ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມວິທະຍາສາດ-ປະຫວັດສາດ ການທະຫານ ສະຫຼຸບວຽກງານປະຈໍາໄຕ ມາດ III


     ວັນທີ 11 ກັນຍາ 2020 ນີ້ ກົມວິທະຍາສາດ-ປະຫວັດສາດ ການທະຫານໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈໍາໄຕ ມາດ III, ໂດຍການເປັນ
ປະທານ ຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະພັກ-ຄະນະບັນຊາ, ພະແນກການ
ແລະ ພະນັກງານພາຍໃນກົມເຂົ້າຮ່ວມ.

     ສະຫາຍ ພັນໂທ ກາວິນ ຈັນທະມາດ ຫົວໜ້າ ຫ້ອງການ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານປະຈໍາໄຕມາດ III ໃຫ້ຮູ້ວ່າ: ວຽກງານການເມືອງ ໃນໄລ
ຍະຜ່ານມາສາມາດຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກສໍາຮອງ 6 ສະຫາຍ, ໄປຮຽນ 4 ສະຫາຍ, ຍ້າຍໄປກົມກອງ ໃໝ່ 2 ສະຫາຍ, ໄດ້ຈັດຕັ້ງກອງ
ປະຊຸມເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກພາຍໃນ ກົມ ວສ-ປສ ການທະຫານ, ຈັດຕັ້ງປາຖະກະຖາວັນສໍາຄັນຕ່າງໆ, ຈັດກິດຈະກໍາຖາມ-ຕອບ
ຄວາມຮູ້ຮອບຕົວດ້ານວິທະຍາສາດຂອງໜ່ວຍຊາວໜຸ່ມພາຍໃນກົມ, ຫ້ອງການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງເປີດກອງປະຊຸມຄົ້ນຄວ້າການ
ສ້າງສາລະບານການເງິນສະເພາະໂຄງການກໍ່ສ້າງບັນດາອານຸສອນສະຖານກອງທັບ, ສໍາເລັດການຄົ້ນຄວ້າຂຽນບົດນິພົນການສູ້ຮົບປ້ອງກັນບໍລິເວນ ແຂວງ
ໄຊຍະບູລີ ໃນສະພາບການໃໝ່, ປະສານສົມທົບພາກສ່ວນທີ່ກ່ຽວຂ້ອງກວດກາໂຄງການກໍ່ສ້າງອານຸສາວະລີນັກບິນທະຫານອາດີດ ສະຫະພາບ ໂຊວຽດ
ຢູ່ນະຄອນຫຼວງວຽງຈັນ ແລະ ຊຽງຂວາງ, ສໍາເລັດການມອບ-ຮັບໂຄງການ ກໍ່ສ້າງອານຸສອນສະຖານຄຸກກັກຂັງທ່ານຜູ້ນໍາ ພັກ-ແນວລາວ ຮັກຊາດ ແລະ
ມອບ-ຮັບໃຫ້ກົມໃຫຍ່ການເມືອງກອງທັບ, ເຄື່ອນໄຫວເຜີຍແຜ່ແຈ້ງການກ່ຽວກັບການໂຄສະນາອຸປະຖໍາຊື້ ປື້ມປະຫວັດສາດມູນເຊື້ອສອງ ແຂວງ ເຕົ້າ
ໂຮມ (ຊໍາເໜືອ-ຜົ້ງສາລີ) ຄົບຮອບ 60 ປີ, ຮຽບຮຽງ ແລະ ແປປຶ້ມການສ້າງຕັ້ງສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງຂອງ ອາຊຽນຄົບ ຮອບ 10 ປີ,
ຄົ້ນຄວ້າເນື້ອໃນບົດປະກອບຄໍາເຫັນໃສ່ຮ່າງວິໄສທັດຄວາມໝັ້ນຄົງ ອາຊຽນ ປະຈໍາປີ 2020, ກະກຽມ ຕ້ອນຮັບ ແລະ ເຮັດວຽກຮ່ວມຄະນະຊ່ຽວຊານ ປະ
ຈໍາປີ 2020, ໄດ້ເຂົ້າຮ່ວມກອງປະຊຸມ NADI ຄັ້ງທີ 13 ແລະ ກອງປະຊຸມ NADI ປະຈໍາປີ 2020 ຢູ່ ສສ ຫວຽດນາມ, ໄດ້ເຂົ້າຮ່ວມປະສານສົມທົບກັບ
ແຂວງ ໄຊຍະບູລີ ເພື່ອປຶກສາຫາລືກ່ຽວກັບການກໍ່ສ້າງສີລາຈາລຶກອານຸສອນສະຖານເຂດ 2 ຕາເວັນຕົກສ່ຽງເໜືອທີ່ ທ່ານ ພູມີ ວົງວິຈິດ ປະກາດສ້າງຕັ້ງ
