຮອດວັນທີ 12/06/2021 ຢູ່ຮ້ານຂາຍໂທລະສັບ LCC ບ້ານ
ດົງປາລານ, ວັນທີ 12/6/2021 ໄດ້ພາລູກໄປຊື້ເຄື່ອງຫຼິ້ນຢູ່ຕະຫຼາດຊັງຈຽງ, ໄປຕະຫຼາດຈັນສະຫວ່າງ ທຸກໆມື້. ສໍາລັບ ຈຸດຮັບວັກຊິນ ຊີໂນຟາມ ເຂັມທີ 1
ແລະ ວັກຊິນ ອາສຕຣາເຊເນກາ ເຂັມ ທີ 2 ໃນນະຄອນຫຼວງວຽງຈັນ ເລີ່ມແຕ່ວັນທີ 15 – 25 ມິຖຸນາ 2021, ທ່ານ ສາມາດໄປໃຊ້ບໍລິການໄດ້ທີ່ ໂຮງໝໍ
ເມືອງຈັນທະບູລີ, ໂຮງໝໍເມືອງສີໂຄດ, ມສ ສີໂຄດ, ມສ ລາວ-ຫວຽດ, ສະໜາມກິລາບຶງຂະຫຍອງ, ໂຮງໝໍນ້ອຍອີໄລ, ໂຮງໝໍນ້ອຍບ້ານບົວ, ໂຮງໝໍເມືອງ
ໄຊທານີ , ໂຮງໝໍນ້ອຍໂຄກສີວິໄລ, ໂຮງໝໍເມືອງ ຫາດຊາຍຟອງ, ຫ້ອງການສາທາເມືອງສັງທອງ, ໂຮງໝໍນ້ອຍນາສາ ແລະ ໂຮງໝໍ ເມືອງປາກງື່ມ. ຈຸດຮັບ
ວັກຊິນ ໄຟເຊີ ເຂັມທີ 1 ໃນນະຄອນຫຼວງວຽງຈັນ ແຕ່ວັນທີ 15 – 25 ມິຖຸນາ 2021 ສາມາດໄປໄດ້ທີ່: ສະໂມສອນປົກຄອງເມືອງ ຈັນທະບູລີ, ສະໂມ
ສອນປົກຄອງເມືອງສີໂຄດ, ໂຮງໝໍເມືອງໄຊເສດຖາ, ໂຮງໝໍເມືອງສີສັດຕະນາກ, ໂຮງໝໍເມືອງນາຊາຍທອງ, ສະໂມສອນປົກຄອງເມືອງ ໄຊທານີ, ໂຮງໝໍ
ເມືອງຫາດຊາຍຟອງ, ໂຮງໝໍເມືອງສັງທອງ, ໂຮງໝໍນ້ອຍປາກຕອນ ແລະ ໂຮງໝໍເມືອງປາກງື່ມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/06/2021