ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຮັບການເລື່ອນຊັ້ນຈາກພົນໂທຂຶ້ນເປັນພົນເອກ


ທ່ານ ພັນຄຳ ວິພາວັນ ປະດັບຊັ້ນພົນເອກໃຫ້ ທ່ານພົນໂທຈັນສະໝອນ ຈັນຍາລາດ

    ພິທີປະກາດການເລື່ອນຊັ້ນ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນຢ່າງສົມ
ກຽດທີ່ສຳນັກງານກະຊວງປ້ອງກັນປະເທດ ໃນຕອນບ່າຍວັນທີ 13 ທັນວາ 2018 ນີ້, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ກຳມະການກົມການ
ເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ມີບັນດາສະຫາຍກົມການເມືອງ, ເລຂາທິການສູນກາງພັກ ກຳມະ
ການສູນກາງພັກ ພະນັກງານຂັ້ນນຳອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.

     ທ່ານ ທອງຈັນ ໂຂງພູມຄຳ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍການເລື່ອນຊັ້ນນາຍທະ
ຫານຂັ້ນສູງຈາກພົນໂທຂຶ້ນເປັນພົນເອກ ເຊິ່ງແມ່ນຊັ້ນສູງສຸດຂອງກອງທັບປະຊາຊົນລາວ ໂດຍອີງຕາມລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປັບປຸງປີ 2015 ມາດຕາ
67 ຂໍ້ 6 ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວສະບັບປັບປຸງປີ 2018 ແລະ ອີງຕາມໜັງສືສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 161/ນຍ
ລົງວັນທີ 23 ພະຈິກ 2018 ວ່າດ້ວຍການເລື່ອນຊັ້ນນາຍທະຫານຈາກພົນໂທຂຶ້ນເປັນພົນເອກ ເຊິ່ງໃນລັດຖະດຳລັດໄດ້ລະບຸໄວ້ໃນມາດຕາ 1 ຕົກລົງເລື່ອນຊັ້ນ ທ່ານ ພົນ
ໂທ ຈັນສະໝອນ ຈັນຍາລາດ ຂຶ້ນເປັນພົນເອກ.

    ໃນໂອກາດເຂົ້າຮ່ວມພິທີທີ່ມີຄວາມໝາຍສຳຄັນນີ້, ທ່ານຮອງປະທານປະເທດໄດ້ກ່າວບາງຕອນວ່າ: ການເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງແມ່ນການເຕີບໃຫຍ່ຂະ
ຫຍາຍຕົວຂອງກອງທັບແມ່ນຄວາມເຊື່ອໝັ້ນໄວ້ວາງໃຈຂອງພັກ-ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ເຊິ່ງຜູ້ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ໄດ້ຢັ້ງຢືນເຖິງຜົນງານ
ທີ່ສະຫາຍ ພ້ອມດ້ວຍຄະນະນຳກະຊວງປ້ອງກັນປະເທດເຮັດສຳເລັດໜ້າທີ່ການເມືອງຂອງຕົນຕະຫຼອດໄລຍະທີ່ຜ່ານມາ, ກອງທັບປະຊາຊົນລາວໄດ້ມີຄວາມເຕີບໃຫຍ່ເຂັ້ມ
ແຂງຂຶ້ນດັ່ງທຸກວັນນີ້ແມ່ນຍ້ອນການປະກອບສ່ວນຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ແລະ ບັນດາຄະນະນຳກະຊວງປ້ອງກັນປະເທດໄດ້ຊີ້ນຳ-ນຳພາຢ່າງຕັ້ງໜ້າ
ເຊິ່ງກອງທັບເຮົານອກຈາກເຮັດພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດແລ້ວຍັງເປັນກຳລັງຫຼັກແຫຼ່ງໃນການປະຕິບັດໜ້າທີ່ເຮັດໃຫ້ສະພາບພາຍໃນປະເທດມີ
ຄວາມສະຫງົບປະຊາຊົນຢູ່ດີກິນດີມີສະຖຽນລະພາບດ້ານການເມືອງທີ່ໝ້ັນຄົງ ນອກນັ້ນຍັງໄດ້ເອົາໃຈໃສ່ລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຊ່ວຍ
ເຫຼືອປະຊາຊົນກອບກູ້ ແລະ ແກ້ໄຂໄພພິບັດ ໄປພ້ອມໆກັບການພັດທະນາກຳລັງປະກອບອາວຸດໃຫ້ເຂັ້ມແຂງກ້າວສູ່ແບບແຜນ ແລະ ທັນສະໄໝເທື່ອລະກ້າວ.