ປີ 1947. ວຽກງານບໍລິຫານມີລົດຮັບໃຊ້ໜ້າວຽກພຽງພໍ, ຕິດຕາມກວດກາສຸຂະພາບພະນັກງານຢູ່ ກົມເປັນປົກກະຕິ, ສ້ອມແປງໄຟຟ້າ-ນໍ້າປະປາທີ່ເປ່ເພ,
ເຮັດບົດລາຍງານໂຄງຮ່າງການຈັດຕັ້ງ ເຮັດບົດລາຍງານໂຄງຮ່າງການຈັດຕັ້ງໜ້າທີ່ຕໍາແໜ່ງສົ່ງກົມກໍາລັງພົນ, ເບີກຈ່າຍເຄື່ອງປະຈໍາປີ 2019, ສ້າງແຜນງົບ
ປະມານປະຈໍາປີ 2021 ສົ່ງກົມອຸປະໂພກ ແລະ ວຽກງານອື່ນໆສໍາເລັດຫຼາຍດ້ານ. ວຽກງານ ວິທະຍາສາດການທະຫານ ໄດ້ສ້າງບົດວິພາກ (ໂຄງການຄົ້ນ
ຄວ້າຫຸ່ນຍົນນໍາໃຊ້ໃນຍຸດທະວິທີທາງການທະຫານແລະກູ້ໄພ) ເພື່ອຂໍງົບປະມານຈາກກອງທຶນພັດທະນາເຕັກໂນໂລຊີແຫ່ງຊາດ ກະຊວງວິທະຍາສາດ ແລະ
ເຕັກໂນໂລຊີ, ທົດລອງການນໍາໃຊ້ປ້ອມປືນເອເລັກໂຕນິກ ໃຫ້ສະພາວິທະຍາສາດຂັ້ນລ່າງໄດ້ຮັບຊົມ, ຄົ້ນຄວ້າປັບປຸງລົດສາມລໍ້ໄຟຟ້າ ແລະ ມອບລົດສາມ
ລໍ້ໄຟຟ້າໃຫ້ ກົມນະໂຍບາຍເພື່ອມອບຕໍ່ສູນເສຍອົງຄະ 598 ຫຼວງພະບາງ, ສ້າງບົດລາຍງານການພົວພັນຮ່ວມມືກັບ ບໍລິສັດເຕັກໂນໂລຊີສື່ສານລາວ ໄປ
ຢ້ຽມຢາມ ບໍລິສັດເຕັກໂນໂລຊີສື່ສານລາວ ແລະ ຮ່ວມກິດຈະກໍາຍິງປືນຢູ່ສະ ໜາມກີລາ 5 ເມສາ, ຈັດຕັ້ງ ກອງປະຊຸມ ແລະ ເຮັດບົດລາຍງານຜ່ານເນື້ອ
ໃນປື້ມຕໍາລາວິຊາ ຮຽນສິ່ງແວດລ້ອມ ໃນກອງທັບ ຄັ້ງທີ 2, ຂຽນແບບຟອມຂໍທຶນ ໂຄງການສ້າງຈິດສໍານຶກດ້ານສິ່ງແວດລ້ອມ ໄລຍະ II ນໍາຫ້ອງການ
ກອງທຶນປົກປັກຮັກສາສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຕິດຕັ້ງອິນເຕີເນັດ, ສ້ອມແປງຄອມພິວເຕີ, ອອກສະໜາມທົດ
ລອງເສື້ອເກາະກັນກະສູນ K59 ແລະ ຖານປືນເອເລັກໂຕນິກຕິດຕັ້ງປືນ AK47 ຢູ່ສະໜາມຍິງປືນສາກົນ 199, ສ້າງແຜນການສ້າງຫ້ອງ ແລັບຄອມພິວ
ເຕີຂອງກົມ. ວຽກງານຍຸດທະສາດການທະຫານປັບປຸງຮຽບຮຽງບົດ ວິທະຍານິພົນຮ່ວມກັບ ສສ. ຫວຽດນາມ ໃນຫົວຂໍ້ ( ເພີ່ມທະວີການຮ່ວມມືລະຫວ່າງ
ກອງທັບປະຊາຊົນລາວ ແລະ ກອງທັບປະຊາຊົນ ຫວຽດນາມ ໃນການກໍ່ສ້າງກໍາລັງປະກອບອາວຸດຕີຕ້ານທຸກກົນອຸບາຍຫັນປ່ຽນ ໂດຍສັນຕິຂອງອິດທິກໍາລັງ
ປໍລະປັກໃນໄລຍະໃໝ່), ຄົ້ນຄວ້າຮຽບຮຽງ ແລະ ປັບປຸງເນື້ອໃນປຶ້ມນະໂຍບາຍປ້ອງກັນຊາດ ສປປ ລາວ ກະກຽມເຂົ້າ ຮ່ວມເຝິກອົບຮົມວຽກງານຍຸດທະ
ສາດການທະຫານຢູ່ ສສ ຫວຽດນາມປະຈໍາ ປີ 2020. ວຽກງານປະຫວັດສາດການທະຫານ ຄົ້ນຄວ້າຂຽນບັ້ນຮົບປົດປ່ອຍທ່າໂທມ-ທ່າວຽງ ປີ 1964,
ປັບປຸງພາຍ ໃນກົມໃຫຍ່ການເມືອງກອງທັບຄົບຮອບ 65 ປີ, ກວດແກ້ ແລະ ປັບປຸງບັ້ນຕີປະຫວັດມູນເຊື້ອຂອງກົມກອງທ້ອງຖິ່ນ.