ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ສສ ຫວຽດນາມ ມອບປືນກາລີວ
ຈຳນວນ 420 ກະບອກໃຫ້ກະຊວງປ້ອງກັນປະເທດ ສປປ ລາວ


ພົນເອກ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມເປັນສັກຂີພະຍານ ກະຊວງປ້ອງກັນປະເທດ ສສ ຫວຽດນາມ
ມອບປືນກາລີວ ຈຳນວນ 420 ກະບອກໃຫ້ກະຊວງປ້ອງກັນປະເທດ ສປປ ລາວ

     ໃນວັນທີ 14 ມັງກອນ 2019 ນີ້, ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໄດ້ນໍາເອົາປືນກາລີວ (GALIL) ຈໍານວນ 420 ກະບອກ ມາມອບໃຫ້ກະຊວງປ້ອງກັນ
ປະເທດ ສປປ ລາວ ເພື່ອນໍາໃຊ້ເຂົ້າໃນພິທີສວນສະໜາມເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃນວັນທີ 20 ມັງກອນ
2019 ນີ້.

     ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ສສ ຫວຽດນາມ ກ່າວມອບໂດຍສະຫາຍ ພັນເອກ ພິເສດ ຕ່າວ ວັນ ທ່າຍ ທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈໍາ
ສປປ ລາວ, ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ສປປ ລາວ ກ່າວຮັບໂດຍສະຫາຍ ພົນຕີ ປະສິດ ທ່ຽງທໍາ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິ
ການກອງທັບ, ໂດຍຊ້ອງໜ້າສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ຜູ້ຕາງໜ້າຈາກ
ບັນດາກົມໃຫຍ່, ຫ້ອງວ່າການກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

     ສະຫາຍ ພົນຕີ ປະສິດ ທ່ຽງທໍາ ໄດ້ກ່າວວ່າ: ການປະກອບສ່ວນມອບປືນກາລີວຂອງກອງທັບປະຊາຊົນຫວຽດນາມເຂົ້າໃນພິທີສວນສະໜາມສະເຫຼີມສະຫຼອງວັນ
ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີໃນຄັ້ງນີ້ແມ່ນມີຄວາມໝາຍສໍາຄັນທີ່ສຸດ, ສະແດງເຖິງນໍ້າໃຈແຫ່ງມິດຕະພາບ ແລະ ຄວາມຮັກແພງທີ່ເປັນມູນເຊື້ອທີ່ບໍ່
ສາມາດປະເມີນຄ່າໄດ້, ມັນແມ່ນສັນຍາລັກແຫ່ງການພົວພັນຮ່ວມມືພິເສດທີ່ແທ້ຈິງຖານສະຫາຍອ້າຍນ້ອງຂອງພວກເຮົາ ທັງເປັນການປະກອບສ່ວນອັນສໍາຄັນເຮັດໃຫ້
ພິທີສວນສະໜາມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ນີ້ ໃຫ້ມີຄວາມໝາຍຢ່າງເລິກເຊິ່ງ ແລະ ສະແດງໃຫ້ຊາວໂລກໄດ້ຮັບຮູ້, ໄດ້ເຫັນ
ເຖິງຄວາມເຕີບໃຫຍ່ເຂັ້ມແຂງຂອງກອງທັບປະຊາຊົນລາວຕະຫຼອດໄລຍະ 70 ປີຜ່ານມາ.

     ຕະຫຼອດໄລຍະຜ່ານມາສອງກອງທັບ ລາວ-ຫວຽດນາມ ຍາມໃດກໍມີການພົວພັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງຮອບດ້ານ ແລະ ສະໜິດແໜ້ນ, ບໍ່
ວ່າໃນຍາມສົງຄາມ ກໍຄືໃນຍາມສັນຕິພາບ, ສິ່ງດັ່ງກ່າວໄດ້ກາຍເປັນມູນເຊື້ອ ແລະ ເປັນແວ່ນແຍງອັນໃສແຈ້ງໄດ້ຮັບການສືບທອດຈາກພະນັກງານ-ນັກຮົບສອງກອງທັບ,
ຮຸ່ນສູ່ຮຸ່ນ ແລະ ໄດ້ກາຍເປັນສັນຍາລັກຂອງຄວາມໝັ້ນຄົງທະນົງແກ່ນແຫ່ງການພົວພັນຮ່ວມມືຂອງສອງກອງທັບ ລາວ-ຫວຽດນາມ ຕະຫຼອດໄປ.