ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າ ກົມພົວພັນຕ່າງປະເທດ
ຕ້ອນຮັບຜູ້ບັນຊາການກຳລັງສຸລະມົນຕີ ແຫ່ງ ລາຊະອານາຈັກໄທ


     ໃນວັນທີ 13 ສິງຫາ 2019 ນີ້, ຢູ່ຫ້ອງຮັບແຂກຂອງກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ
ຫົວໜ້າ ກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ພົນຕີ ສັນໄຊ ຣຸ້ງສີທອງ ຜູ້ບັນຊາການ ກອງກໍາລັງສຸ
ລະມົນຕີ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະ. ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ຜູ້
ບັນຊາການກອງກໍາລັງສຸລະມົນຕີແຫ່ງລາຊະອານາຈັກໄທ ພ້ອມດ້ວຍຄະນະທີ່ໄດ້ເຂົ້າພົບປະຢ້ຽມຢາມໃນຄັ້ງນີ້ ເຊິ່ງເປັນບາດກ້າວໜຶ່ງຂອງການເສີມສ້າງການຮ່ວມມືຂອງ
ສອງກະຊວງປ້ອງກັນປະເທດລາວ-ໄທ ແລະ ທັງເປັນການປະກອບສ່ວນເຮັດໃຫ້ສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ໄດ້ຮັບການເສີມຂະຫຍາຍໃຫ້ດີຂຶ້ນ
ເທື່ອລະກ້າວ.

     ໃນໂອກາດນີ້ ທ່ານພົນຕີ ສັນໄຊ ຣຸ້ງສີທອງ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າ ກົມພົວພັນຕ່າງປະເທດ ກະຊວງປ້ອງ
ກັນປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ເຕັມໄປດ້ວຍໄມ ຕີຈິດມິດຕະພາບ ແລະ ກ່າວວ່າ: ຈະສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນການພົວພັນຮ່ວມ
ມືຂອງສອງກອງທັບ ລາວ-ໄທ ໃຫ້ນັບມື້ຂະຫຍາຍຕົວຂຶ້ນເລື້ອຍໆ.