ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະສິລະປະສະໝັກຫຼິ້ນທະຫານແຂວງອຸດົມໄຊຄອງຂັນຊະນະເລີດ
ງານແຂ່ງຂັນສິລະປະ-ວັນນະຄະດີສະໝັກຫຼິ້ນທົ່ວກອງທັບ ຄັ້ງທີ V


ພົນໂທ ວິໄລ ຫຼ້າຄຳຟອງ ມອບລາງວັນໃຫ້ແກ່ຄະນະສິລະປະສະໝັກຫຼິ້ນທີ່ໄດ້ຊະນະເລີດ

   ງານແຂ່ງຂັນສິລະປະ-ວັນນະຄະດີສະໝັກຫຼິ້ນທົ່ວກອງທັບ ຄັ້ງທີ V ຮອບຊີງຊະນະເລີດໄດ້ສຳເລັດລົງໃນຕອນແລງຂອງວັນທີ 14 ພະຈິກ 2018 ນີ້, ໂດຍການເຂົ້າ
ຮ່ວມເປັນປະທານຂອງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນ
ດາທ່ານຄະນະນຳກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ບັນດາແຂກຖືກເຊີນ, ມີບັນດາສະຫາຍຫົວໜ້າຄະ
ນະ ແລະ ພະນັກງານນັກສະແດງທັງ 9 ຄະ ນະເຂົ້າຮ່ວມ.

     ໃນພິທີ ທ່ານ ພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ຄະນະພັກກົມໃຫຍ່, ຫົວໜ້າກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ ຄະນະຮັບຜິດຊອບຈັດງານ
ແຂ່ງຂັນໄດ້ຂຶ້ນຜ່ານບົດສະຫຼຸບການຈັດງານແຂ່ງຂັນສິລະປະ-ວັນນະຄະດີສະໝັກຫຼິ້ນທົ່ວກອງທັບຄັ້ງທີ V ຮອບຊີງຊະນະເລີດໃນຄັ້ງນີ້ ໄດ້ສຳເລັດລົງດ້ວຍໝາກຜົນອັນ
ຈົບງາມ, ມີບັນຍາກາດຟົດຟື້ນມ່ວນຊື່ນປຸກລະດົມຊຸກຍູ້ແນວຄິດຈິດໃຈຂອງພະນັກງານນັກຮົບໃນກອງທັບ ແລະ ປະຊາຊົນບັນດາເຜົ່າໃຫ້ມີຄວາມເອກອ້າງທະນົງໃຈຕໍ່
ຜົນງານໄຊຊະນະ ແລະ ທາດແທ້ມູນເຊື້ອຂອງກອງທັບປະຊາຊົນລາວ, ສ່ອງແສງໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ກໍຄືຮີດຄອງປະເພນີອັນ
ດີງາມຂອງປະຊາຊົນລາວບັນດາເຜົ່າ, ສ່ອງແສງໃຫ້ເຫັນມູນເຊື້ອການຕໍ່ສູ້ອັນພິລະອາດຫານຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າພາຍໃຕ້ການນຳພາອັນປີຊາສາ
ມາດສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ສ່ອງແສງໃຫ້ເຫັນນຳ້ໃຈຮັກຊາດ, ຮັກບ້ານເກີດເມືອງນອນຮັກລະບອບປະຊາທິປະໄຕປະຊາຊົນ, ສະແດງໃຫ້ເຫັນ
ຄວາມສາມັກຄີອັນແໜ້ນແຟ້ນລະຫວ່າງກອງທັບກັບປະຊາຊົນບັນດາເຜົ່າຄືປາກັບ ນຳ້, ຄຽງຄູກັນນັ້ນກໍສ່ອງແສງໃຫ້ເຫັນເຖິງລັກສະນະຊາດ, ລັກສະນະກ້າວໜ້າ ແລະ ລັກ
ສະນະມະຫາຊົນ ແລະ ເປັນການສ້າງຜົນງານຂໍ່ານັບຮັບຕ້ອນວັນສ້າງກອງທັບປະຊາຊົນລາວຄົບຮອບ 70 ປີ, ການແຂ່ງຂັນໃນຄັ້ງນີ້ມີຄະນະສິລະປະເຂົ້າຮ່ວມທັງໜົດ 9
ຄະນະ ທີ່ມາຈາກກຳລັງຫຼວງ ແລະ ກຳລັງທ້ອງຖິ່ນຄື: ຄະນະສິລະປະກອນກອງບັນຊາການທະຫານແຂວງອຸດົມໄຊ, ກອງບັນຊາການທະຫານແຂວງວຽງຈັນ, ກອງບັນຊາ
ການທະຫານແຂວງສະຫວັນນະເຂດ, ກອງບັນຊາການທະຫານແຂວງສາລະວັນ, ກົມໃຫຍ່ການເມືອງກອງທັບ, ກົມ 213, ຫ້ອງວ່າການກະຊວງປ້ອງກັນປະເທດ, ໂຮງ
ຮຽນກໍ່ສ້າງນາຍສິບທະຫານຮາບເລກ 2 ວຽງໄຊ ແລະ ຄະນະສິລະປະສະໝັກຫຼິ້ນກອງພັນໃຫຍ່ລົດຕັງຍານເກາະ 661, ມີຈໍານວນທັງໜົດ 270 ຄົນ, ເພດຍິງ 121 ຄົນ,
ລາຍການສະແດງມີ 45 ລາຍການ. ຕະຫຼອດໄລຍະການແຂ່ງຂັນ 2 ຄືນແມ່ນສາມາດຄັດເລືອກໄດ້ຄະນະທີ່ດີເດັ່ນຄື: ລາງວັນຊະນະເລີດອັນດັບ 1 ມີ 1 ລາງວັນ ໄດ້ແກ່
ຄະນະສິລະປະກອງບັນຊາການທະຫານແຂວງອຸດົມໄຊ, ລາງວັນຮອງຊະນະເລີດອັນດັບ 1 ມີ 2 ລາງວັນ ໄດ້ແກ່ຄະນະສິລະປະກອງບັນຊາການທະຫານແຂວງວຽງຈັນ
ແລະ ຄະນະສິລະປະກົມໃຫຍ່ການເມືອງກອງທັບ, ລາງວັນຮອງຊະນະເລີດອັນດັບ 2 ມີ 3 ລາງວັນໄດ້ແກ່ຄະນະສິລະປະກອງບັນຊາການທະຫານແຂວງສາລະວັນ, ຄະນະ
ສິລະປະກອນກອງພັນໃຫຍ່ 661 ແລະ ຄະນະສິລະປະຫ້ອງວ່າການກະຊວງປ້ອງກັນປະເທດ, ລາງວັນຊົມເຊີຍມີ 3 ລາງວັນ ໄດ້ແກ່ຄະນະສິລະປະກົມ 213, ຄະນະສິລະ
ປະໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 2 ວຽງໄຊ ແລະ ກອງບັນຊາການທະຫານແຂວງສະຫວັນນະເຂດ.