ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງພະລັງງານ ແລະ ບໍ່ແຮ່ ມອບເງິນ ແລະ ວັດຖຸ
ຊຸກຍູ້ງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ


ກະຊວງພະລັງງານ ແລະ ບໍ່ແຮ່ ມອບເງິນ ແລະ ວັດຖຸປະກອບສ່ວນຊຸກຍູ້ງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປ

     ໃນວັນທີ 15 ມັງກອນ 2019 ນີ້, ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ ໄດ້ນຳເອົາເງິນສົດຈຳນວນ 200 ລ້ານກີບ
ແລະ ເຄື່ອງອຸປະໂພກ-ບໍລິໂພກມູນຄ່າ 10 ລ້ານກີບ ເຊິ່ງປະກອບມີຢາຖູແຂ້ວ, ສະບູຝຸ່ນ, ສະບູ, ຢາສະຜົມ, ຜ້າແພຂົນໜູ ແລະ ປາກະປ໋ອງມາມອບໃຫ້ກະຊວງປ້ອງກັນປະ
ເທດ ເພື່ອປະກອບສ່ວນຊຸກຍູ້ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ.

     ພິທີມອບ-ຮັບເຄື່ອງດັ່ງກ່າວໄດ້ຈັດຂຶ້ນທີ່ກະຊວງປ້ອງກັນປະເທດ ໂດຍການກ່າວຮັບຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງ
ພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ.

     ໂອກາດນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ທີ່ເຫັນໄດ້ຄວາມໝາຍຄວາມສຳ
ຄັນ ແລະ ໃຫ້ການສະໜັບສະໜູນອູ້ມຊູກອງທັບປະຊາຊົນລາວຕະຫຼອດມາ ພ້ອມທັງໄດ້ອວຍພອນໃຫ້ການນຳກະຊວງດັ່ງກ່າວ ນຳພາພະນັກງານລັດຖະກອນທຸກຖ້ວນໜ້າ
ປະສົບຜົນສຳເລັດໃນການດຳເນີນປະຕິບັດໜ້າທີ່ ແລະ ທ່ານຍັງໃຫ້ຄຳໝັ້ນສັນຍາວ່າຈະນຳເອົາເງິນຈຳນວນດັ່ງກ່າວໄປປະກອບສ່ວນເຂົ້າໃນການສ້າງຂະບວນການຕ່າງໆ
ຂອງກະຊວງປ້ອງກັນປະເທດ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ຈະມາເຖິງໃນມໍ່ໆນີ້ ໃຫ້ມີຂະບວນການຟົດຟື້ນ ແລະ ເຕັມໄປດ້ວຍ
ຄວາມໝາຍເລິກເຊິ່ງ.