ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານພັກ
ກົມໃຫຍ່ເສນາທິການ ຄັ້ງທີ 12 ສະໄໝທີ V ປະຈຳປີ 2019

     ກອງປະຊຸມຄົບຄະນະພັກບໍລິຫານງານພັກກົມໃຫຍ່ເສນາທິການກອງທັບ ຄັ້ງທີ 12 ສະໄໝທີ V ປະຈຳປີ 2019 ຈັດຂຶ້ນໃນວັນທີ 14 ກຸມພາ 2019 ນີ້, ໂດຍພາຍ
ໃຕ້ການເປັນປະທານຂອງສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ເລຂາຄະນະພັກກົມໃຫຍ່, ຮອງລັດຖະມົນກະຊວງປ້ອງກັນປະເທດ, ຫົວໜ້າກົມ
ໃຫຍ່ເສນາທິການກອງທັບ ເຊິ່ງມີບັນດາສະຫາຍຄະນະພັກກົມໃຫຍ່ເສນາທິການກອງທັບເຂົ້າຮ່ວມ.


ພົນໂທ ສຸວອນ ເລືອງບຸນມີ ເປັນປະທານກອງປະຊຸມຄົບຄະນະພັກ
ບໍລິຫານງານພັກກົມໃຫຍ່ເສນາທິການກອງທັບຄັ້ງທີ 12 ສະໄໝທີ V ປະ ຈຳປີ 2019

     ໃນກອງປະຊຸມໄດ້ຍົກໃຫ້ເຫັນດ້ານຕັ້ງໜ້າ ແລະ ຜົນສຳເລັດຫຼາຍດ້ານໃນການຊີ້ນຳ-ນຳພາຂອງຄະນະພັກກົມໃຫຍ່ເສນາທິການກອງທັບ ໃນຊຸມປີຜ່ານມາຄືໄດ້ຊີ້ນຳ
ກຳຫຼັງຫຼວງ-ກຳລັງທ້ອງຖິ່ນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດບົນພື້ນຖານປະຕິບັດວຽກງານສາມສ້າງອຳນວຍຄວາມສະດວກໃຫ້ການເຄື່ອນ ໄຫວຂະ
ບວນການ ແລະ ກິດຈະກຳຕ່າງໆຢູ່ທົ່ວກົມໃຫຍ່ເສນາທິການກອງທັບ ເປັນຕົ້ນໄດ້ສຳເລັດການເຂົ້າຮ່ວມແຂ່ງຂັນສິລະປະ-ວັນນະຄະດີທົ່ວກອງທັບ ແລະ ຂະບວນການກີ
ລາຕ່າງໆເພື່ອຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ, ໃນ 1 ປີຜ່ານມາໄດ້ຄົ້ນຄວ້າປັບປຸງຄະນະພັກຂັ້ນຕ່າງໆ ໃນນັ້ນປັບປຸງຄະນະພັກຮາກຖານໄດ້ 5
ຄະນະ, ຂັ້ນໜ່ວຍໄດ້ 18 ໜ່ວຍ, ອະນຸມັດໃຫ້ຄະນະພັກຮາກຖານ ແລະ ໜ່ວຍພັກດຳເນີນກອງປະຊຸມໃຫຍ່ຂອງຕົນສຳເລັດ, ຄະນະພັກຮາກຖານມີ 10 ຄະນະໜ່ວຍພັກ,
ມີ 24 ໜ່ວຍ, ໄດ້ຮັບບັດສະມາຊິກພັກສົມບູນຊຸດທີ 9 ຈຳນວນ 432 ສະຫາຍ, ຍົກຍ້າຍໄປດຳເນີນຊີວິດຢູ່ຄະນະພັກອື່ນ 216 ສະຫາຍ,ອະນຸມັດຮັບເອົາສະມາຊິກພັກ
ຈາກຄະນະພັກອື່ນເຂົ້າມາ 253 ສະຫາຍ, ໄດ້ສະຫຼຸບສະຖິຕິພັກປະຈຳປີ 2018 ສົ່ງໃຫ້ຂັ້ນເທິງສຳເລັດ, ດ້ານຄຸນນະພາບການຈັດຕັ້ງພັກ, ໄດ້ຊີ້ນຳ-ນຳພາຈັດຕັ້ງກວດກາ
ຄຸນນະພາບໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2018 ແລະ ຄົ້ນຄວ້ານຳສະເໜີຄະນະພັກກະຊວງປ້ອງກັນປະເທດຮັບຮອງມີຄື: ຄະນະພັກຮາກຖານແຂງ
ຮອບດ້ານ 14 ຄະນະ, ໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ 98 ໜ່ວຍ, ຄະນະພັກຮາກຖານແຂງ 6 ໜ່ວຍ, ກາງ 2 ຄະນະ, ໜ່ວຍພັກແຂງ 25 ໜ່ວຍ, ກາງ 3 ໜ່ວຍ, ສະ
ມາຊິກພັກແຂງຮູ້ນຳພາຮອບດ້ານ 2.382 ສະຫາຍ, ແຂງ 491 ສະຫາຍ, ກາງ 46 ສະຫາຍ, ບໍ່ໄດ້ແບ່ງປະເພດ 327 ສະຫາຍ, ທຽບໃສ່ມາດຖານທີ່ຄະນະພັກກະຊວງ
ວາງອອກບັນລຸ 70%, ໄດ້ຄົ້ນຄວ້າອະນຸມັດມະຫາຊົນກ້າວໜ້າເຂົ້າພັກໄດ້ 299 ສະຫາຍ, ອະນຸມັດສະມາຊິກພັກສຳຮອງຂຶ້ນສົມບູນ 183 ສະຫາຍ, ຈັດຕັ້ງຮຽນສະໜັບ
ສະໜູນມະຫາຊົນຜູ້ກ້າວໜ້າເພື່ອຂະຫຍາຍເຂົ້າພັກໄດ້ 362 ສະຫາຍ. ໃນກອງປະຊຸມຄະນະພັກກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ມີເນື້ອໃນສົມ
ບູນຄົບຖ້ວນ.

     ໂອກາດນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ເນັ້ນໜັກໃຫ້ບັນດາສະຫາຍໃນຄະນະພັກເພີ່ມທະວີບົດບາດການນຳພາຂອງພັກໃຫ້ສູງຂຶ້ນຕັ້ງໜ້າປະຕິບັດມະ
ຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກກະຊວງ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກົມໃຫຍ່ເສນາທິການ
ກອງທັບໃຫ້ປາກົດຜົນເປັນຈິງ ສຸມໃສ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສືບຕໍ່ແກ້ໄຂບັນດາປາກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ ມີສະຕິເປັນເຈົ້າການ
ສຸມໃສ່ວຽກງານກໍ່ສ້າງຮາກຖານຢູ່ຂອບເຂດຄວາມຮັບຜິດຊອບ, ຍົກສູງວຽກງານສຶກສາອົບຮົມການເມືອງ, ນຳພາແນວຄິດໃຫ້ພະນັກງານ-ນັກຮົບເຊື່ອມຊຶມກຳແໜ້ນຕໍ່
ແນວທາງນະໂຍບາຍຂອງພັກ, ມີຄຸນທາດການເມືອງ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ສືບຕໍ່ແກ້ໄຂຊີວິດການເປັນຢູ່ຕາມທິດນຳເພິ່ງຕົນເອງ,
ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍສຸມໃສ່ການເພີ່ມພູນຜະລິດຜົນ, ປູກຝັງ-ລ້ຽງສັດ ແລະ ຊອກແຫຼ່ງລາຍຮັບດ້ານອື່ນໆ. ກອງປະຊຸມໃນຄັ້ງນີ້ຈະໄດ້
ດຳເນີນໄປເປັນເວລາ 2 ວັນຈິຶ່ງຈະສຳເລັດ.