ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ເສນາທິການກອງທັບ
ລົງຊຸກຍູ້ກວດກາຕິດຕາມໂຄງການກໍ່ສ້າງກິດຈະການຜາກວນຈັນ

     ໃນວັນທີ 8 ພະຈິກ 2017 ຜ່ານມານີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວ
ໜ້າກົມໃຫຍ່ເສນາທິການກອງທັບ, ພ້ອມດ້ວຍຄະນະໄດ້ລົງຊຸກຍູ້ກວດກາຕິດຕາມໂຄງການກໍ່ສ້າງກິດຈະການຜາກວນຈັນ ໂດຍການໃຫ້ກຽດຕ້ອນຮັບ
ຂອງ ພັນໂທ ບຸນທະວີ ໂພໄຊ ຫົວໜ້າຄະນະຊີ້ນຳພາກສະໜາມ, ຫົວໜ້າພະແນກເດີ່ນບິນກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ.


ພົນໂທ ສຸວອນ ເລືອງບຸນມີ ລົງຊຸກຍູ້ກວດກາຕິດຕາມໂຄງການກໍ່ສ້າງກິດຈະການຜາກວນຈັນ

     ໂອກາດນີ້ ພັນໂທ ບຸນທະວີ ໂພໄຊ ກໍໄດ້ຂຶ້ນຜ່ານບົດລາຍງານໃນການຈັດຕັ້ງປະຕິບັດ ແລະ ຄວາມຄືບໜ້າຂອງບັນດາວຽກງານໂດຍຫຍໍ້ວ່າ: ໂຄງ
ການດັ່ງກ່າວເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ 2012-2013 ໂດຍ ແມ່ນກົມຊ່າງແສງເປັນຫົວໜ່ວຍຮັບເໝົາກໍ່ສ້າງ, ກຳນົດເວລາແມ່ນ 5 ປີ ແລະ ກຳນົດຊຳ
ລະເວລາກໍ່ສ້າງ 8 ປີ, ລວມມູນຄ່າທັງໝົດຂອງໂຄງການຕາມສັນຍາໃນເບື້ອງຕົ້ນ 14 ຕື້ກວ່າກີບ. ໂຄງການດັ່ງກ່າວມີ 5 ໜ້າວຽກ ໃຫຍ່ຄື: I, ໂຄງການ
ກໍ່ສ້າງລະບົບເສັ້ນທາງ, II, ໂຄງການກໍ່ສ້າງລະບົບອາຄານຢູ່ເຂດບໍລິຫານໄຟຟ້າ, III, ໂຄງການກໍ່ສ້າງລະບົບຖໍ້າ, IV, ວຽກຊົດເຊີຍທີ່ດິນ ແລະ V, ວຽກດຶງ
ຕາຂ່າຍໄຟຟ້າແຮງສູງໃຊ້ໃນການເຈາະອຸມົງ, ຄວາມຄືບໜ້າຂອງໂຄງການກໍ່ສ້າງກິດຈະການຜາກວນຈັນໃນແຕ່ລະໜ້າວຽກທີ່ປະຕິບັດໄລຍະທີ່ຜ່ານມາຄື
ດັ່ງນີ້: ວຽກກໍ່ສ້າງລະບົບເສັ້ນທາງມີມູນຄ່າທັງໝົດ 31 ຕື້ກວ່າກີບ ຕາມແຜນການກໍ່ສ້າງມາຮອດເດືອນຕຸລາ 2017 ໃຫ້ສຳເລັດ ແລະ ປະຕິບັດໄດ້ພຽງ
27 ຕື້ກວ່າກີບຫຼຸດແຜນການ 11%, ວຽກງກໍ່ສ້າງລະບົບອາຄານ, ບໍ ລິຫານ ແລະ ໄຟຟ້າມູນຄ່າການກໍ່ສ້າງ 19 ຕື້ກວ່າກີບ ມາຮອດເດືອນຕຸລາ 2017
ໄດ້ສຳເລັດແລ້ວ 100%, ວຽກຊົດເຊີຍທີ່ດິນມູນຄ່າ 500 ກວ່າລ້ານກີບ, ວຽກກໍ່ສ້າງລະບົບຖໍ້າມູນຄ່າ 83 ຕື້ກວ່າກີບ ໃນປັດຈຸບັນນີ້ຍັງບໍ່ທັນໄດ້ປະຕິ
ບັດຍ້ອນຂາດເຄື່ອງມືນຳໃຊ້ ແລະ ວຽກດຶງຕາຂ່າຍໄຟຟ້າແຮງສູງມູນຄ່າ 2 ຕື້ກວ່າກີບ ໄດ້ສຳເລັດ.

     ຫຼັງຈາກນັ້ນ ທ່ານ ພົນໂທ ສຸວອນ ເລືອງບຸນມີ ພ້ອມດ້ວຍຄະນະ ກໍໄດ້ລົງກວດກາພື້ນທີ່ຕົວຈິງຂອງໂຄງການກໍ່ສ້າງກິດຈະການທີ່ຈະບຸກເບີກກໍ່ສ້າງ
ໃນປີຕໍ່ໜ້າ ແລະ ລົງກວດກາເບິ່ງລະບົບເສັ້ນທາງ, ເບິ່ງອາຄານ ດ້ານວຽກງານບໍລິຫານຕ່າງໆ.

     ໂອກາດນີ້ ທ່ານຫົວໜ້າກົມໃຫຍ່ເສນາທິການກອງທັບ ກໍໃຫ້ທິດຊີ້ນຳແກ່ຄະນະຊີ້ນຳ, ວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງຈົ່ງສືບຕໍ່ເອົາໃຈໃສ່ຈັດ
ຕັ້ງປະຕິບັດແຜນການກໍ່ສ້າງໃຫ້ມີໝາກມີຜົນ, ເຮັດດ້ວຍຄວາມຮັບຜິດຊອບສູງ, ເຖິງຈະມີຄວາມຫຍຸ້ງຍາກທາງດ້ານງົບປະມານກໍ່ຕາມຕ້ອງສຸມທຸກສະຕິ
ກຳລັງເຂົ້າໃນວຽກງານທີ່ການຈັດຕັ້ງຂັ້ນເທິງມອບໃຫ້ສຳເລັດໄປດ້ວຍດີ ແລະ ສືບຕໍ່ເອົາໃຈໃສ່ວຽກງານກໍ່ສ້າງຮາກຖານການເມືອງ ພົວພັນແໜ້ນກັບອຳ
ນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນທີ່ຢູ່ໃກ້ຄຽງ.