ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຜີຍແຜ່ຄຳສັ່ງແນະນຳ ແລະ ແຜນການຈັດຕັ້ງດຳເນີນ
ຊີວິດການເມືອງປັບປຸງປົວແປງພາຍໃນພັກທົ່ວກອງທັບ

     ຄະນະພັກກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ຄຳສັ່ງແນະນຳວ່າດ້ວຍການດຳເນີນຊີວິດການເມືອງປັບປຸງປົວແປງທົ່ວອົງຄະນະພັກກະ
ຊວງປ້ອງກັນປະເທດ ປີ 2017 ແລະແຜນການຈັດຕັ້ງດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກທົ່ວກອງທັບ ໃນວັນທີ 13 ມີນາ 2017 ນີ້, ໂດຍ
ການເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຮອງລັດ
ຖະມົນຕີ ຄະນະປະຈຳພັກ-ຄະນະພັກກະຊວງ ແລະ ບັນດາຄະນະພັກ-ຄະນະບັນຊາ ຈາກກົມໃຫຍ່-ກົມນ້ອຍເຂົ້າຮ່ວມ.

                            
                             ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມເຜີຍແຜ່ຄຳສັ່ງແນະນຳ ແລະ ແຜນການຈັດຕັ້ງດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກທົ່ວກອງທັບ

     ກອງປະຊຸມດັ່ງກ່າວນີ້ ແມ່ນປະຕິບັດຕາມຄຳສັ່ງແນະນຳຂອງກົມການເມືອງສູນກາງພັກວ່າດ້ວຍການດຳ ເນີນຊີວິດການເມືອງປັບປຸງປົວແປງທົ່ວພັກ
ປີ 2017 ເພື່ອເສີມຂະຫຍາຍມູນເຊື້ອ, ຜົນງານດ້ານດີຂອງພັກ ໃນໄລຍະຜ່ານມາ, ແກ້ໄຂຈຸດອ່ອນ, ຂໍ້ບົກຜ່ອງ ແລະສິ່ງທ້າທາຍທົດສອບທີ່ເປັນໄພອັນຕະ
ລາຍຕໍ່ພັກເຮົາທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າດ້ວຍຈິດໃຈບຸກທະລຸ ແນໃສ່ຍົກສູງຄວາມ
ສາມາດນຳພາ ແລະລັກສະນະນຳໜ້າຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນພັກ, ພາຍໃນຊາດ ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່
ຮອບດ້ານ ແລະມີຫຼັກການຂອງພັກ ເດັດດ່ຽວ ປົກປັກຮັກສາ ແລະພັດທະນາປະເທດຊາດກ້າວຂຶ້ນສູ່ຈຸດໝາຍ ສັງຄົມນິຍົມຢ່າງໜັກແໜ້ນ ເພື່ອສ້າງ ແລະ
ຍົກລະດັບຄວາມສາມາດນຳພາຂອງພັກ ແລະວິທີເຮັດວຽກ, ຄວາມຮັບຜິດຊອບການເມືອງຂອງຄະນະພັກແຕ່ລະຂັ້ນ ແລະຂອງສະມາຊິກພັກ, ຍົກລະດັບ
ການຄົ້ນຄວ້າກຳແໜ້ນແນວທາງກຳແໜ້ນວຽກງານກໍ່ສ້າງພັກ ການຕິຊົມຕົນເອງ ຕິຊົມກັນພາຍໃນພັກ ແລະຄວາມເປັນແບບຢ່າງເຮັດແທ້ທຳຈິງ, ທັງເປັນ
ການສ້າງຄວາມເປັນເອກະພາບ ແລະຄວາມຕັດສິນໃຈສູງຂອງທົ່ວພັກທົ່ວອົງຄະນະພັກກະຊວງປ້ອງກັນປະເທດໃນການກຳນົດທິດທາງມາດຕະການແກ້
ໄຂບັນຫາຕົວຈິງແຕ່ເທິງລົງລຸ່ມ.

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍໄດ້ຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບມອບໝາຍຈົ່ງພ້ອມກັນຍົກສູງຄວາມເປັນເຈົ້າການ ຄວາມຮັບຜິດ
ຊອບໃນການດຳເນີນຊີວິດການເມືອງປັບປຸງປົວແປງທົ່ວພັກຄັ້ງນີ້ ໂດຍສະເພາະແມ່ນຄະນະພັກ, ຄະນະນຳຂັ້ນສູງເທົ່າໃດຍິ່ງຕ້ອງເປັນແບບຢ່າງນຳໜ້າໃນ
ການຕຳນິຕິຊົມຕົນເອງ ແລະຕິຊົມກັນຢ່າງແຂງແຮງເລິກເຊິງ ແລະຈິງໃຈ ບົນພື້ນຖານຂໍ້ມູນຕົວຈິງເຮັດໃຫ້ການດຳເນີນຊີວິດການ ເມືອງປັບປຸງປົວແປງ
ພາຍໃນພັກຢ່າງແທ້ຈິງ ແລະພ້ອມກັນສ້າງຄວາມຕັດສິນໃຈຜ່ານຜ່າຂໍ້ຫຍຸ້ງຍາກ ເພື່ອເຮັດໃຫ້ແຜນການດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ
ທົ່ວກອງທັບໃນຄັ້ງນີ້ລຸລ່ວງໄປດ້ວຍໝາກຜົນອັນດີ.