ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບຄະນະຜູ້ແທນກອງທັບປະຊາຊົນຫວຽດນາມ

     ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ໃຫ້
ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພົນໂທ ເຈີ່ນເດີນ ກໍາມະການສູນກາງພັກ, ຮອງ
ລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ ໃນຕອນບ່າຍວັນທີ 14 ມີນານີ້, ໃນໂອກາດທີ່ຄະນະຜູ້ແທນກອງທັບປະຊາ ຊົນຫວຽດນາມເດີນ
ທາງມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ.

                            
                                                                      ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບຄະນະຜູ້ແທນກອງທັບປະຊາຊົນຫວຽດນາມ

     ສະຫາຍ ພົນໂທ ເຈີ່ນເດີນ ໄດ້ຖືເອົາໂອກາດດັ່ງກ່າວລາຍງານເຖິງໝາກຜົນແຫ່ງການພົວພັນຮ່ວມມືກັນລະຫວ່າງສອງກະຊວງປ້ອງກັນປະເທດຫວຽດ
ນາມ ແລະລາວ ໃນໄລຍະຜ່ານມາຕາມອະນຸສັນຍາການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດຫວຽດ-ລາວໄດ້ເຊັນກັນໄວ້, ພ້ອມທັງຢືນຢັນວ່າຈະ
ພະຍາຍາມສຸດຄວາມສາມາດ ເພື່ອພ້ອມກັບຝ່າຍລາວປົກປັກຮັກສາ ແລະເສີມຂະຫຍາຍສາຍພົວພັນຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ
ລະຫວ່າງສອງຊາດ, ສອງກອງທັບໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

     ໂອກາດນີ້ ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະຕີລາຄາສູງຕໍ່ການເດີນທາງມາຢ້ຽມ
ຢາມ ແລະເຮັດວຽກຢູ່ ສປປ ລາວ ຂອງສະຫາຍ ພົນໂທ ເຈີ່ນ ເດີນ ພ້ອມຄະນະໃນຄັ້ງນີ້, ເຊິ່ງຈະເປັນການປະກອບສ່ວນນຳມາເຊິ່ງຜົນປະໂຫຍດສູງສຸດ
ແກ່ກອງທັບ ແລະປະຊາຊົນສອງຊາດລາວ-ຫວຽດນາມ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງຄວາມສາມັກຄີພິເສດທີ່ມີມູນ ເຊື້ອອັນດີງາມມາ
ແຕ່ດົນນານແລ້ວນັ້ນໃຫ້ແໜ້ນແຟ້ນຍິ່ງຂຶ້ນ.