ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມວິທະຍາສາດ-ປະຫວັດສາດ ການທະຫານ ເຊື່ອມຊຶມ
ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X

     ໃນວັນທີ 13 ກຸມພາ 2019 ນີ້, ທີ່ກົມວິທະຍາສາດ-ປະຫວັດສາດການທະຫານ ໄດ້ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະ
ໄໝທີ X ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ພ້ອມດ້ວຍຄະນະພັກ-ຄະນະບັນຊາ,
ພະນັກງານ-ນັກຮົບໃນກົມເຂົ້າຮ່ວມ.


ພົນຈັດຕະວາ ວຽງໄຊ ສົມວິຈິດ ເປັນປະທານເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X

     ໃນໂອກາດນີ້, ສະຫາຍປະທານໄດ້ຜ່ານເອກະສານກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ເຊິ່ງປະກອບດ້ວຍເອກະສານມະຕິກອງປະຊຸມ
ຄົບຄະນະຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X, ມະຕິຂອງຄະນະບໍລິຫານງານສູນກາງພັກເລກທີ 057/ຄບສພ ລົງວັນທີ 19 ທັນວາ 2018 ວ່າດ້ວຍ
ການເພີ່ມທະວີການນຳພາແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງການຄຸ້ມຄອງມະຫາພາກ, ມະຕິຂອງຄະນະບໍລິຫານງານສູນກາງ
ພັກສະໄໝທີ X ເລກທີ 056/ຄບສພ ລົງວັນທີ 19 ທັນວາ 2018 ວ່າດ້ວຍການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນ ໃຫ້ເຂັ້ມແຂງ ແລະ
ໜັກແໜ້ນ.

     ການເປີດບັ້ນເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ
ເພື່ອໃຫ້ພະນັກງານ-ສະມາຊິກພັກໄດ້ຮັບຮູ້ເຊື່ອມຊຶມເນື້ອໃນຈິດໃຈມະຕິດັ່ງກ່າວຢ່າງເລິກເຊິ່ງ, ສ້າງຄວາມເຂົ້າໃຈເປັນເອກະພາບ ແລະ ນໍາໄປຜັນຂະຫຍາຍຈັດຕັ້ງປະຕິບັດ
ໃຫ້ເກີດໝາກຜົນຕົວຈິງ, ໂດຍສະເພາະຂົງເຂດວຽກງານການເພີ່ມທະວີການນຳພາແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງຂອງການ
ຄຸ້ມຄອງມະຫາພາກໃນຂົງເຂດເສດຖະກິດການເງິນ ແລະ ການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ, ບົນພື້ນ
ຖານດັ່ງກ່າວນີ້ເປັນການປັບປຸງຍົກສູງທັດສະນະຫຼັກໝັ້ນ,
ຄຸນທາດການເມືອງຂອງພະນັກງານຫຼັກແຫຼ່ງແຕ່ລະຂັ້ນໃຫ້ມີຄວາມເດັດດ່ຽວໜຽວແໜ້ນສືບຕໍ່ບຸກທະລຸດ້ານ
ແນວຄິດ-ຈິນຕະນາການສ້າງໃຫ້ມີການຫັນປ່ຽນທາງດ້ານທັດສະນະແນວຄິດ ແລະ ການກະທຳທີ່ສົ່ງເສີມດ້ານດີ, ແກ້ໄຂຈຸດອ່ອນ, ເປັນເຈົ້າການຕອບຕ້ານທຸກກົນອຸບາຍ
ມ້າງເພທຳລາຍຂອງພວກອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ, ປັບປຸງແບບ ແຜນດຳລົງຊີວິດທີ່ປອດໃສ, ຂາວສະອາດປາສະຈາກການສໍ້ລາດບັງຫຼວງ, ປັບປຸງຄວາມສາ
ມັກຄີພາຍໃນເປັນເອກະພາບ, ເປັນກ້ອນກຳລັງແຮງອັນເຂັ້ມແຂງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.