ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ​ເຂົ້າ​ອວຍພອນ ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ


     ວັນທີ 14 ມັງກອນ 2020 ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້
ນຳເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນເຂົ້າອວຍພອນ ຈູມມາລີ ໄຊຍະສອນ ອະດີດເລຂາທິການໃຫຍ່ ຄະນະບໍລີຫານງານສູນກາງພັກ, ອະດີດປະທານປະເທດແຫ່ງ
ສປປ ລາວ ຢູ່ທີ່ເຮືຶອນພັກຂອງເພີ່ນ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄືວັນ 20 ມັງກອນ 1949-20 ມັງກອນ 2020 ທີ່ຈະໝູນວຽນມາ ຄົບຮອບ 71
ປີ ແລະ ໃນໂອກາດປີໃໝ່ສາກົນ ຄສ 2020.

     ໂອກາດນີ້ ທ່ານ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຕາງໜ້າໃຫ້ແກ່ພະນັກງານ-ນັກຮົບໃນທົ່ວກອງທັບ ໄດ້ກ່າວສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜົນງານ, ທີ່
ທ່ານ ຈູມມາລີ ໄຊຍະສອນ ໄດ້ປະກອບສ່ວນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ໂດຍສະເພາະແມ່ນການກໍ່ສ້າງກອງທັບ ປະຊາຊົນລາວ ພ້ອມທັງ
ກ່າວຄຳອວຍພອນໄຊອັນປະເສີດໃຫ້ ທ່ານ ຈົ່ງມີສຸຂະພາບແຂງແຮງມີພາລະໄມສົມບູນເປັນທຸງໄຊເຕົ້າໂຮມຄວາມສາມັກຄີ ຂອງປວງຊົນລາວບັນດາເຜົ່າໃກຊິດຕິດແທດ,
ຊຸກຍູ້ສົ່ງເສີມ ແລະ ກໍ່ສ້າງກອງທັບປະຊາຊົນລາວໃຫ້ມີບາດກ້າວອັນໃໝ່, ກ້າວຂຶ້ນເປັນກອງທັບ ທີ່ມີແບບແຜນທັນສະໄໝ ແລະ ນັບມື້ເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

     ໂອກາດດຽວກັນ ທ່ານ ຈູມມາລີ ໄຊຍະສອນ ກໍໄດ້ສະແດງຄວາມຂອບໃຈຕໍ່ ຄະນະນຳ ກະຊວງປ້ອງກັນປະເທດ, ນາຍ ແລະ ພົນທະຫານພະນັກງານ-ນັກຮົບ ທຸກຖ້ວນ
ໜ້າໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 71 ປີ ກອງທັບປະຊາຊົນລາວ ຈົ່ງສືບຕໍ່ເຮັດສຳເລັດໜ້າທີ່ການເມືອງ ຂອງຕົນທີ່ຊາດ, ພັກ ແລະ ປະຊາຊົນລາວ
ບັນດາເຜົ່າມອບໝາຍໃຫ້, ເວລາໃດກໍຈົ່ງເປັນກຳແພງອັນແໜ້ນໜາ ແລະ ເສົາຄ້ຳສຳຄັນຂອງປະເທດຊາດ ສົມກັບເປັນກອງທັບວິລະຊົນຂອງຊາດລາວວິລະຊົນຕະຫຼອດໄປ.