ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມໜ່ວຍງານຜູ້ຊ່ຽວຊານວິຊາການດ້ານການເກັບກູ້ລະເບີດເພື່ອມະນຸດສະທຳ ຄັ້ງທີ 5

     ວັນທີ 12 ພຶດສະພາ 2017 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມປຶກສາຫາລື ແລະຜ່ານລາຍງານຄວາມຄືບໜ້າການກະກຽມຈັດກອງ
ປະຊຸມໜ່ວຍງານວິຊາການຜູ້ຊ່ຽວຊານດ້ານການເກັບກູ້ລະເບີດ ເພື່ອມະນຸດສະທຳ ຄັ້ງທີ 5 ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ
ອາຊຽນ-ບວກ (5th ADMM-Plus EWG on HMA) ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດ, ມີຜູ້ຕາງໜ້າຈາກຫ້ອງການເກັບກູ້ລະເບີດແຫ່ງຊາດ, ບັນດາອະນຸກຳມະທິການຮັບຜິດຊອບແຕ່ລະຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.


ພົນຕີ ອ່ອນສີ ແສນສຸກ ເປັນປະທານກອງປະຊຸມໜ່ວຍງານຜູ້ຊ່ຽວຊານ
ວິຊາການດ້ານການເກັບກູ້ລະເບີດເພື່ອມະນຸດສະທຳ ຄັ້ງທີ 5

     ເຊິ່ງກອງປະຊຸມໄດ້ຮັບຟັງການລາຍງານຂອງແຕ່ລະບັນດາອະນຸກຳມະການຮັບຜິດຊອບທາງດ້ານວຽກງານຮັບປະກັນຄວາມປອດໄພ, ວຽກງານພິທີການ,
ວຽກງານການສື່ສານ, ວຽກງານໂຄສະນາອົບຮົມ, ວຽກງານຮັບປະກັນທາງດ້ານພະລາທິການ-ເຕັກນິກ ແລະວຽກງານປິ່ນອ້ອມທີ່ກ່ຽວຂ້ອງ ເຊິ່ງເຫັນວ່າແຕ່
ລະບັນດາໜ້າວຽກແມ່ນມີຄວາມພ້ອມ ແລະຮັບປະກັນດີທາງດ້ານຄຸນນະພາບ 100%, ຈຸດປະສົງຫຼັກຂອງກອງປະຊຸມຄັ້ງນີ້ ແມ່ນມີ 3 ໜ້າວຽກໃຫຍ່ ຄື:
ຮັບຟັງການລາຍງານການເປັນປະທານຮ່ວມໃນຮອບວຽນຜ່ານມາຂອງກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ, ຜ່ານແຜນການໃນຕໍ່ໜ້ານັບແຕ່ ປີ
2017-2020 ແລະຮັບຟັງການແລກປ່ຽນບົດຮຽນ ແລະປະສົບການກ່ຽວກັບວຽກງານເກັບກູ້ລະເບີດທີ່ບໍ່ທັນແຕກ.

     ໂອກາດດັ່ງກ່າວ ທ່ານ ພົນຕີ ອ່ອນສີ ແສນສຸກ ກໍໄດ້ເນັ້ນໃຫ້ບັນດາອະນຸກຳມະການທີ່ຮັບຊອບນັ້ນຕ້ອງຍົກສູງບົດບາດໜ້າທີ່ການເມືອງຂອງຕົນດ້ວຍ
ຄວາມຮັບຜິດຊອບສູງ, ເພື່ອຮັບປະກັນຄວາມປອດໄພ ແລະວຽກງານຮັບປະກັນອື່ນໆໄປຄຽງຄູ່ກັບການໂຄສະນາຄວາມອາດສາມາດຂອງກອງທັບປະຊາຊົນ
ລາວຕໍ່ເວທີພາກພື້ນ ແລະສາກົນ.