ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງ​ກັນ​ປະ​ເທ​ດ ສະຫຼຸບຕີ​ລາຄາ ​ວຽກງານ​ປ້ອງ​ກັນຊາ​ດ ປະຈຳ​ປີ 2019


     ໃນວັນທີ 15 ມັງກອນ 2020 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການເຄື່ອນໄຫວ ວຽກງານປ້ອງກັນຊາດປະຈໍາປີ 2019 ແລະ
ວາງທິດທາງແຜນການປະຈໍາປີ 2020 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການ ກົມການເມືອງສູນກາງພັກ, ລັດຖະມົນຕີ ກະ
ຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະນຳກະຊວງ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ຄະນະພັກ-ຄະນະບັນຊາອົງການ, ກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ, ວິ
ທະຍາຄານ, ໂຮງຮຽນ, ໂຮງໝໍຕະຫຼອດຮອດຫົວໜ່ວຍທຸລະກິດທົ່ວກອງທັບເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ການດໍາເນີນກອງປະຊຸມໃນຄັ້ງນີ້ ແມ່ນນອນຢູ່ໃນທ່າມກາງບັນຍາກາດທີ່ທົ່ວພັກ-ທົ່ວກອງທັບ, ທົ່ວ
ປວງຊົນລາວບັນດາເຜົ່າພວມສຸມໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ໄລຍະກາງສະໄໝ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງ
ທີ 8, ພ້ອມດຽວກັນນັ້ນກໍ່ສ້າງຂະບວນການຂໍ່ານັບຮັບຕ້ອນບັນດາວັນບຸນໃຫຍ່ທີ່ສໍາຄັນຂອງຊາດ-ຂອງພັກ ສ່ວນກອງທັບເຮົາກໍຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມ
ໃຫຍ່ ຄັ້ງທີ IV ຂອງ ຄະນະພັກກະຊວງປ້ອງກັນປະເທດ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານເຂົ້າສູ່ຊີວິດຕົວຈິງ ຂອງກົມກອງ, ພ້ອມດຽວກັນນັ້ນ ກໍໄດ້ສ້າງຂະບວນ
ການຂໍ່ານັບຮັບຕ້ອນບັນດາວັນບຸນໃຫຍ່ທີ່ສໍາຄັນຂອງຊາດ, ເປັນຕົ້ນແມ່ນ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 65 ປີ, ວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ
ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ ທີ່ຈະມາເຖິງນີ້, ຢ່າງເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ, ເປັນໄຊຊະນະອັນໃຫຍ່ຫຼວງຂອງກອງທັບເຮົາ
ແລະ ຮັບປະກັນໄດ້ຄວາມສະຫງົບປອດໄພ 100%.

     ໃນປີ 2019 ຜ່ານມາພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກກະຊວງປ້ອງກັນປະເທດ ກໍຄືຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໃນການຈັດຕັ້ງປະຕິບັດ ແນວທາງນະໂຍ
ບາຍຂອງພັກ ແລະ ວຽກງານຈຸດສຸມຂອງກະຊວງປ້ອງກັນປະເທດ ພວກເຮົາສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານທີ່ພົ້ນເດັ່ນເປັນຕົ້ນ ແມ່ນການຈັດຕັ້ງຄົ້ນຄວ້າເຊື່ອມ
ຊຶມມະຕິ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 8 ສະໄໝທີ X, ກອງປະຊຸມສະໄໝ ສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ແລະ ກອງປະຊຸມອື່ນໆ
ທີ່ປິ່ນອ້ອມ, ສ່ວນກອງທັບເຮົາແມ່ນຍັງຮັບປະກັນສະຖຽນລະພາບທາງດ້ານການເມືອງ, ມີຄວາມໝັ້ນຄົງ ແລະ ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ
ແລະ ຊ່ວຍເຫຼືອກອບກູ້ໄພພິບັດທາງທຳມະຊາດໃນຂອບເຂດທົ່ວປະເທດ ຢ່າງທົ່ວເຖິງ ແລະ ມີຜົນສໍາເລັດເປັນຢ່າງດີ. ໃນນັ້ນກອງທັບເຮົາໄດ້ເປັນກຳລັງຫຼັກແຫຼ່ງ ແລະ ເປັນ
ກຳແພງອັນແໜ້ນ ໜາໃນການປ້ອງກັນປະເທດຊາດ ໄປຄວບຄູ່ກັບການເປັນເສົາຄຳ້ສຳຄັນຂອງຊາດ ສົມກັບກອງທັບວີລະຊົນ, ຊາດລາວວີລະຊົນ, ສ້າງໄດ້ຄວາມເຊື່ອໝັ້ນ,
ຄວາມໄວ້ວາງໃຈຈາກການນໍາພັກ-ລັດກໍຄື ປະຊາຊົນລາວບັນດາເຜົ່າ ເຮັດໃຫ້ບົດບາດອິດທິພົນຂອງຊາດລາວເຮົາ ພົ້ນເດັ່ນຂຶ້ນໃນເວທີສາກົນ ແລະ ພາກພື້ນ.

     ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນສັງເກດຕີລາຄາຄືນການຈັດຕັ້ງປະຕິບັດວຽກງານໃນ ປີ 2019 ຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍ 4
ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງປ້ອງກັນປະເທດ ວາງອອກ ເພື່ອຄວາມເປັນເອກະພາບໃນການປັບປຸງກໍ່ສ້າງກອງທັບເຮົາໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ,
ພ້ອມນັ້ນກອງປະຊຸມຍັງຈະໄດ້ພ້ອມກັນຄົ້ນຄວ້າ ເປັນເອກະພາບທິດທາງແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິບັດ ໃນປີ 2020, ດັ່ງນັ້ນການຄົ້ນຄວ້າປະກອບຄໍາຄິດຄຳເຫັນ
ຕ້ອງໄດ້ຍົກສູງຄວາມ ຮັບຜິດຊອບການເມືອງ ເສີມຂະຫຍາຍປະຊາທິປະໄຕ ແລະ ມີຄວາມຮັບຜິດຊອບໃນການເບິ່ງບັນຫາ, ຕີລາຄາສະພາບການໃຫ້ຖືກຕ້ອງ-ພາວະວິ
ໄສ, ຕ້ອງເບິ່ງຄືນບັນດາໜ້າວຽກທີ່ເຮັດໄດ້ ແລະ ບັນຫາທີ່ຫຍໍ້ທໍ້, ຂໍ້ຄົງຄ້າງ ເພື່ອຮັບປະກັນໃຫ້ແກ່ການແກ້ໄຂ ແລະ ກໍານົດທິດທາງວຽກງານຈຸດສຸມໃນປີ 2020 ໃຫ້
ແທດເໝາະກັບສະພາບແວດລ້ອມຕົວຈິງຂອງກອງທັບເຮົາ, ບົນພື້ນຖານຊຸກຍູ້ຂະບວນການປະຕິບັດໜ້າທີ່ວຽກງານ ໃນດ້ານຕ່າງໆ ດ້ວຍຈິດໃຈບຸກທະລຸໃຫ້ມີການຫັນ
ປ່ຽນທີ່ຕັ້ງໜ້າກວ່າເກົ່າ ແລະ ເກີດໝາກຜົນຕົວຈິງໃນການສ້າງກອງທັບທີ່ມີແບບແຜນ ແລະ ທັນສະໄໝ.