ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຕົກລົງ​ແຕ່ງຕັ້ງ ສະຫາຍ ພົນ​ຕີ ປະສິດ​ທ່ຽງທຳ ​ເປັນ​ຫົວໜ້າກົມ​ໃຫ່ຍ​ເຕັກນິກ​ກອງທັບ


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ໃນວັນທີ 12 ມີນາ 2021 ນີ້, ຢູ່ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດພິທີປະກາດການຈັດຕັ້ງ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະ
ໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ ຄະນະພັກ-ຄະນະບັນຊາ ຈາກ 4 ກົມໃຫຍ່, ກົມ,
ຫ້ອງການ, ກອງຕະຫຼອດຮອດພະນັກງານທົ່ວ ກົມໃຫຍ່ເຕັກນິກເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ວົງສອນ ອີນປານພິມ ກຳມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ ໄດ້
ຂຶ້ນຜ່ານດໍາລັດວ່າດ້ວຍການແຕ່ງຕັ້ງ ຫົວໜ້າ ກົມໃຫຍ່ເຕັກນິກກອງທັບ ກະຊວງປ້ອງກັນປະເທດ ອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ
ຢູ່ກະຊວງປ້ອງກັນປະເທດ, ຕາມກົດໝາຍວ່າດ້ວຍນາຍທະຫານ ກອງທັບປະຊາຊົນລາວ ແລະ ອີງຕາມໜັງສືສະເໜີຂອງ ຄະນະຈັດຕັ້ງສູນກາງພັກ; ດັ່ງນັ້ນ,
ນາຍົກລັດຖະມົນຕີ ອອກດໍາລັດຕົກລົງແຕ່ງຕັ້ງ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ເປັນຫົວໜ້າ ກົມໃຫຍ່ເຕັກນິກກອງທັບ ກະຊວງປ້ອງກັນປະເທດ ພ້ອມນີ້,
ຍັງໄດ້ຜ່ານດຳລັດວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍທະຫານ. ໃນນີ້ໄດ້ແຕ່ງຕັ້ງ ສະຫາຍ ພັນເອກ ຈອມເພັດ ໄຊຍະສຸກ ເປັນຮອງຫົວໜ້າ ກົມໃຫຍ່
ເຕັກນິກກອງທັບ, ຍົກຍ້າຍ ສະຫາຍ ພັນໂທ ອານຸສອນ ຈະເລີນພົນມີໄຊ ຮອງຫົວໜ້າ ກົມເສນາເຕັກນິກໄປໃຫ້ ກົມເຕັກນິກເຫຼົ່າຮົບ, ສະຫາຍ ພັນໂທ
ບຸນທະໜອນ ສາຍຄໍາຈັນ ຫົວໜ້າ ການທະຫານໂຮງງານ ອ 674 ໄປໃຫ້ ກົມເສນາເຕັກນິກ ແລະ ໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ວຽງເພັດ ສົມມະນີ ເປັນ
ຫົວໜ້າ ກົມເສນາເຕັກນິກ, ສະຫາຍ ພັນໂທ ບຸນທະໜອນ ສາຍຄໍາຈັນ ເປັນຮອງຫົວໜ້າ ກົມເສນາເຕັກນິກ, ສະຫາຍ ພັນໂທ ອຳພາວັນ ມິນີວົງ ເປັນ
ຫົວໜ້າ ກົມມາດຕະຖານ-ວັດ ແທກ-ຄຸນນະພາບ, ສະຫາຍ ພັນໂທ ຄຳສົດ ສາດສະວົງ ເປັນຮອງຫົວໜ້າ ກົມມາດຕະຖານ-ວັດແທກ-ຄຸນນະພາບ ແລະ
ສະຫາຍ ພັນໂທ ອານຸສອນ ຈະເລີນ ພົນມີໄຊ ເປັນຮອງຫົວໜ້າ ກົມເຕັກນິກເຫຼົ່າຮົບ ພ້ອມນີ້, ກໍໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸຍາດໃຫ້ນາຍທະຫານ
ຢູ່ ກົມໃຫຍ່ເຕັກນິກກອງທັບ ພັກການເພື່ອກຽມຮັບບໍານານ.

     ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ນາຍທະຫານ ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ວ່າ: ຈົ່ງພ້ອມ
ກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃຫ້ສູງຂຶ້ນກວ່າເກົ່າ, ເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເພີ່ມຄວາມ
ສາມັກຄີພາຍໃນ ແລະ ຮັກສາແໜ້ນມູນເຊື້ອອັນສະຫງ່າງາມ ຂອງກົມກອງ, ອອກແຮງປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານ ທັງ 3 ຮຸ່ນ ແລະ ຕັ້ງໜ້າປະຕິບັດ
ທຸກມະຕິຄໍາສັ່ງທຸກໜ້າທີ່ວຽກງານໂດຍປິ່ນອ້ອມ 4 ໜ້າທີ່ ໃຫຍ່ 26 ແຜນງານທີ່ ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກ, ທັງໝົດນັ້ນແມ່ນເພື່ອ
ພ້ອມກັນນໍາພາກອງທັບ, ນໍາພາກົມກອງກ້າວຂຶ້ນເຮັດສຳເລັດໜ້າທີ່ສໍາຄັນອັນໜັກໜ່ວງທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີຜົນສໍາເລັດ.