ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມທາງໄກສອງ​ກົມ​ພົວພັນຕ່າງປະເທດ ກອງທັບ​ລາວ-ອິນ​ໂດ​ເນ​ເຊຍ


ປະຊຸມທາງໄກລະຫວ່າງສອງ ກະຊວງປ້ອງກັນປະເທດ ລາວ-ອິນໂດເນເຊຍ

     ວັນທີ 11 ກຸມພາ 2021, ຢູ່ທີ່ ກົມພົວພັນຕ່າງປະເທດ ໄດ້ຈັດກອງປະຊຸມທາງໄກລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ອິນໂດເນເຊຍ, ຄະນະ
ຜູ້ແທນຝ່າຍລາວ ນຳໂດຍ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ, ຫົວໜ້າ ກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ສປປ ລາວ ແລະ ຄະ
ນະຜູ້ແທນຝ່າຍ ອິນໂດເນເຊຍ ນໍາໂດຍ ທ່ານ ພົນຈັດຕະວາ ບິນຊາ ເຊຍນີປາ, ຫົວໜ້າ ກົມຮ່ວມມືສາກົນ, ຍຸດທະສາດປ້ອງກັນຊາດ, ກະຊວງປ້ອງກັນປະ
ເທດ ອິນໂດເນເຊຍ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ເພື່ອສະຫຼຸບຕີລາຄາການຈັດຕັ້ງຜັນຂະຫຍາຍແຜນການຮ່ວມມືປະຈໍາປີ 2020 ແລະ ວາງທິດທາງ
ແຜນການປີ 2021.

     ກອງປະຊຸມໄດ້ແລກປ່ຽນທັດສະນະ ກ່ຽວກັບການຈັດຕັ້ງປະຕິບັດແຜນການຮ່ວມມືສອງຝ່າຍ ໃນໄລຍະ 1 ປີ ຜ່ານມາເຫັນວ່າ ສອງຝ່າຍໄດ້ຕັ້ງໜ້າ
ແລະ ເອົາໃຈ ໃສ່ໃນການຈັດຕັ້ງຜັນຂະຫຍາຍແຜນການຮ່ວມມືປະຈໍາປີ, ສໍາລັບ ປີ 2020 ເປັນປີທໍາອິດທີ່ສອງຝ່າຍ ເລີ່ມຈັດຕັ້ງຜັນຂະຫຍາຍເນື້ອໃນ
ບົດບັນທຶກຂອງສອງ ກະຊວງປ້ອງກັນປະເທດ, ແຕ່ຍ້ອນມີການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບໃຫ້ແຜນການຮ່ວມມືສອງຝ່າຍບໍ່
ສາມາດປະຕິບັດໄດ້ຕາມແຜນການວາງໄວ້ຄື: ຕາມແຜນການມີການແມ່ນຈະແລກປ່ຽນຄະນະຜູ້ແທນ ລາວ ໄປ ອິນໂດເນເຊຍ 3-4 ຄະນະ ແລະ ອິນໂດ
ເນເຊຍ ມາ ລາວ 2-3 ຄະນະ, ແຕ່ທັງສອງຝ່າຍແມ່ນບໍ່ສາມາດຈັດຕັ້ງປະຕິບັດໄດ້ໃນ ປີ 2020, ໃນນັ້ນລວມທັງ ຄະນະລັດຖະມົນຕີ ກະຊວງປ້ອງ ກັນ
ປະເທດ ອິນໂດເນເຊຍ ທີ່ມີແຜນເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນປີ 2020. ສະນັ້ນ, ຈິ່ງໄດ້ເລື່ອນ ເວລາຢ້ຽມຢາມ ໃສ່ແຜນ
ການປີ 2021.

     ເຖິງຢ່າງໃດກໍຕາມ, ທັງສອງຝ່າຍໄດ້ມີຄວາມພະຍາຍາມຊຸກຍູ້ ໃຫ້ບັນດາເນື້ອໃນຫົວຂໍ້ບົດບັນທຶກໃຫ້ແຕກດອກອອກຜົນ ແລະ ປາກົດຜົນເປັນຈິງ
ເທື່ອລະກ້າວ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ລາຍງານສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ເຊິ່ງເປັນອີກບັນຫາໜຶ່ງທີ່ໃຫ້ຄວາມສຳຄັນເນື່ອງ
ຈາກພະຍາດດັ່ງກ່າວໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ການພັດທະນາເສດຖະກິດ-ສັງຄົມ, ລວມທັງການສູນເສຍຊີວິດ ຂອງມວນມະນຸດຢ່າງຫຼວງ ຫຼາຍ
ເຊິ່ງມາເຖິງປັດຈຸບັນຕົວເລກຂອງຜູ້ຕິດເຊື້ອ ແລະ ເສຍຊີວິດຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ.

     ກອງປະຊຸມໄດ້ຄົ້ນຄວ້າພິຈາລະນາຢ່າງກົງໄປກົງມາກ່ຽວກັບຮູບແບບ ຫຼື ວິທີການຈັດຕັ້ງປະຕິບັດບົດບັນທຶກສອງຝ່າຍໃຫ້ມີປະສິດທິພາບສູງຂຶ້ນກວ່າ
ເກົ່າ ໂດຍສະເພາະໃນຂົງເຂດການຮ່ວມມືສອງຝ່າຍໃນການຈັດຕັ້ງ ກອງປະຊຸມລະຫວ່າງກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ສປປ ລາວ ແລະ
ກະຊວງ ປ້ອງກັນປະເທດ ອິນໂດເນເຊຍ ໄດ້ຮັບຜົນສໍາເລັດເປັນຢ່າງດີ.