ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແຂ່ງຂັນກີລາມິດຕະພາບລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບ ສສ ມຽນມາ

     ການແຂ່ງຂັນກີລາມິດຕະພາບເພື່ອຜູກແໜ້ນຄວາມສາມັກຄີລະຫວ່າງກອງທັບປະຊາຊົນລາວ ແລະກອງທັບ ສສ ມຽນມາ ຈັດຂື້ນໃນຕອນເຊົ້າວັນ
ທີ 7 ທັນວາ 2016 ນີ້, ທີ່ສະໜາມກີລາໃນຮົ່ມແຫ່ງຊາດ (ຫລັກ16) ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ສຸວອນ ເລືອງບຸນມີ ຮອງລັດ
ຖະມົນຕີກະຊວງ ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ທ່ານ ພົນຕີ ທຸນທຸນ ຍີ ຮອງຫົວໜ້າກົມລະບຽບຫ້ອງການ
ຜູ້ບັນຊາການກອງທັບບົກ, ຫົວໜ້າຄະນະນັກກີລາກອງທັບ ສສ ມຽນມາ, ມີທ່ານ ອຸຈໍ ໂສ ວິນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ
ສສ ມຽນມາ ປະຈຳ ສປປ ລາວ, ມີບັນດາຄະນະນຳກະຊວງປ້ອງກັນປະເທດ ພ້ອມດ້ວຍພະນັກງານ-ນັກຮົບ ແລະ ມວນຊົນເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.

                                
                                                  ທ່ານ ພົນຕີ ສຸວອນ ເລືອງບຸນມີ ເປັນປະທານແຂ່ງຂັນກີລາມິດຕະພາບລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບ ສສ ມຽນມາ

     ໃນພິທີເປີດການແຂ່ງຂັນກີລາມິດຕະພາບ ກອງທັບລາວ-ສສ ມຽນມາ ຄັ້ງນີ້ ພັນເອກ ຄຳປ່ຽວ ພິມມະສອນ ຫົວໜ້າກົມອົບຮົມກົມໃຫຍ່ເສນາ
ທິການກອງທັບກ່າວວ່າ: ໂດຍປະຕິບັດຕາມບົດບັນທຶກຊ່ວຍຈຳການ ຮ່ວມມືລະຫ່ວາງສອງກອງທັບ ລາວ-ມຽນມາ ທີ່ນະຄອນຫລວງ ເນປີດໍ ສສ ມຽນ
ມາ ໃນປີ 2014 ໂດຍໄດ້ຮັບການຕົກລົງເຫັນດີຈາກກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະກະຊວງປ້ອງກັນປະເທດ ແຫ່ງ ສສ ມຽນມາ ອະນຸຍາດ
ໃຫ້ຄະນະນັກກີລາຂອງສອງກອງທັບໄດ້ມີການເຄື່ອນໄຫວຢ້ຽມຢາມ, ຈັດການແຂ່ງຂັນກີ ລາມິດຕະພາບ ແລະແລກປ່ຽນບົດຮຽນເຊີ່ງກັນ ແລະກັນ ເຊິ່ງ ໄລຍະຜ່ານມາ ລາວ-ມຽນ ແມ່ນສອງປະເທດ ບ້ານໃກ້ເຮືອນຄຽງທີ່ມີຊາຍແດນ, ພູຜາປ່າໄມ້ ແລະສາຍນ້ຳຕິດຈອດກັນ ແລະມີຮີດຄອງປະເພນີ, ວັດທະ
ນະທຳຄ້າຍຄືກັນ ປະຊາຊົນທັງສອງຊາດເຄີຍມີມູນເຊື້ອອັນດີງາມໃນການໄປມາຫາສູ່ ແລະສາມັກຄີຊ່ວຍເຫລືອກັນມາແຕ່ດົນນານ ມາໃນສະພາບເງື່ອນ
ໄຂໃໝ່ນີ້ການພົວພັນລະຫວ່າງສອງຊາດສອງກອງທັບລາວ-ມຽນມາກໍຍິ່ງໄດ້ຮັບການເສີມ ແລະເພີ່ມພູນຄູນສ້າງໃຫ້ນັບມື້ດີຍິ່ງໆຂື້ນ.

     ໃນໄລຍະດຳເນີນການແຂ່ງຂັນໃນຕອນເຊົ້າມີການແຂ່ງຂັນ 2 ປະເພດກີລາຄື: ກີລາກະຕໍ້ ແລະກີລາບານສົ່ງ ເຊິ່ງບັນຍາກາດເຕັມໄປດ້ວຍກອງຊົມ
ກອງເຊຍທີ່ຮ້ອງໂຮ່ດັງກ້ອງທົ່ວສະໜາມອັນເປັນສັນຍານຄວາມສາມັກຄີຮັກແພງລະຫວ່າງຄະນະນຳ, ຄູເຝິກ ແລະນັກກີລາດ້ວຍກັນ ເຊິ່ງຜົນການແຂ່ງ
ຂັນປາກົດວ່າທິມກີລາກະຕໍ້ກອງທັບປະຊາຊົນລາວສາມາດເອົາຊະນະໄປໄດ້ 2-0 ເຊັດ, ສ່ວນກີລາບານສົ່ງ ທິມກີລາບານສົ່ງກອງທັບ ສສ ມຽນມາ ເອົາ
ຊະນະທິມກອງທັບປະຊາຊົນລາວ 3-0 ເຊັດ, ສ່ວນກີລາເຕະບານທີ່ຈັດຂຶ້ນທີ່ສະໜາມກີລາມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ກໍເຕັມໄປດ້ວຍກອງ
ເຊຍທີ່ໜາແໜ້ນ ໂດຍເກມການແຂ່ງຂັນທັງສອງ ທິມຫຼິ້ນດ້ວຍມິດຕະພາບ ແລະມີນ້ຳໃຈນັກກີລາ ຈົບເກມການແຂ່ງຂັນຄົບ 90 ນາທີ ຜົນປາກົດວ່າ
ສະເໝີກັນດ້ວຍ 0-0 ປະຕູ.