ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຊັນສັນຍາໂຄງການກໍ່ສ້າງເສັ້ນທາງຂອງກະຊວງປ້ອງກັນປະເທດ

     ວັນທີ 15 ກຸມພາ 2018 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີເຊັນສັນຍາໂຄງການຮັບເໝົາກໍ່ສ້າງເສັ້ນທາງຍຸດທະສາດ ແລະ ເສັ້ນທາງເຂົ້າ
ກົມກອງຂອງກະຊວງປ້ອງກັນປະເທດຂຶ້ນ ທີ່ສະໂມສອນນ້ອຍກົມໃຫຍ່ເສນາທິການກອງທັບ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ສິງສະຫວັດ
ພົມມະສັກ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ມີບັນດາຄະນະພັກ-ຄະນະບັນຊາກົມ, ກອງ, ຫ້ອງການ, ພະແນກການກຳລັງຫຼວງ, ກຳລັງທ້ອງຖິ່ນ
ແລະ ບັນດາບໍລິສັດຜູ້ຮັບເໝົາກໍ່ສ້າງຂົວທາງ, ພະນັກງານທີ່ກຽ່ວຂ້ອງເຂົ້າຮ່ວມ.


ພົນຈັດຕະວາ ສິງສະຫວັດ ພົມມະສັກ ເປັນປະທານພິທີເຊັນສັນຍາໂຄງການຮັບເໝົາກໍ່ສ້າງເສັ້ນທາງຍຸດທະສາດ
ແລະເສັ້ນທາງເຂົ້າກົມກອງຂອງກະຊວງປ້ອງກັນປະເທດ

