ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ພະລາທິການກອງທັບ ຈັດກິດຈະກຳປ່ອຍປາ
ເນື່ອງໃນໂອກາດວັນອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ຄົບຮອບ 24 ປີ

     ໃນວັນທີ 13 ກໍລະກົດ 2021 ນີ້, ກົມໃຫຍ່ພະລາທິການ ກອງທັບ ໄດ້ຈັດກິດຈະກໍາປ່ອຍປາ ຢູ່ທີ່ກຸ່ມ ຜະລິດກະສິກໍາຄົບວົງຈອນເລກ 1 ກອງທັບ
ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ຄົບຮອບ 24 ປີ ( 13 ກໍລະກົດ 1997-13 ກໍລະກົດ 2021). ໂດຍການເຂົ້າຮ່ວມ
ເປັນປະທານຂອງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິ ການກອງທັບ, ມີບັນດາ
ສະຫາຍ ຄະນະປະຈໍາພັກ, ຄະນະພັກອົງການກົມໃຫຍ່ ພະລາທິການກອງທັບ, ມີແຂກຖືກເຊີນຈາກຫ້ອງວ່າການປົກແຂວງ ແລະ ພະແນກ ການພາຍໃນ
ແຂວງບໍລິຄໍາໄຊ, ຫ້ອງວ່າການປົກຄອງເມືອງທ່າພະບາດ, ຂະແໜງການຂັ້ນເມືອງ, ບັນດາກົມກອງອ້ອມຂ້າງ ແລະ ອໍານາດການປົກຄອງທ້ອງຖິ່ນ ເຂົ້າຮ່ວມ.

     ສະຫາຍ ພັນໂທ ເມກທັນວາ ວີຣະຈິດ ຮອງຫົວໜ້າກົມຜະລິດ ກະສິກໍາ ກົມໃຫຍ່ພະລາທິການ ກອງທັບ ໄດ້ກ່າວວ່າ: ການຈັດກິດ ຈະກໍາສ້າງຂະບວນ
ການປ່ອຍປາ ໃນຄັ້ງນີ້, ກໍເພື່ອເປັນການຄືນ ຄວາມອຸດົມສົມບູນໃຫ້ແກ່ທໍາມະຊາດ, ຄືນຄວາມອຸດົມສົມບູນ ຂອງປູປານານໍ້າ ແລະ ປະກອບ ສ່ວນແກ້ໄຂ
ຊີວິດການເປັນຢູ່ຂອງ ປະຊາຊົນ ກໍຄື ພະນັກງານໃນຖັນແຖວຂອງກອງທັບ ເຮົາໃຫ້ນັບມື້ ດີຂຶ້ນເລື້ອຍໆ ດັ່ງນັ້ນ, ຈຶ່ງຮຽກຮ້ອງ ໃຫ້ທຸກພາກສ່ວນໃນສັງຄົມ
ຈົ່ງ ພ້ອມກັນເປັນເຈົ້າການໂຄສະນາ ປູກຈິດສໍານຶກໃຫ້ແກ່ພະນັກງານ, ທະຫານ-ຕໍາຫຼວດ ແລະ ປະຊາຊົນລາວ ບັນດາເຜົ່າ ໃຫ້ມີສ່ວນຮ່ວມໃນການປົກປັກ
ຮັກສາຊັບພະຍາກອນທໍາມະຊາດ ສັດນໍ້າ-ສັດປ່າ ທີ່ຫາຍາກ ແລະ ມີຄວາມສ່ຽງ ທີ່ໃກ້ຈະສູນພັນໃຫ້ໄວ້ຢູ່ຄູ່ ກັບຄົນລາວເຮົາຕະຫຼອດໄປ.

     ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີໝາກຜົນນັ້ນ, ຮຽກຮ້ອງໃຫ້ທຸກ ພາກສ່ວນເປັນເຈົ້າການໃນການຄຸ້ມຄອງ, ປົກປັກຮັກສາບັນດາ ສັດສາວາສິ່ງ ແລະ
ເຄື່ອງປູກ ຂອງຝັງທັງໝົດດ້ວຍຄວາມເອົາ ໃຈໃສ່ ແລະ ມີຄວາມຮັບຜິດຊອບ ສູງ. ສໍາລັບແນວພັນປາທີ່ນໍາມາ ປ່ອຍໃນຄັ້ງນີ້ ແມ່ນມາຈາກກອງ ຜະລິດ
ກະສິກໍາເລກ 2 ກອງທັບ ມີຈໍານວນທັງໝົດ 200.000 ກວ່າໂຕ, ໃນນັ້ນປະກອບມີ: ປານິນ, ປານວນຈັນ, ປາໂຣຮູ, ປາປາກ, ປາເກັດແລບ ແລະ ປາຄັດ
ລາ. ຈາກນັ້ນ ກໍໄດ້ພ້ອມກັນລົງ ປ່ອຍປາຕາມຈຸດທີ່ໄດ້ກຳນົດໄວ້ ແລະ ຮັບຊົມວີດີໂອຂະບວນ ການຜະລິດ(ປູກ-ລ້ຽງ) ຂອງ ກຸ່ມຜະລິດຄົບວົງຈອນ ເລກ
1 ກອງທັບ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/07/2021