ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າ ຫ້ອງວ່າການກະຊວງປ້ອງກັນປະເທດ ເຂົ້າຮ່ວມກອງປະຊຸມ
ຮອງລັດຖະມົນຕີປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 11


ກອງປະຊຸມຮອງລັດຖະມົນຕີປ້ອງກັນປະເທດອາຊຽນ-ຍີ່ປຸ່ນຄັ້ງທີ 11

     ໃນລະຫວ່າງວັນທີ 8-10 ຕຸລາ ຜ່ານມານີ້, ສະຫາຍ ພົນຕີ ຄຳສີ ວົງຄຳຊາວ ຫົວໜ້າ ຫ້ອງວ່າການກະຊວງປ້ອງກັນປະເທດ ທັງເປັນເຈົ້າໜ້າທີ່ອາວຸໂສ ປ້ອງກັນປະ
ເທດ ອາຊຽນແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມ ຮອງລັດຖະມົນຕີປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 11 (Japan-ASEAN DefenceVice-Ministerial
Forum) ທີ່ນະຄອນຫຼວງໂຕກຽວ, ປະເທດ ຍີ່ປຸ່ນ ພາຍໃຕ້ການເປັນປະ ທານຂອງ ທ່ານ ຢາຊູ ໂນຣິນິ ຊິດະ, ຮອງລັດຖະມົນຕີປ້ອງກັນ ປະເທດ ຍີ່ປຸ່ນ ເຊິ່ງມີຜູ້ແທນຈາກ
10 ປະເທດສະມາຊິກ ອາຊຽນ ພ້ອມທັງກອງເລຂາອາຊຽນ ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

     ບັນດາຜູ້ເຂົ້າຮ່ວມໄດ້ແລກປ່ຽນບົດຮຽນ ແລະ ທັດສະນະຕໍ່ກັບສາມຫົວຂໍ້ສຳຄັນຄື: 1) ສະພາບຄວາມໝັ້ນຄົງໃນພາກພື້ນ, 2 ) ວິໄສທັດອິນໂດ-ປາຊິຟິກ: ກ້າວໄປ
ສູ່ລະບຽບການທີ່ມີເສລີພາບ ແລະ ເປີດກວ້າງ ແລະ 3 ) ບັນດາແນວຄວາມຄິດໃນວຽກງານການຮ່ວມມືຂອງ ກອງທັບ ໃນພາກພື້ນ. ກອງປະຊຸມໄດ້ຕີລາຄາວ່າ ສິ່ງທ້າ
ທາຍທາງດ້ານຄວາມໝັ້ນຄົງ ຂອງພາກພື້ນແມ່ນມີຫຼາຍຢ່າງແຕກຕ່າງກັນ, ຄວາມເຄັ່ງຕຶງລະຫວ່າງປະເທດມະຫາອໍານາດ, ການກໍ່ການຮ້າຍ, ຄວາມໝັ້ນຄົງທາງທະເລ,
ຄວາມໝັ້ນຄົງທາງລະບົບຄອມພິວເຕີ ແລະ ບັນຫາໄພພິບັດທາງທຳມະຊາດ, ສະນັ້ນ, ກອງປະຊຸມເຫັນວ່າ ອາຊຽນ ແລະ ຍີ່ປຸ່ນຄວນສືບ ຕໍ່ປຶກສາຫາລື ເພື່ອຊອກຫາວິທີ
ການຮັບມື ແລະ ແກ້ໄຂກັບສິ່ງທ້າທາຍເຫຼົ່ານັ້ນຮ່ວມກັນ ໂດຍຜ່ານກົນໄກທີ່ມີຢູ່ໃນປັດຈຸບັນ ໂດຍສະເພາະແມ່ນຢູ່ໃນຂອບກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາ
ຊຽນ-ບວກ (ADMM-Plus), ເວທີປຶກສາ ຫາລືພາກພື້ນອາຊີ (ARF), ກອງປະຊຸມສຸດຍອດອາຊີຕາ ເວັນອອກ (EAS) ແລະ ວິໄສ ທັດວຽງຈັນ (Vientiane Vision).

     ບັນຫາອິນໂດ-ປາຊີຟິກ ແມ່ນເປັນບັນຫາໜຶ່ງທີ່ກອງປະຊຸມໄດ້ແລກປ່ຽນທັດສະນະ ແລະ ປຶກສາຫາລືກັນ. ຍີ່ປຸ່ນໄດ້ສະເໜີວິໄສທັດອິນໂດ-ປາຊີຟິກ ໃນປີ 2016, ເຊິ່ງ
ຝ່າຍ ຍີ່ປຸ່ນສະເໜີໃຫ້ມີຈຸດປະສົງເພື່ອການຮ່ວມມືທາງດ້ານຄວາມໝັ້ນຄົງ ໃນຫຼາຍຮູບແບບບົນພື້ນຖານລະບຽບຫຼັກການສາກົນ, ຮັດກຸມ, ກວມລວມ ແລະ ໂປ່ງໃສ
ໂດຍຖືເອົາຄວາມເປັນແກນກາງ ແລະ ຄວາມເປັນປຶກແຜ່ນຂອງ ອາຊຽນ ໃນຂະບວນການ ຕ່າງໆ ຂອງອິນໂດ-ປາຊີຟິກ. ຕໍ່ ກັບບັນຫາດັ່ງກ່າວ, ອາຊຽນ ກໍມີແນວຄວາມ
ຄິດກ່ຽວກັບ ອິນໂດ-ປາຊີຟິກ ເຊິ່ງໄດ້ຖືກຮັບຮອງໃນ ເດືອນ ມິຖຸນາ 2019 ທີ່ບາງກອກປະເທດ ໄທ. ເຊິ່ງອີງໃສ່ຫຼັກການຂອງການເສີມສ້າງ ຄວາມເປັນແກນກາງຂອງ ອາ
ຊຽນ, ເປີດກວ້າງ, ໂປ່ງໃສ, ກວມລວມ ແລະ ຢຶດໝັ້ນໃນລະບຽບຫຼັກການ. ແນວຄວາມຄິດກ່ຽວກັບ ອິນໂດ-ປາຊີຟິກ ຂອງອາຊຽນແມ່ນຈະເປັນທິດທາງໃຫ້ແກ່ການພົວ
ພັນຮ່ວມມື ຂອງອາຊຽນ ໃນພາກພື້ນ ອິນໂດ-ປາຊີຟິກ ແລະ ໃນເຂດມະຫາສະມຸດອິນເດຍ, ເຊິ່ງຈະເນັ້ນໃສ່ການຮ່ວມມືທາງທະເລ, ເສດຖະກິດ ແລະ ຂົງເຂດອື່ນໆ ທີ່
ເຫັນວ່າມີຄວາມເປັນໄປໄດ້.

     ກອງປະຊຸມ ຮອງລັດຖະມົນຕີປ້ອງກັນປະເທດ ອາຊຽນ-ຍີ່ ປຸ່ນຄັ້ງທີ 11 ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ. ຜົນສຳເລັດດັ່ງກ່າວນີ້ ໄດ້ສະແດງໃຫ້ເຫັນເຖິງການ
ພົວພັນ ແລະ ການຮ່ວມມືທີ່ສ້າງສັນ ແລະ ໃກ້ ສິດລະຫວ່າງອາຊຽນ ແລະ ຍີ່ປຸ່ນ ເພື່ອຮັບມືກັບສິ່ງທ້າທ້າຍຢ່າງມີປະສິດທິພາບ ແລະ ທັນເວລາ.