ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີເຊັນບົດບັນທຶກມອບ-ຮັບໂຄງການກໍ່ສ້າງສີລາຈາລຶກກອງຮ້ອຍຫີນເພັດ


ພິທີເຊັນບົດບັນທຶກມອບ-ຮັບໂຄງການ

     ວັນທີ 12 ມິຖຸນາ 2020 ນີ້, ຢູ່ຫ້ອງປະຊຸມ ກົມໃຫຍ່ການເມືອງກອງທັບ ໄດ້ມີພິທີເຊັນ ບົດບັນທຶກມອບ-ຮັບໂຄງການກໍ່ສ້າງສີລາຈາລຶກກອງຮ້ອຍຫີນເພັດ ທີ່ກໍ່
ສ້າງສໍາເລັດ 100% ລະຫວ່າງ ກົມໃຫຍ່ການເມືອງກອງທັບ ກັບບໍລິສັດແສງທອງກໍ່ສ້າງຈຳກັດຜູ້ດຽວ ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ສອນທອງ ພົມລາ
ວົງ ກໍາມະການ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ຫົວໜ້າຄະນະຮັບຜິດຊອບໂຄງການ, ປະທານ ບໍລິສັດແສງທອງກໍ່ສ້າງ
ຈໍາກັດຜູ້ດຽວ ມີບັນດາຄະນະກໍາມະການຮັບຜິດຊອບໂຄງການ, ວິຊາການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ຮ້ອຍໂທ ອານຸໄຊ ວິຊາການພາກສະໜາມ ໄດ້ລາຍງານຫຍໍ້ຜ່ານການຕິດຕາມໂຄງ ການກໍ່ສ້າງສີລາຈາລຶກກອງຮ້ອຍຫີນເພັດວ່າ: ບໍລິສັດ ໄດ້ເອົາໃຈໃສ່
ຈັດຕັ້ງປະຕິບັດຕາມສັນຍາຢ່າງເຂັ້ມງວດທາງດ້ານວັດຖຸ ແລະ ແຮງງານການກໍ່ສ້າງແມ່ນໄດ້ເຮັດຖືກຕ້ອງຕາມເຕັກນິກ ແລະ ຮູບແບບ. ແຕ່ກໍຍັງມີດ້ານຄົງຄ້າງຈຳນວນ
ໜຶ່ງເຊັ່ນ: ໂຄງການຍັງມີຄວາມຊັກຊ້າກໍຍ້ອນດິນຟ້າອາກາດບໍ່ເອື້ອອຳນວຍບວກໃສ່ກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ທາງບໍລິສັດໄດ້ຢຸດການກໍ່ສ້າງຊົ່ວ
ຄາວ ໂຄງການດັ່ງກ່າວແມ່ນໄດ້ເລີ່ມລົງມືມາແຕ່ວັນທີ 1/3/2020 ຮອດ 10/6/2020 ທາງຄະນະກຳມະການຮັບຜິດຊອບໂຄງການ, ວິຊາການ ແລະ ພາກສ່ວນກ່ຽວ
ຂ້ອງໄດ້ລົງກວດກາຕົວຈິງ ແລະ ໄດ້ເຫັນດີເປັນເອກະພາບກັນ ໂຄງການດັ່ງກ່າວແມ່ນສຳເລັດ 100%. ລວມມູນຄ່າການກໍ່ສ້າງ ທັງໝົດແມ່ນ 618.485.000 ກີບ.

     ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ກ່າວຕື່ມວ່າ: ໂຄງການດັ່ງກ່າວເປັນໂຄງການນ້ອຍ ມູນຄ່າການກໍ່ສ້າງບໍ່ສູງປານໃດແຕ່ເປັນໂຄງການທີ່ມີຄວາມໝາຍຄວາມ
ສໍາຄັນສະນັ້ນ, ຂ້າພະເຈົ້າຕາງໜ້າໃຫ້ກົມໃຫຍ່ການເມືອງກອງທັບ ຂໍຊົມເຊີຍທຸກພາກສ່ວນບໍ່ວ່າຈະເປັນທາງ ບໍລິສັດຮັບເໝົາກໍ່ສ້າງ, ຄະນະຮັບຜິດຊອບ ທີ່ໄດ້ພ້ອມກັນ
ຈັດຕັ້ງປະຕິບັດຕາມບົດບັນທຶກສັນຍາຈົນສໍາເລັດໂຄງການ ໄດ້ 100%. ພ້ອມກັນນັ້ນມອບໃຫ້ທາງຫ້ອງການກົມໃຫຍ່ການເມືອງເປັນຜູ້ປະສານງານທຸກພາກສ່ວນ ເພື່ອ
ກະກຽມຈັດຕັ້ງພິທີເປີດສີລາຈາລຶກກອງຮ້ອຍຫີນເພັດຢ່າງເປັນທາງການ.