ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປຈີນ ​ເຄື່ອນ​ໄຫວ​ຢ້ຽມຢາມ ສປປ ລາວ


     ໃນວັນທີ 13 ພະຈິກ 2019, ທີ່ ກະຊວງປ້ອງກັນປະເທດ ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ກຳມະການ ກົມການເມືອງ ສູນກາງພັກ, ລັດຖະມົນຕີ ກະຊວງ
ປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ຄະນະຜູ້ແທນການທະຫານຂັ້ນສູງ ສປ ຈີນ ເຊິ່ງນຳໂດຍ ສະຫາຍ ພົນເອກ ເຫວິ້ຍ ເຟິງເຫີ ທີ່ປຶກສາແຫ່ງ ລັດລັດຖະມົນຕີ
ກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ໂອກາດທີ່ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 13-15 ພະຈິກນີ້.

     ພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມກຽດທີ່ ກະຊວງປ້ອງກັນປະເທດ. ຈາກນັ້ນ, ໄດ້ມີການພົບປະສອງຝ່າຍເຊິ່ງທັງສອງ ກອງທັບ ລາວ-ຈີນ ໄດ້ແຈ້ງສະພາບການໃຫ້ກັນ
ຊາບກ່ຽວກັບບັນຫາ ທາງດ້ານການເມືອງ, ເສດຖະກິດ-ສັງຄົມ ຂອງສອງປະເທດ ໂດຍສະເພາະແມ່ນດ້ານວຽກງານ ປ້ອງກັນຊາດທີ່ຕ່າງຝ່າຍມີ ຄວາມສົນໃຈ ແລະ ໄດ້
ທົບທວນ ຄືນການຮ່ວມມືລະຫວ່າງສອງ ກະຊວງປ້ອງກັນປະເທດ ລາວ-ຈີນ,ຈີນ-ລາວ ໃນໄລຍະຜ່ານມາ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ, ປຶກສາຫາລືການ
ສະກັດກັ້ນການກໍ່ການຮ້າຍ, ອາດສະຍາກໍາຂ້າມຊາດ ແລະ ອື່ນໆ ແນໃສ່ເພີ່ມທະວີການຮ່ວມມືດ້ານ ການທະຫານຢ່າງຮອບດ້ານລະຫວ່າງສອງ ກະຊວງປ້ອງກັນປະເທດ
ລາວ-ຈີນ ໃຫ້ມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ສອງຝ່າຍຍັງໄດ້ລົງນາມແຜນການຮ່ວມມືນຳກັນ ໃນການແລກປ່ຽນຄະນະຜູ້ແທນການທະຫານຂັ້ນສູງ,
ການກໍ່ສ້າງບຸກຄະລາກອນ, ປັບປຸງກົນໄກຄົບຖ້ວນວຽກງານການຮ່ວມມື ປ້ອງກັນຊາຍແດນ, ວຽກງານການເມືອງ ແລະ ວຽກງານການແພດ. ສ່ວນ ກອງທັບ ສປ ຈີນ ກໍ
ເຫັນດີຈະສືບຕໍ່ໃຫ້ການຊ່ວຍເຫລືອ ທາງດ້ານອຸປະກອນເຕັກນິກການທະຫານ, ດ້ານການແພດ, ປັບປຸງກໍ່ສ້າງບັນດາພະນັກງານນັກຮົບວິທະຍາຄານ ແກ່ກອງທັບປະຊາຊົນ
ລາວ ,ເພີ່ມທະວີແລກປ່ຽນໃນຂົງ ເຂດວຽກງານຊາຍແດນ,ເສດຖະກິດ-ການຄ້າ ແລະ ອື່ນໆ ທີ່ສອງຝ່າຍໄດ້ມີການຮ່ວມມືກັນ.

     ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະ ແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ
ຂອງ ສະຫາຍ ພົນເອກ ເຫວິ້ຍ ເຟິງເຫີ ພ້ອມຄະນະຜູ້ແທນການທະຫານຂັ້ນສູງ ສປ ຈີນ ເປັນການເສີມຂະຫຍາຍ ສາຍພົວພັນການຮ່ວມມືທີ່ດີລະຫວ່າງສອງກອງທັບ
ລາວ-ຈີນ ກໍຄືປະຊາຊົນສອງຊາດ ລາວ-ຈີນ,ຈີນ-ລາວ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ຂະຫຍາຍຕົວທັງທາງກວ້າງ ແລະ ທາງເລິກພ້ອມທັງ ສະແດງຄວາມຂອບໃຈ
ຕໍ່ລັດຖະບານ ກໍຄືກະຊວງປ້ອງກັນປະເທດ ສປ ຈີນ ທີ່ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອແກ່ ກອງທັບປະຊາຊົນລາວ ໃນຫຼາຍຂົງເຂດວຽກງານເວົ້າລວມ, ເວົ້າສະເພາະປະ
ກອບສ່ວນຊ່ວຍເຫຼືອ ດ້ານພາຫະນະອຸປະກອນ ເຕັກນິກເຂົ້າໃນມື້ສະເຫຼີມສະຫຼອງ ວັນສ້າງຕັ້ງ ກອງທັບ ປະຊາຊົນລາວ ຄົບຮອບ 70 ປີ.

     ໃນວັນດຽວກັນ, ຄະນະຜູ້ແທນການທະຫານຂັ້ນສູງກອງທັບ ປົດປ່ອຍປະຊາຊົນ ຈີນ ຍັງໄດ້ເຂົ້າວາງພວງມະລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ເພື່ອສະ
ແດງລຳລຶກເຖິງຜົນງານ ແລະ ວີລະກຳທີ່ເຕັມໄປດ້ວຍຄວາມເສຍສະຫຼະອັນຍິ່ງໃຫຍ່ ແລະ ສູງສົ່ງໃນການຕໍ່ສູ້ກູ້ຊາດ ຂອງນັກຮົບປະຕິວັດທີ່ມີຕໍ່ຊາດຕໍ່ປະຊາຊົນ.