ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໂອ້ລົມພະນັກງານຫຼັກແຫຼ່ງທະຫານແຂວງຫຼວງພະບາງ

     ໃນວັນທີ 14 ກຸມພາ 2018 ນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ
ໄດ້ພົບປະໂອ້ລົມຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງກອງບັນຊາການທະຫານແຂວງຫຼວງພະບາງ, ມີ ພັກເອກ ບຸນຊູ ດວງຄໍາມີ ກຳມະການຄະນະ
ປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ 5 ຫ້ອງ ແລະ
ກົມກອງອ້ອມຂ້າງເຂົ້າຮ່ວມ.


ພົນໂທ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງທະຫານແຂວງ ຫຼວງພະບາງ

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ຍົກໃຫ້ເຫັນເຖິງສະພາບການຂອງໂລກ ແລະ ພາກພື້ນທີ່ມີການຜັນແປໄປຢ່າງສັບສົນດ້ວຍຫຼາຍຮູບການ
ທີ່ສົ່ງຜົນກະທົບເຖິງການສ້າງສາ ແລະ ພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມຂອງບັນດາປະເທດສັງຄົມນິຍົມໃນໂລກ. ໃນໂອກາດດັ່ງກ່າວທ່ານຍັງ
ໄດ້ຮຽກຮ້ອງ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງກອງບັນຊາການທະຫານແຂວງຫຼວງພະບາງຕ້ອງມີຄວາມ ຮັບຮູ້ເຊື່ອມຊຶມກໍາ
ແໜ້ນແນວທາງຂອງພັກ-ກົດໝາຍຂອງລັດ ໂດຍສະເພາະການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ.
ພະນັກງານສະມາຊິກພັກ-ນັກຮົບຕ້ອງເຂົ້າໃຈແຈ້ງ ແລະ ປະຕິບັດຕາມແນວທາງຂອງພັກ-ລັດ ປະຕິບັດຕາມມະຕິຄໍາສັ່ງຜູ້ບັນຊາໃຫ້ເຂັ້ມງວດບົນພື້ນຖານ
ຕ້ອງກໍາແໜ້ນໄດ້ມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ເຊິ່ງໃນນີ້: ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕ້ອງໄດ້ເພີ່ມທະວີບົດບາດການນໍາພາຂອງພັກເຂົ້າ
ໃນທຸກຂົງເຂດວຽກງານ ແລະ ຄຸ້ມຄອງດ້ວຍກົດໝາຍ, ພະນັກງານ-ນັກຮົບແຕ່ລະສະຫາຍຕ້ອງຮຽນຮູ້ ແລະ ກໍາໃຫ້ໄດ້ກ່ຽວກັບບັນດາກົດໝາຍຕ່າງໆ,
ເປັນຕົ້ນກົດໝາຍພັນທະປ້ອງກັນຊາດ, ກົດໝາຍນາຍທະຫານກອງທັບປະຊາຊົນລາວ, ກົດໝາຍວ່າດ້ວຍການປ້ອງກັນຊາດຂອງ ສປປ ລາວ, ກົດລະບຽບ
ຂອງພັກແຕ່ລະສະໄໝ ແລະ ລັດຖະທໍາມະນູນແຫ່ງ ສປປ ລາວ ສືບຕໍ່ປະຕິບັດ 4 ໜ້າທີ່ໃຫ່ຍ ແລະ 26 ແຜນງານທີ່ອົງຄະນະພັກກະຊວງປ້ອງກັນປະເທດ
ວາງອອກໃຫ້ບັນລຸຜົນເປັນຈິງ, ຮັບປະກັນເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ເຮັດໃຫ້ທຸກຄົນປະກອບສ່ວນເຮັດໜ້າທີ່ວຽກງານ
ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕ້ອງເປັນເຈົ້າການເຄື່ອນໄຫວເຮັດໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ປະສົບຜົນສໍາເລັດ ພ້ອມກັນ
ນີ້ຄະນະພັກ-ຄະນະບັນຊາຕ້ອງໄດ້ຊີ້ນໍາຈັດຕັ້ງກໍາລັງຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານແບບມູນເຊື້ອທີ່ວ່າ: ກົມກອງຢູ່ບ່ອນ
ໃດກໍ່ລົງຮາກຖານຢູ່ບ່ອນນັ້ນ, ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງທາງດ້ານການເມືອງ-ການທະຫານໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ, ປັບປຸງອົງການຈັດ
ຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງໃຫ້ຮູ້ເຄື່ອນໄຫວຕາມພາລະບົດບາດໜ້າທີ່ຂອງຕົນ, ປັບປຸງອົງການຈັດຕັ້ງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງໜັກແໜ້ນ
ໃນທຸກດ້ານ, ເອົາໃຈໃສ່ວຽກງານພະລາທິການແກ້ໄຂຊີວິດການເປັນຢູ່, ປັບປຸງຄ້າຍຄູໃຫ້ດີຂື້ນ. ສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ
ແຂງດ້ວຍຕົນເອງ.