ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບ
ຮຽບຮ້ອຍຕາມແນວຊາຍແດນທົ່ວໄປລາວ-ໄທ ຄັ້ງທີ 27

     ກອງປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມແນວຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 27 ໄດ້ຈັດຂຶ້ນທີ່ ບາງກອກ ຣາຊະ
ອານາຈັກໄທ ໃນລະຫວ່າງວັນທີ 7-9 ມິຖຸນາ 2022 ຕາມຄໍາເຊີນຂອງ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ລັດຖະມົນຕີ ວ່າການກະ
ຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກໄທ ປະທານຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມແນວຊາຍແດນທົ່ວໄປ ໄທ-ລາວ.

     ຄະນະກໍາມະການຝ່າຍລາວ ນໍາໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະທານຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມແນວຊາຍແດນທົ່ວໄປ ລາວ-ໄທ
ເປັນປະທານຮ່ວມຝ່າຍລາວ ແລະ ຄະນະກໍາມະການຝ່າຍໄທນໍາໂດຍ ທ່ານ ພົນເອກ ປຣະວິດ ວົງສຸວັນ ຮອງນາຍົກລັດຖະມົນຕີ.

     ກອງປະຊຸມໄດ້ປຶກສາຫາລື ແລກປ່ຽນຄວາມຄິດເຫັນທົບທວນ ແລະ ຕີລາຄາຜົນຂອງການຈັດຕັ້ງປະຕິບັດຕາມບົດບັນທຶກ ກອງປະຊຸມຄະນະກໍາມະ
ການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມແນວຊາຍແດນ ທົ່ວໄປ ລາວ-ໄທ ຄັ້ງທີ 26 ທີ່ນະຄອນຫຼວງວຽງຈັນ ສາທາລະນະລັດ ປະຊາທິປະໄຕ
ປະຊາຊົນລາວ ໃນລະຫວ່າງວັນທີ 20-24 ທັນວາ 2019, ໂດຍທັງສອງຝ່າຍມີຄວາມຍິນດີທີ່ສາຍພົວພັນ ແລະ ການຮ່ວມມື ຂອງທັງສອງປະເທດ ໄດ້ມີ
ຄວາມກ້າວໝ້າຢ່າງເປັນຮູບປະທໍາຫຼາຍຂຶ້ນ, ເຊິ່ງເປັນຜົນປະໂຫຍດຮ່ວມກັນ, ສາມາດແກ້ໄຂບັນຫາ ແລະ ເສີມຂະຫຍາຍຄວາມໝັ້ນຄົງຕາມແນວຊາຍ
ແດນຂອງທັງສອງປະເທດ ເຮັດໃຫ້ບໍລິເວນຊາຍແດນສ່ວນໃຫ່ຍມີຄວາມສະຫງົບຮຽບຮ້ອຍ, ກອງປະຊຸມຍັງໄດ້ສະໝັບສະໝູນໃຫ້ທຸກໆກົນໄກທີ່ກ່ຽວ
ຂ້ອງຈັດຕັ້ງປະຕິບັດຕາມຂໍ້ຕົກລົງວ່າດ້ວຍ ການຮ່ວມມືດ້ານຄວາມໝັ້ນຄົງບໍລິເວນຊາຍແດນລະຫວ່າງ ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ
ປະຊາຊົນລາວ ກັບລັດະຖະບານແຫ່ງຣາຊະອານາຈັກໄທ ເຊິ່ງໄດ້ລົງນາມຮ່ວມກັນທີ່ນະຄອນຫຼວງວຽງຈັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ໃນວັນທີ 17 ທັນວາ 2015. ພ້ອມນັ້ນ, ຝ່າຍລາວ ສະເໝີໃຫ້ມີການປຶກສາຫາລືປັບປຸງ ແລະ ດັດແປງເນື້ອໃນຂໍ້ຕົກລົງດັ່ງກ່າວ ເພື່ອໃຫ້ສອດຄ່ອງກັບສະ
ພາບການ ແລະ ການຮ່ວມມືໃນປັດຈຸບັນຂອງທັງສອງຝ່າຍ, ກອງປະຊຸມເຫັນດີໃຫ້ຈັດກອງປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍ
ຕາມແນວຊາຍແດນທົ່ວໄປ ລາວ-ໄທ ຮ່ວມກັນປີລະ 4 ຄັ້ງ ໂດຍຜັດປ່ຽນກັນເປັນເຈົ້າພາບ ແລະ ກໍານົດຈໍານວນຄະນະກໍາມະການ, ຜູ້ສັງເກດການພ້ອມ
ດ້ວຍເຈົ້າໝ້າທີ່ເຂົ້າຮ່ວມກອງປະຊຸມຝ່າຍລະບໍ່ເກີນ 30 ຄົນ ແຕ່ຖ້າຫາກຝ່າຍໃດເປັນເຈົ້າພາບຈັດກອງປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມສະ
ຫງົບຮຽບຮ້ອຍຕາມແນວຊາຍແດນທົ່ວໄປ ລາວ-ໄທ, ໄທ-ລາວ ແມ່ນເຫັນດີໃຫ້ຝ່າຍນັ້ນຮັບເປັນເຈົ້າພາບຈັດກອງປະຊຸມກອງເລຂານຸການຮ່ວມໄປພ້ອມ.

     ໃນກອງປະຊຸມ, ປະທານຮ່ວມຝ່າຍລາວ ແລະ ປະທານຮ່ວມຝ່າຍໄທ ໄດ້ພ້ອມກັນຮ່ວມລົງນາມເອກະສານການຮ່ວມວຽກງານຕ່າງໆ ເຊິ່ງກອງປະຊຸມ
ຄັ້ງຕໍ່ໄປຝ່າຍລາວຮັບເປັນເຈົ້າພາບຈັດກອງປະຊຸມຄະນະ ກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 28
ໂດຍຈະແຈ້ງກໍານົດເວລາ ແລະ ສະຖານທີ່ຈັດກອງປະຊຸມໃຫ້ຊາບຕາມພາຍຫຼັງ.

     ໃນໂອກາດດຽວກັນນັ້ນ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ
ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທຕື່ມອີກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/06/2022