ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເຕັກນິກ ມອບຫຼຽນກາມິດຕະພາບກອງທັບປະຊາຊົນລາວໃຫ້ຄະນະຊ່ຽວຊານຫວຽດນາມ

     ວັນທີ 11 ຕຸລາ 2021 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດ ພິທີມອບຫຼຽນກາມິດຕະພາບກອງທັບປະຊາຊົນລາວ ໃຫ້ຄະນະຊ່ຽວຊານຫວຽດນາມ
ແລະ ສະຫຼຸບຖອດຖອນບົດຮຽນຜົນສຳເລັດຂອງການອົບຮົມ ລະບົບຈັບທ່ຽງ ລັອກເປົ້າໝາຍ ປືນເທິງລົດຕັງ ແລະ ການບົວລະບັດລູກກະສຸນ, ໂດຍການ
ເປັນປະທານຂອງສະຫາຍ ພົນຕີ ປະສິດ ທ່ຽງທຳ  ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ເຂົ້າຮ່ວມມີ ສະຫາຍ ພັນເອກ ພິເສດ ຫວໍ ວັນ ທົ໋ງ ທີ່ປຶກສາທູດປ້ອງ
ກັນຊາດຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ, ມີຄະນະກົມພົວພັນການຕ່າງປະເທດ, ຫ້ອງວ່າການກະຊວງ, ບັນດາຄະນະພັກອົງການກົມໃຫຍ່
ຕະຫຼອດຮອດພະນັກງານວິຊາການ.

     ໃນພິທີ ສະຫາຍ ພັນໂທ ທະວີສັກ ສີຊາເນດ ຮອງຫົວໜ້າຫ້ອງການກົມໃຫຍ່ເຕັກນິກ ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າ
ດ້ວຍການມອບຫຼຽນກາມິດຕະພາບກອງທັບປະຊາຊົນລາວ ອີງຕາມ ດຳລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ສະບັບເລກທີ 116 / ລບ, ລົງວັນທີ
22 ເມສາ 2019 ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ, ກະຊວງປ້ອງກັນປະເທດຕົກລົງ ມາດຕາ1: ມອບຫຼຽນກາມິດຕະພາບກອງທັບປະຊາຊົນລາວ ໃຫ້
ແກ່ຄະນະຊ່ຽວຊານກົມໃຫຍ່ເຕັກນິກກອງທັບປະຊາຊົນຫວຽດນາມ ຈຳນວນ 4 ສະຫາຍຄື: ພັນໂທ ຟາມ ຮິວ ຟິກ, ພັນໂທ ເວືອງ ແທງ ເຟືອງ, ພັນໂທ
ດຶງ ກຸຍ ເຢືອງ, ຮ້ອຍເອກ ເລ ແທງ ຟອງ, ເພື່ອເປັນການຍ້ອງຍໍ ແລະ ສັນລະເສີນຜົນງານ ຂອງຄະນະຊ່ຽວຊານກົມໃຫຍ່ເຕັກນິກກອງທັບປະຊາຊົນຫວຽດ
ນາມ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອຢ່າງຕັ້ງໜ້າ ແລະ ທຸ່ມເທສະຕິປັນຍາເຂົ້າໃສ່ວຽກງານການເຝິກອົບຮົມບົວລະບັດລູກກະສຸນ ແລະ ການເຝິກອົບຮົມ ໃນ
ການນຳໃຊ້ລະບົບລັອກເປົ້າໝາຍ ປືນເທິງລົດຕັງ-ຫຸ້ມເກາະ ເປັນເວລາ 45 ວັນ ໃຫ້ແກ່ ກົມໃຫຍ່ເຕັກນິກກອງທັບປະຊາຊົນລາວ ແລະ ໄດ້ສຳເລັດຕາມ
ແຜນການ, ຜົນງານດັ່ງກ່າວເປັນການປະກອບສ່ວນອັນສຳຄັນ ທັງເປັນການເສີມສ້າງສາຍພົວພັນ, ມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມື
ຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ, ຈາກນັ້ນ ສະ
ຫາຍ ພັນເອກ ຟອງສະໝຸດ ພົນທິລາດ ຫົວໜ້າກົມເຕັກນິກເຫຼົ່າຮົບ ໄດ້ຂຶ້ນລາຍງານຜົນລຳເລັດ ຂອງການເຝິກອົບຮົມ ລະບົບຈັບທ່ຽງ ແລະ ລັອກເປົ້າ
ໝາຍປືນເທິງລົດຕັງ-ຫຸ້ມເກາະ ໄລຍະ 45 ວັນ, ພ້ອມທັງຕີລາຄາຜົນ ໄດ້ຮັບຂອງການເຝິກອົບຮົມ ເຊິ່ງຜົນການຮັບຮູ້ ຂອງພະນັກງານເຝິກອົບຮົມ ໂດຍ
ລວມບັນລຸໄດ້ 85%, ຈຳນວນເຂົ້າຮ່ວມເຝິກອົບຮົມທັງໝົດ 24 ສະຫາຍ, ສອບເສັງໄດ້ຄະແນນເກັ່ງ ຈໍານວນ 09 ສະຫາຍ, ເທົ່າກັບ 37,5%, ສອບເສັງ
ໄດ້ຄະແນນແຂງ ຈໍານວນ 15 ສະຫາຍ, ເທົ່າກັບ 62,5%.

     ໂອກາດດັ່ງກ່າວ, ສະຫາຍ ພົນຕີ ປະສິດ ທ່ຽງທຳ  ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານ, ຜົນສຳເລັດທີ່ທັງສອງຄະນະຊ່ຽວຊານ ລາວ-
ຫວຽດນາມ ຍາດມາໄດ້ເຊິ່ງມັນສະແດງອອກທາງດ້ານຄວາມສາມັກຄີ, ຜົນງານຜົນສຳເລັດຄັ້ງນີ້ ມີຄວາມໝາຍສຳຄັນ ຕໍ່ກົມໃຫຍ່ເຕັກນິກ ຢ່າງຍິ່ງ ຂອງ
ການຮ່ວມມືຊ່ວຍເຫຼືອຄັ້ງນີ້  ພ້ອມທັງກ່າວຄຳຂອບໃຈຕໍ່ຄະນະຊ່ຽວຊານຫວຽດນາມທີ່ໃຫ້ຄວາມຊ່ວຍເຫຼືອ ເຖິງວ່າສະພາບການຂອງໂລກຍັງຜັນແປໄປ
ຢ່າງສັບສົນ, ແຕ່ກໍ່ບໍ່ຫວັ່ນໄຫວຕໍ່ສະພາບການດັ່ງກ່າວ ແລະ ຝາກຄວາມຢ້ຽມຢາມຖາມຂ່າວເຖິງການນຳ ອັນອົບອຸ່ນ ແລະ ການຊ່ວຍເຫຼືອອັນລໍ້າຄ່າທີ່ມີຕໍ່
ກອງທັບປະຊາຊົນລາວ ພ້ອມທັງອວຍພອນໃຫ້ຄວາມສາມັກຄີພິເສດລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/10/2021