ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍພັກກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ
ທາບທາມຢັ່ງຫາງສຽງຄະນະພັກຊຸດໃໝ


ພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ

     ວັນທີ 13-14 ມີນາ 2019 ນີ້, ກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ ໄດ້ເປີດກອງປະຊຸມທາບທາມຢັ່ງຫາງສຽງຄະນະພັກຊຸດໃໝ່ຂຶ້ນ ໂດຍການເປັນ
ປະທານຂອງ ສະຫາຍ ພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ຄະນະພັກກົມໃຫຍ່ການເມືອງກອງທັບ, ເລຂາໜ່ວຍພັກ, ຫົວໜ້າກົມໂຄສະນາອົບຮົມກົມ ໃຫຍ່ການ
ເມືອງກອງທັບ, ມີຕາງໜ້າພະແນກພະນັກງານຫ້ອງການເມືອງ, ມີບັນດາພະນັກງານສະມາຊິກພັກເຂົ້າຮ່ວມຢ່າງພ້ອມພຽງ.

     ສະຫາຍ ພັນໂທ ບຸນປະສົງ ຈຳປາທອງ ຫົວໜ້າພະແນກກວດກາຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານມາດຖານເງື່ອນໄຂຜູ້ທີ່ຈະສະໝັກຮັບ
ເລືອກຕັ້ງເຂົ້າໃນຄະນະພັກຊຸດໃໝ່ ໂດຍອີງໃສ່ມາດຖານເງື່ອນໄຂຜູ້ສະໝັກຮັບເລືອກຕັ້ງ ແລະ ໄດ້ປະຕິບັດຕາມກົດລະບຽບຂອງພັກທີ່ໄດ້ກຳນົດໄວ້. ກອງປະຊຸມທາບ
ທາມໄດ້ປ່ອນບັດຄັດເລືອກເອົາບຸຄະລາກອນ 2 ຄັ້ງ ເຊິ່ງໄດ້ຈຳນວນບຸຄະລາກອນຮັບສະໝັກເລືອກຕັ້ງເປັນຄະນະພັກຊຸດໃໝ່ ຖືກຕ້ອງຕາມມາດຖານເງື່ອນໄຂ ແລະ
ລະບຽບຫຼັກການຂອງພັກ.