ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ສະຫຼຸບຖອດຖອນບົດຮຽນວຽກງານກວດກາ 5 ປີ ຄັ້ງທີ III


ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ, ຫົວໜ້າ ການ​ເມືອງ ວປກ ກຳມະການຄະນະພັກກະຊວງປ້ອງກັນປະເທດ

     ວັນທີ 9 ທັນວາ 2020 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກວດກາ 5 ປີ
ຄັ້ງທີ III (2016-2020) ແລະ ວາງທິດທາງແຜນການ 5 ປີ (2021-2025) ຂຶ້ນ. ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ, ກຳ
ມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າ ການເມືອງ ວປກ, ມີຄະນະກົມ, ຫ້ອງການ, ຄະນະວິຊາຄູ, ຄະນະຮັບຜິດຊອບນັກສຶກສາ, ພ້ອມດ້ວຍ
ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ສະຫາຍ ພັນເອກ ປອ ສົມພອນ ສີສຸວັນນະ ຮອງຫົວໜ້າ ກົມການເມືອງ ວປກ ໄດ້ສະຫຼຸບການເຄື່ອນໄຫວວຽກງານກວດກາພັກ-ລັດ ທົ່ວວິທະຍາ
ຄານປ້ອງກັນຊາດ ໄກສອນ ພົມວິຫານ ແຕ່ປີ 2016-2020 ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ຜົນງານ, ດ້ານຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ຕະ
ຫຼອດໄລຍະ 5 ປີຜ່ານມາ, ຄະນະພັກ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ກໍຄືຄະນະພັກຮາກຖານແຕ່ລະຂັ້ນ, ຜູ້ຮັບຜິດຊອບວຽກງານກວດກາ
ໄດ້ພ້ອມກັນຄົ້ນຄວ້າ ເຊື່ອມຊຶມເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງ ອົງຄະນະພັກ ກະຊວງປ້ອງກັນປະ
ເທດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເວົ້າລວມ, ເວົ້າສະເພາະກໍແມ່ນວຽກງານ
ກວດກາ. ໄດ້ຈັດຕັ້ງເຜີຍແຜ່ບັນດານິຕິກໍາຕ່າງໆ ກ່ຽວກັບວຽກງານກວດກາ ແລະ ການປະຕິບັດລະບຽບຂອງພັກ, ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ
ແລະ ວຽກງານ ອື່ນໆ, ຕິດຕາມ, ກວດກາຊຸກຍູ້ການກໍ່ສ້າງພັກ ແລະ ລົງກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເປັນປະຈໍາແຕ່ປີ 2016-2020.

     ປັດຈຸບັນທົ່ວອົງຄະນະພັກ ວປກ ມີ 7 ຄະນະພັກຮາກຖານ ແລະ ມີ 35 ໜ່ວຍພັກ. ມີສະມາຊິກພັກທັງໝົດ 826 ສະຫາຍ, ຍິງ 243 ສະຫາຍ, ສະ
ມາຊິກ ພັກສໍາຮອງ 86 ສະຫາຍ, ຍິງ 27 ສະຫາຍ ທຽບໃສ່  ປີ 2015 ເພີ່ມຂຶ້ນ 18%; ການກວດກາຕີລາຄາຄຸນນະພາບ ແລະ ຈັດແບ່ງປະເພດສະມາ
ຊິກພັກແມ່ນໄດ້ປະຕິບັດຢ່າງຖືກຕ້ອງຕາມລະບຽບຫຼັກການ, ປະເພດແຂງ 715 ສະຫາຍ, ປະເພດກາງ 42 ສະຫາຍ, ບໍ່ໄດ້ແບ່ງ 69ສະຫາຍ, ຄາດໝາຍ
ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ວປກ ສ້າງສະມາຊິກພັກແຂງໃຫ້ໄດ້ 80% ຂຶ້ນໄປ. ໃນນັ້ນສາມາດຂະຫຍາຍສະມາຊິກພັກໃໝ່ໄດ້ 248 ສະຫາຍ,
ຍິງ 63 ສະຫາຍ; ເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ 320 ສະຫາຍ, ຍິງ 85 ສະຫາຍ; ຈັດຕັ້ງມອບບັດສະມາຊິກພັກໃຫ້ສະມາຊິກ
ພັກສົມບູນຈໍານວນ 577 ສະຫາຍ, ບັນລຸໄດ້ 87,42%. ສໍາລັບວຽກງານກວດກາລັດ, ຄະນະພັກ-ຄະນະບັນຊາ, ຄະນະກວດກາແຕ່ລະຂັ້ນໄດ້ພ້ອມກັນ
ເອົາໃຈໃສ່ເຄື່ອນໄຫວດໍາເນີນການກວດກາການຈັດຕັ້ງປະຕິ ບັດແນວທາງແຜນນະໂຍບາຍຂອງພັກ, ຂໍ້ກໍານົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ,
ຂອງກອງທັບ ແລະ ລະບຽບການຕ່າງໆເວົ້າສະເພາະແມ່ນການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະເທດ ວາງອອກ, ຜ່ານການ
ກວດກາແຕ່ລະຄັ້ງເຫັນວ່າມີຫຼາຍກົມກອງ ພ້ອມກັນຈັດຕັ້ງປະຕິບັດຖືກຕ້ອງຕາມໜ້າທີ່ການເມືອງຂອງຕົນ, ເປັນຕົ້ນແມ່ນເຮັດໃຫ້ກົມກອງມີຄວາມສະ
ຫງົບເປັນ ລະບຽບຮຽບຮ້ອຍ. ກອງປະຊຸມຍັງໄດ້ຮັບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າຕື່ມອີກ ແລະ ຮັບຟັງການໂອ້ລົມຂອງ ສະຫາຍ ພົນຕີ ຄຳຫຼ້າ
ພັນໄຊຍະສຸກ. ໂດຍສະຫາຍໄດ້ ເນັ້ນໜັກໃຫ້ແຕ່ລະພາກສ່ວນຖືເອົາວຽກງານກວດກາເປັນຫຼັກການ, ເປັນແບບແຜນນໍາພາ, ເປັນໜ້າທີ່ວຽກງານທີ່ຕ້ອງ
ເຮັດເປັນປະຈໍາ, ປົກກະ ຕິ ແລະ ມີຈຸດສຸມ ເພື່ອດຳເນີນການກວດກາຢ່າງຮອບດ້ານ ແລະ ເປັນປົກກະຕິ, ແນໃສ່ສະ ກັດກັ້ນ ແລະ ແກ້ໄຂບັນດາປາກົດການ
ຫໍ້ຍທໍ້ທີ່ຈະເກີດຂຶ້ນໃນສະເພາະໜ້າ ແລະ ຍາວນານ, ເພີ່ມທະວີຄວາມຮັບຜິດຊອບ ຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕໍ່ກັບການແກ້ໄຂຜົນຂອງການ
ກວດກາໃຫ້ທ່ວງທັນກັບສະພາບການ, ເຂັ້ມງວດ, ເດັດຂາດ ແລະ ມີຜົນສັກສິດຕາມລະບຽບຂອງພັກ, ກົດໝາຍຂອງລັດວາງອອກ. ທັງນີ້ກໍເພື່ອເຮັດໃຫ້
ກົມກອງມີຄວາມະຫງົບ, ປອດໄພ.