ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດອະນຸສອນສະຖານຄຸກກັກຂັງຜູ້ນຳພັກ-ແນວລາວຮັກຊາດ


ພິທີເປີດອະນຸສອນສະຖານຄຸກກັກຂັງຜູ້ນຳພັກ-ແນວລາວຮັກຊາດ

     ກະຊວງປ້ອງກັນປະເທດ ໄດ້ຈັດພິທີເປີດອະນຸສອນສະຖານຄຸກກັກຂັງຜູ້ນຳພັກ-ແນວລາວ ຮັກຊາດ (ຈຳນວນ 16 ທ່ານ) ຂອງລັດຖະບານຫຸ່ນຂາຍຊາດຝ່າຍວຽງຈັນ
ຢູ່ທີ່ ຄ້າຍໂພນເຄັງ ຢ່າງເປັນທາງການ ໃນ ວັນທີ 13 ກໍລະກົດ 2020 ນີ້, ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ
ເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ເປັນກຽດເຂົ້າຮ່ວມຂອງສະຫາຍ ປອ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການ ຄະ
ນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ພ້ອມດ້ວຍບັນດາສະຫາຍ ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການ
ສູນກາງພັກ, ບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານປະຕິວັດອາວຸໂສບຳນານ, ຕາງໜ້າຄອບຄົວຜູ້
ນຳພັກ-ແນວລາວຮັກ37/ກມສພ ລົງ ວັນທີ 15 ມິຖຸນາ 2019 ຈາກນັ້ນກະຊວງປ້ອງກັນປະເທດ ຈຶ່ງໄດ້ອອກຂໍ້ຕົກລົງແຕ່ງ ຕັ້ງຄະນະຮັບຜີດຊອບກໍ່ສ້າງອະນຸສອນສະ
ຖານຄຸກກັກຂັງຜູ້ນຳ ພັກ-ແນວລາວຮັກຊາດ ຢູ່ທີ່ ຄ້າຍໂພນເຄັງ ຄືນໃໝ່ຕາມຮູບແບບເດີມ ແລະ ມອບໃຫ້ ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ ເປັນ
ຜູ້ຮັບເໝົາ ໂດຍໄດ້ ກໍ່ເປັນຮູບແບບຄຸກ, ອາຄານຊັ້ນດຽວ, ໂຄງສ້າງເບຕົງເສີມເຫຼັກ ຂະໜາດ 9x45 ແມັດ, ມີທັງໝົດ 30 ຫ້ອງ, ແຕ່ລະຫ້ອງມີຂະໜາດ 2,5x3 ແມັດ,
ພາຍໃນປະກອບເຄື່ອງຮັບໃຊ້ຄົບຊຸດ, ໃນເນື້ອທີ່ທັງໝົດ 35x60 ແມັດ, ມີກຳແພງ 3 ຊັ້ນ, ມີເຮືອນວາງສະແດງ 1 ຫຼັງ, ຫ້ອງນ້ຳ 1 ຫຼັງ, ເລີ່ມລົງມືກໍ່ສ້າງ ໃນ ວັນທີ 15
ກໍລະກົດ 2019 ແລະ ສຳເລັດ 100% ໃນວັນທີ 16 ມັງກອນ 2020 ລວມມູນຄ່າໃນການກໍ່ສ້າງ 8.500.000.000 ກີບ ໂດຍແມ່ນງົບປະມານຂອງ ກະຊວງປ້ອງກັນ
ປະເທດ ແລະ ໄດ້ເປີດນຳໃຊ້ຢ່າງເປັນທາງການ ເຊິ່ງກົງກັບ ວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ຄົບຮອບ 111 ປີ.

     ວີລະກຳໂຕນຄຸກລວມໝູ່ຄັ້ງມະຫັດສະຈັນຂອງບັນດາຜູ້ນຳພັກ-ແນວລາວຮັກຊາດ ແມ່ນເຫດການປະຫວັດສາດທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງຊາດ ລາວ
ເຮົາ ແລະ ຫາໄດ້ຍາກໃນໂລກສະແດງໃຫ້ເຫັນເຖິງນ້ຳໃຈ ຕໍ່ສູ້ອັນອົງອາດກ້າແກ່ນ, ບໍ່ຍອມຈຳນົນ, ຍອມເສຍສະຫຼະຊີວິດຂອງຕົນເພື່ອຍາດເອົາຄວາມເປັນ ເອກະລາດແຫ່ງ
ຊາດມາສູ່ປະຊາ ຊົນລາວບັນດາເຜົ່າ, ໄດ້ກາຍເປັນບົດຮຽນອັນລຳ້ຄ່າໃຫ້ແກ່ພວກເຮົານຳໄປຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ
ປະເທດຊາດ ໂດຍແນໃສ່ເພື່ອຈາລຶກ ແລະ ເສີມຂະຫຍາຍຄັງສາງທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ໃນການຊີ້ນຳ-ນຳພາຂອງພັກ, ທັງເປັນການຢັ້ງຢືນເຖິງຜົນງານ
ອັນໂດດເດັ່ນຄວາມສະຫຼຽວສະຫຼາດ, ເກັ່ງກ້າ, ອາດຫານຊານໄຊ ແລະ ບໍ່ຍອມຈຳນົນຂອງບັນດາຜູ້ນຳພັກເຮົາ ທີ່ກ້າປະເຊີນໜ້າໂດຍກົງກັບສັດຕູ ແລະ ບໍ່ຫວັ່ນ ໄຫວຕໍ່
ເຫດການໃດໆ, ເພື່ອເປັນບ່ອນສຶກສາອົບຮົມພະນັກງານ, ສະມາຊິກພັກ, ນັກຮຽນ-ນັກສຶກສາ ແລະ ປະຊາຊົນລາວບັນດາເຜົ່າໄດ້ເຊື່ອມຊຶມ ແລະ ກຳແໜ້ນກ່ຽວກັບມູນ
ເຊື້ອປະຫວັດສາດ ແຫ່ງການຈັດຕັ້ງນຳພາຂອງພັກ ໃນການຕໍ່ສູ້ທາງດ້ານການເມືອງການທະຫານ, ການຕ່າງປະເທດ, ບົດຮຽນໃນການຂົນຂວາຍກໍ່ສ້າງຮາກຖານການ
ເມືອງ ແລະ ຍາດແຍ່ງເອົາການສະໜັບສະໜູນຈາກພາກສ່ວນຕ່າງໆ ທີ່ຮັກຫອມສັນຕິພາບ, ເພື່ອເປັນບ່ອນເຜີຍແຜ່ຂໍ້ມູນກ່ຽວກັບເຫດການ ໂຕນຄຸກໃນຄັ້ງປະຫວັດສາດ
ຂອງບັນດາຜູ້ນຳພັກ-ແນວລາວ ຮັກຊາດໃຫ້ບັນດາເພື່ອນມິດທີ່ຮັກຫອມສັນຕິພາບ, ເອກະລາດ ແລະ ຄວາມກ້າວໜ້າທາງສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເຫດການປະຫວັດ
ສາດແຫ່ງການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ.

     ໃນຕອນທ້າຍ ຄະນະປະທານ ໄດ້ໃຫ້ກຽດຕັດແຖບຜ້າເພື່ອເປີດ ອະນຸສອນສະຖານຄຸກກັກຂັງ ບັນດາຜູ້ນຳພັກ-ແນວລາວຮັກຊາດຢ່າງເປັນທາງການ.