ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບເອກອັກຄະລັດຖະທູດ ອົດສະຕຣາລີ ຄົນໃໝ່

     ຕອນເຊົ້າວັນທີ 14 ມີນາ 2018 ນີ້, ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນ
ປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຈນ ເບີນາດ ຄາລາສໂກ ເນື່ອງໃນໂອກາດມາດຳລົງຕຳແໜ່ງເອກອັກຄະລາດຖະທູດ
ວິສາມັນຜູ້ມີອຳນາດເຕັມຄົນໃໝ່ຂອງປະເທດອົດສະຕຣາລີ ປະຈຳຢູ່ ສປປ ລາວ.


ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຈນເບີນາດຄາລາສໂກ

     ໂອກາດດັ່ງກ່າວ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍ ແລະ ອວຍພອນ ທ່ານ
ເຈນ ເບີນາດ ຄາລາສໂກ ທີ່ໄດ້ຮັບມອບໝາຍໜ້າທີ່ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ຄົນໃໝ່,
ເຊິ່ງເຊື່ອໝັ້ນວ່າ ທ່ານ ເອກອັກຄະລັດຖະທູດຄົນໃໝ່ຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນໃນການພົວພັນຮ່ວມມືລະຫວ່າງ ລາວ-ອົດສະຕຣາລີ, ເວົ້າ
ສະເພາະສອງກອງທັບ ລາວ-ອົດສະຕຣາລີ ໃນການປະຕິບັດໜ້າທີ່ເປັນຂົວຕໍ່ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນລະຫວ່າງສອງລັດ
ແລະ ປະຊາຊົນສອງຊາດ ລາວ-ອົດສະຕຣາລີ ໃຫ້ນັບມື້ນັບມີປະສິດທິຜົນຍິ່ງໆຂຶ້ນ, ພ້ອມດຽວກັນນັ້ນ ຍັງໄດ້ຂອບອົກຂອບໃຈຢ່າງຈິງໃຈຕໍ່ກັບລັດຖະ
ບານອົດສະຕຣາລີ ກໍຄືກະຊວງປ້ອງກັນປະເທດອົດສະຕຣາລີ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອໃນຂົງເຂດວຽກງານຕ່າງໆແກ່ ສປປ ລາວ ກໍຄືກະຊວງ
ປ້ອງກັນປະເທດ ສປປ ລາວ ດ້ວຍດີຕະຫຼອດມາ.

     ທ່ານ ເຈນ ເບີນາດ ຄາລາສໂກ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ
ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຢືນຢັນວ່າໃນໂອກາດທີ່ຕົນມາຮັບໜ້າທີ່ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ອົດສະຕຣາ
ລີ ປະຈຳ ສປປ ລາວ ຄົນໃໝ່ ຈະເຮັດສຸດຄວາມສາມາດຂອງຕົນເພື່ອສືບຕໍ່ປະຕິບັດໜ້າທີ່ວຽກງານໃຫ້ການຊ່ວຍເຫຼືອດ້ານການສຶກສາ, ວຽກງານເກັບກູ້
ລະເບີດບໍ່ທັນແຕກ ແລະ ວຽກງານອື່ນໆ, ເປັນຂົວຕໍ່ໃນການປະສານສົມທົບກັບກະຊວງປ້ອງກັນປະເທດ ອົດສະຕຣາລີ ໃນການຮ່ວມມືຂອງສອງກອງທັບ
ອົດສະຕຣາລີ-ລາວ, ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນຂອງສອງປະເທດໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມດຽວກັນນັ້ນ,
ຍັງໄດ້ປຶກສາຫາລືກ່ຽວກັບສະພາບການຂອງໂລກໃນປະຈຸບັນ.