ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມວິທະຍາສາດ-ປະຫວັດສາດ ການທະຫານ ​ເຊື່ອມ​ຊຶມ​ບັນດາ​ເອກະສານ
​ແລະ ສະຫຼຸບວຽກງານປ້ອງ​ກັນ​ພາຍ​ໃນ​ໄລຍະ 5 ປີ


ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວສ- ປສການທະຫານ ​ເປັນ​ປະທານ

     ວັນທີ 11 ກຸມພາ ປີ 2021 ກົມ ວິທະຍາສາດ-ປະຫວັດສາດ ການທະຫານ, ກະຊວງປ້ອງກັນ ປະເທດ ໄດ້ຈັດຕັ້ງເຊື່ອມຊຶມບັນດາເອກະສານແຈ້ງ
ການ, ຄຳສັ່ງແນະນຳ, ຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ແລະ ບົດສະຫຼຸບວຽກງານປ້ອງກັນພາຍໃນ 5 ປີ ແລະ ວາງທິດທາງຮອດ ປີ 2025 ໂດຍ
ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວສ-ປສ ການທະຫານ ມີ ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກ
ແຫຼ່ງເຂົ້າຮ່ວມ.

     ສະຫາຍ ພັນໂທ ສຸລິວົງ ໄຊຍະວົງ ຮັກສາການຫົວໜ້າ ພະແນກການເມືອງ ໄດ້ຂຶ້ນເຜີຍແຜ່ບັນດາ ເອກະສານ, ຄຳສັ່ງແນະນຳ, ແຈ້ງການ ແລະ ຂໍ້
ຕົກລົງຈຳນວນໜຶ່ງຂອງ ກະຊວງປ້ອງກັນປະເທດ ບົດສະຫຼຸບວຽກງານປ້ອງກັນພາຍໃນໄລຍະ 5 ປີ ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ ເພື່ອໃຫ້ພະນັກ
ງານ-ນັກຮົບ ພາຍໃນກົມກອງຮັບຮູ້ ແລະ ກຳໄດ້ສະພາບການບັນດາເຫດການປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນ ກອງທັບ ເພື່ອຮ່ວມກັນມີສ່ວນຮ່ວມ
ໃນການແກ້ໄຂ, ຕ້ານ ແລະ ສະກັດກັ້ນບັນດາໜໍ່ແໜງ ທີ່ພາໃຫ້ເກີດມີປະກົດການຫຍໍ້ທໍ້ ເພື່ອຫັນທິດສ້າງກອງທັບໃຫ້ມີ ຄວາມປອດໃສ ເຂັ້ມແຂງ ໜັກ
ແໜ້ນ ເຊິ່ງທຸກກົມກອງຕ້ອງພ້ອມກັນຈັດຕັ້ງໃຫ້ໄດ້ກອງ 3 ປອດ ຄື: 1 ປອດໃສ ແມ່ນສ້າງໃຫ້ກົມກອງ ມີຄວາມປອດໃສ ໜັກແໜ້ນ ເຂັ້ມແຂງ ທາງ
ດ້ານການເມືອງແນວຄິດ, ການຈັດຕັ້ງ ແລະ ຮັບປະກັນທາງດ້ານວິຊາສະເພາະ, 2 ປອດໄພແມ່ນຮັບປະກັນເຮັດໃຫ້ນາຍ ແລະ ພົນທະຫານມີຄວາມປອດ
ໄພຮັບປະກັນໃຫ້ແຂກການນຳທັງພາຍໃນ ແລະ ຕ່າງປະເທດ ທີ່ມາຢ້ຽມຍາມມີຄວາມປອດໄພບໍ່ໃຫ້ຊັບສົມບັດຂອງລວມໝູ່ ແລະ ບຸກຄົນຕ້ອງຕົກເຮ່ຍ
ເສຍຫາຍ, 3 ປອດຄະດີແມ່ນບໍ່ໃຫ້ກົມກອງ ມີຄະດີຮ້າຍແຮງເກີດຂຶ້ນບໍ່ໃຫ້ມີປະກົດການຫຍໍ້ທໍ້ພາຍໃນກົມກອງ 5 ປີ ຕໍ່ເນື່ອງຕິດຕໍ່ກັນ ຈຶ່ງຖືວ່າຄົບຕາມ
ເງື່ອນໄຂກົມກອງ 3 ປອດ ແລະ ໄດ້ຮັບໃບຢັ້ງຢືນຈາກ ກະຊວງປ້ອງກັນປະເທດ. ສຳລັບ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ສາມາດປະຕິບັດ
ໄດ້ 3 ພະແນກການກົມກອງສະ​ເພາະລວມໝູ່ ໃນນັ້ນມີ ພະແນກວິທະຍາສາດ, ພະແນກ ປະຫວັດສາດ ແລະ ພະແນກຂໍ້ມູນ ຂ່າວສານ.

     ໃນໂອກາດນີ້, ສະຫາຍ ຫົວໜ້າກົມ ຍັງໄດ້ເນັ້ນໜັກໃຫ້ທຸກພະແນກການ ເອົາໃຈໃສ່ຈັດຕັ້ງປະຕິບັດຕາມເງື່ອນໄຂມາດຖານ ທີ່ຂັ້ນເທິງວາງອອກ
ໃຫ້ໄດ້ດີ ຂະຫຍາຍຈາກພະແນກການ ໃຫ້ໄດ້ຫຼາຍຕື່ມຄຽງຄູ່ກັບການເຮັດວຽກວິຊາສະເພາະ ໃຫ້ສຳເລັດໄປພ້ອມກັນ ຖືເອົາວຽກງານສຶກສາອົບຮົມການ
ເມືອງ-ນຳພາແນວຄິດ ເປັນປົກກະຕິ ແລະ ຕໍ່ເນື່ອງ. ໂອກາດນີ້ ປະທານ ກອງປະຊຸມຍັງໄດ້ຂຶ້ນມອບໃບຢັ້ງຢືນກອງ 3 ປອດ ໃຫ້ພະແນກ ທີ່ໄດ້ຮັບຢ່າງ
ສົມກຽດ.

     ພ້ອມດຽວກັນນັ້ນຍັງໄດ້ປະດັບຊັ້ນໃຫ້ນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນຈາກຮ້ອຍເອກຂຶ້ນ ພັນຕີ 9 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍ​ເອກ​ຂຶ້ນພັນ
​ຕີ 5 ສະຫາຍ ​ແລະ ​ເລື່ອນ​ທຽບຊັ້ນ ວາທີ ຂຶ້ນ ຮ້ອຍຕີ 2 ສະຫາຍ.