ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການຈັດຕັ້ງຂັ້ນບັນຊາກອງບັນຊາການຢູ່​ທະຫານແຂວງ ສາລະວັນ ​ແລະ ສະຫວັນ​ນະ​ເຂດ


ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ໃນວັນທີ 9 ກັນຍາ 2020 ນີ້ ກອງບັນຊາການທະຫານ ແຂວງສາລະວັນ ໄດ້ປະກາດການຈັດຕັ້ງຂັ້ນບັນຊາກອງບັນຊາການ ແລະ ຮອງຫ້ອງໂດຍການ
ເປັນປະທານຂອງ ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການ ຄະນະປະຈຳພັກ ກະຊວງປ້ອງກັນປະເທດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ,
ມີສະຫາຍ ພັນເອກ ພູວັນ ພີມມະຈັນ ເລຂາຄະນະພັກ, ຫົວໜ້າ ການເມືອງກອງບັນຊາການທະຫານ ແຂວງ ສາລະວັນ, ມີ ຫົວໜ້າ ກົມພະນັກງານ, ກົມ
ຈັດຕັ້ງພັກກົມໃຫຍ່ການເມືອງກອງທັບ, ຄະນະຈັດຕັ້ງແຂວງຫ້ອງວ່າການປົກຄອງແຂວງ, ກອງບັນຊາການ ປກສ ແຂວງ, ຄະນະພັກ-ຄະນະບັນຊາ, ພະແນກ
ການ, ກົມກອງ, ໂຮງ ຮຽນ, ໂຮງໝໍ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຄະນະພັກກົມໃຫຍ່ ຫົວໜ້າ ກົມພະນັກງານກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານດຳລັດຂອງ ນາຍົກລັດ
ຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າ ການທະຫານກອງບັນຊາການທະຫານ ແຂວງ ສາລະວັນ ໃນນັ້ນຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ສຳລີ ແກ້ວວົງ
ສອງ ເປັນຫົວໜ້າ ການທະຫານກອງບັນຊາການທະຫານແຂວງ ສາລະວັນ ແລະ ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນ ປະເທດວ່າດ້ວຍ ການອະນຸຍາດໃຫ້
ສະຫາຍ ພັນຕີ ວຽງໃສ ໄຊມົນຕີ ຮອງຫົວໜ້າ ຫ້ອງການບໍລິຫານ ກອງບັນຊາການທະຫານ ແຂວງ ສາລະວັນ ພັກການເພື່ອກຽມຮັບເບ້ຍບຳນານ ແລະ
ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະຫ້ອງຂອງກອງບັນຊາການທະຫານ ແຂວງ ສາລະວັນ ໃນນັ້ນ ກະຊວງປ້ອງກັນປະເທດ ຕົກລົງ ແຕ່ງຕັ້ງ ສະຫາຍ
ພັນໂທ ຫຸມພັນ ທັກຂີນ ເປັນຮອງຫົວໜ້າ ຫ້ອງການເມືອງ, ແຕ່ງຕັ້ງ ສະຫາຍ ພັນໂທ ໜູກອນ ພົມມະແສງ ເປັນຮອງ ຫົວໜ້າ ຫ້ອງເສນາທິການ ແລະ
ແຕ່ງຕັ້ງ ສະຫາຍ ພັນໂທ ເກດມະນີ ແສງອາລຸນ ເປັນຮອງຫົວໜ້າ ຫ້ອງການກອງບັນຊາການທະຫານ ແຂວງ ສາລະວັນ ທັງນີ້ໂດຍອີງຕາມ ກົດໝາຍນາຍ
ທະຫານ ກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ ກໍຄືທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ
ໃນກໍາລັງປະກອບອາວຸດ ໃຫ້ເຂັ້ມແຂງ ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ.

     ໃນພິທີສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ ສະຫາຍ ພະນັກງານການນຳທີ່ໄດ້ຮັບນະໂຍບາຍເຂົ້າບຳນານ ເຊິ່ງໄດ້ສະແດງ
ຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ ໃນໄລຍະຜ່ານມາທີ່ໄດ້ປະກອບສວ່ນທາງດ້ານຄວາມຮູ້, ຄວາມສາມາດເຫື່ອແຮງເຂົ້າໃນການປົກປັກຮັກ
ສາ ແລະ ສ້າງສາພັດທະນາປະເທດຊາດເຮັດສຳເລັດໜ້າທີ່ການເມືອງຂອງຕົນ ແລະ ເປັນແບບຢ່າງທີ່ດີໄວ້ໃຫ້ແກ່ພະນັກງານຮຸ່ນສືບທອດໄດ້ຮໍ່າຮຽນ ເອົາໄປ
ນຳໃຊ້ໃນກົມກອງໃຫ້ເກີດດອກອອກຜົນພ້ອມທັງ ໄດ້ເນັ້ນໜັກໃຫ້ ສະຫາຍ ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ໜ້າທີ່ການເມືອງ
ທີ່ໄດ້ຮັບການມອບໝາຍຕັ້ງໜ້າເຝິກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດທາດແທ້ມູນເຊື້ອຂອງກອງທັບ ໃຫ້ເລິກເຊິ່ງ, ເພີ່ມ
ທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ພາຍນອກ ໃຫ້ກວ້າງຂວາງ,ຍົກສູງບົດບາດການນຳ ພາຂອງພັກ, ມີແບບແຜນວິທີເຮັດວຽກ, ມີການປຶກສາ
ຫາລືໃນໝູ່ຄະນະ, ມີຄວາມເປັນເອກະພາບທຸກວຽກງານ, ລວມສູນປະຊາທິປະໄຕ,ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບ, ບົນຫຼັກການຂອງພັກ, ສືບຕໍ່ສຶກ
ສາອົບຮົມການເມືອງ-ນຳພາແນວຄິດໃຫ້ທົ່ວເຖິງທຸກເປົ້າໝາຍ, ເອົາໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມກັນສ້າງກົມ
ກອງຕົວແບບ, ກອງ 3 ປອດ ແລະ ສ້າງໃຫ້ໄດ້ໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເພື່ອນຳພາກົມກອງຂອງຕົນໃຫ້ມີໃບໜ້າອັນໃໝ່.

     ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນ ວັນທີ 8 ກັນຍາ 2020 ນີ້, ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີ ກະ
ຊວງປ້ອງກັນປະເທດ ກໍໄດ້ລົງປະກາດການຈັດຕັ້ງຢູ່ ກອງບັນຊາການທະຫານ ແຂວງ ສະຫວັນນະເຂດ ໃນນັ້ນ, ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ສີທະ
ວີໄຊ ເປັນຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງ ສະຫວັນນະເຂດ ແລະ ແຕ່ງຕັ້ງ ສະຫາຍ ພັນຕີ ພອນສຸກ ວົງຄຳ ສົມ ເປັນຫົວໜ້າ ຫ້ອງພະ
ລາທິການ ພ້ອມນັ້ນປະທານກໍໄດ້ໂອ້ລົມຕໍ່ກັບຜູ້ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ຕື່ມອີກ.