ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 605 ສຳເລັດການຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້

     ວັນທີ 8 ກໍລະກົດ 2021 ນີ້, ກອງພັນໃຫຍ່ 605 ໄດ້ສຳເລັດ ການອົບຮົມ-ຫັດແອບ ແລະ ປະຕິບັດຕົວຈິງຍິງເປົ້າໝາຍດ້ວຍ ລູກປືນແທ້ ໂດຍການ
ເຂົ້າຮ່ວມ ເປັນປະທານຂອງສະຫາຍ ພັນເອກ ປະເສີດ ທ່ຽງທຳ ຫົວໜ້າ ການທະຫານກອງພັນໃຫຍ່ 605, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ
ພະນັກງານ-ນັກຮົບເຂົ້າຮ່ວມ.

     ອີງຕາມແຜນການອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກ ປະຈຳປີ 2021 ຂອງກົມໃຫຍ່ເສນາທິການກອງທັບ ວາງອອກ,
ອີງຕາມແຜນການອົບຮົມ-ຫັດແອບປະຈໍາປີ 2021 ຂອງກອງ ພັນໃຫຍ່ 605 ເຊິ່ງການອົບຮົມ-ຫັດແອບ ແລະ ປະຕິບັດການຍິງ ເປົ້າໝາຍລູກປືນແທ້ດ້ວຍ
ປືນ AK ແລະ K 59 ໃຫ້ພະນັກງານ-ນັກຮົບຢູ່ສະໜາມຕົວຈິງຄັ້ງນີ້ ກໍເພື່ອຍົກສູງຄວາມຮູ້ຄວາມສາມາດ, ຄວາມຊໍານິຊໍານານ ທາງດ້ານສິລະປະຍຸດ-ຍຸດ
ທະວິທີໃຫ້ ພະນັກງານ-ນັກຮົບ ໃນທົ່ວກົມກອງ ຮູ້ຈັກໝູນໃຊ້ອາວຸດທະຫານ ຮາບເວລາປະຕິບັດໜ້າທີ່ໃຫ້ຊໍານິຊໍານານ, ຄ່ອງແຄ້ວ ຮັບປະກັນ ການເຄື່ອນ
ໄຫວສູ້ຮົບ ແລະ ສູ້ຮົບ ຕົວຈິງຢ່າງມີໄຊ ເຊີ່ງການອົບ ຮົມຄັ້ງນີ້ແມ່ນຮັກສາໄດ້ຄວາມ ສາມັກຄີ ແລະ ຮັກສາໄດ້ຄວາມ ປອດໄພ 100%. ຂ່າວ: ນ.ໜູແດງ
ລາດສະແກ້ວ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/07/2021