     ພັນໂທ ອຸ່ນທອງ ບຸດສຸວັນ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ບັນດາບໍລິສັດ ແລະ ກົມ
ກອງເຫຼົ່າຮົບຊ່າງແສງຮັບເໝົາໂຄງການກໍ່ສ້າງເສັ້ນທາງ ແລະ ກິດຈະການປ້ອງກັນຊາດຂອງກະຊວງປ້ອງກັນປະເທດປີ 2018 ອີງຕາມໜັງສືສະເໜີຂອງຫົວ
ໜ່ວຍທີ່ມີເຈດຈຳນົງຂໍຮັບເໝົາບັນດາໂຄງການຕ່າງໆຂອງກະຊວງປ້ອງກັນປະເທດ ເຊິ່ງໄດ້ຜ່ານການຄົ້ນຄວ້າ ແລະ ມີຄວາມເປັນເອກະພາບຂອງຄະນະ
ພັກ-ຄະນະບັນຊາກົມກອງພື້ນຖານທີ່ໄດ້ຮັບງົບປະມານ, ບັນດາບໍລິສັດເຫຼົ່ານັ້ນມີທ່າແຮງທາງດ້ານພາຫະນະກົນຈັກ, ມີທຶນຮອນ ແລະ ມີບົດຮຽນ, ມີປະສົບ
ການໃນການກໍ່ສ້າງ, ເຫັນດີລົງທຶນກໍ່ສ້າງກ່ອນ 100% ແລະ ເຫັນດີປະຕິບັດການສຳລະຄ່າກໍ່ສ້າງຕາມເງື່ອນໄຂ ແລະ ຄວາມສາມາດຂອງງົບປະມານແຫ່ງ
ລັດສຳລະໃຫ້ແຕ່ລະປີ. ໃນນັ້ນລວມມີ 10 ໂຄງການ ແລະ ມີ 10 ບໍລິສັດຮັບເໝົາ ຄື: ບໍລິສັດບຸນທະວີຊັບກໍ່ສ້າງຂົວທາງຮັບເໝົາທະລຸ ແລະ ຍົກລະດັບ
ເສັ້ນທາງຍຸດທະສາດ ແຕ່ບ້ານນ້ຳໄຕ ເມືອງຊຳໃຕ້-ບ້ານພຽງລຽງ ເມືອງວຽງໄຊ ແຂວງຫົວພັນ ມີມູນຄ່າຕາມສັນຍາຈຳນວນ 339.665.000.000 ກີບ,
ບໍລິສັດພູທະຈັກກໍ່ສ້າງ ແລະ ພັດທະນາຄົບວົງຈອນຂາເຂົ້າ-ຂາອອກຈຳກັດຮັບເໝົາທະລຸ ແລະ ຍົກລະດັບເສັ້ນທາງລຽບຕາມຊາຍແດນລາວ-ຈີນ ແຕ່ເມືອງ
ຫຼວງນ້ຳທາ ແຂວງຫຼວງນ້ຳທາ-ເມືອງບຸນໃຕ້ ແຂວງຜົ້ງສາລີ (ໄລຍະທີ 1) ມີມູນ ຄ່າຕາມສັນຍາຈຳນວນ 271.170.000.000 ກີບ, ບໍລິສັດຫອມສົມ
ບັດກໍ່ສ້າງຂົວທາງຮັບເໝົາທະລຸ ແລະ ຍົກລະດັບເສັ້ນທາງລຽບຕາມຊາຍແດນ ລາວ-ກຳປູເຈຍ ແຂວງຈຳປາສັກ ຊ່ວງທີ 1 ມີໄລຍະທາງ 37 ກິໂລແມັດ
ມີມູນຄ່າຕາມສັນຍາຈຳນວນ 92.100.000.000 ກີບ ແລະ ຊ່ວງທີ 2 ໄລຍະທາງແຕ່ກິໂລແມັດທີ 37-ກິໂລແມັດທີ 74 ມີມູນຄ່າຕາມສັນຍາຈຳນວນ
96.100.000.000 ກີບ, ບໍລິສັດຄູນທະວີຊັບກໍ່ສ້າງຂົວທາງ ແລະ ຊົນລະປະທານຈຳກັດຮັບເໝົາທະລຸ ແລະ ຍົກລະດັບເສັ້ນທາງແຕ່ບ້ານນ້ຳຟ້າ ເມືອງຕົ້ນ
ຜິ້ງ (ເຂດຍອດນ້ຳເກິ່ງ)-ບ້ານຫ້ວຍນ້ຳຄານ-ບ້ານປຸ່ງຜາ ເມືອງຕົ້ນຜິ້ງ ແຂວງບໍ່ແກ້ວ ມີມູນຄ່າຕາມສັນຍາຈຳນວນ 90.360.000.000 ກີບ, ບໍລີສັດທະ
ວີໄຊກໍ່ສ້າງຈຳກັດຮັບເໝົາທະລຸ ແລະ ຍົກລະດັບເສັ້ນທາງຍຸດທະສາດແຕ່ບ້ານນ້ຳປ່ານະ ເມືອງຕົ້ນຜິ້ງ (ເຂດຍອດນ້ຳຍອນ)-ລ້ອງພະບາດ ເມືອງເມິງ ແຂວງ
ບໍ່ແກ້ວ ຊ່ວງທີ 1 ມີໄລຍະທາງ 16 ກິໂລແມັດ ມີມູນຄ່າຕາມສັນຍາຈຳນວນ 44.055.000.000 ກີບ, ບໍລິສັດພີເອັສກໍ່ສ້າງ ແລະ ທ່ອງ ທ່ຽວຮັບເໝົາ
ທະລຸ ແລະ ຍົກລະດັບເສັ້ນທາງຍຸດທະສາດແຕ່ບ້ານນ້ຳປ່ານະ ເມືອງຕົ້ນຜິ້ງ (ເຂດຍອດນ້ຳຍອນ)-ລ້ອງພະບາດ ເມືອງເມິງ ແຂວງບໍ່ແກ້ວ ຊ່ວງທີ 2 ມີໄລຍະ
ທາງ 13 ກິໂລແມັດ ມີມູນຄ່າຕາມສັນຍາຈຳນວນ 43.785.000.000 ກີບ, ບໍລິສັດລາຊາໂຊກຈຳກັດຮັບເໝົາທະລຸ ແລະ ຍົກລະດັບເສັ້ນທາງລຽບຕາມ
ຊາຍແດນລາວ-ຫວຽດນາມ ແຂວງບໍລິຄຳໄຊ (ໄລຍະທີ 1) ຊ່ວງທີ 1 ມີມູນຄ່າຕາມສັນຍາຈຳນວນ 35.000.000.000 ກີບ, ບໍລີສັດພິຊິດໄຊສົມບັດ
ກໍ່ສ້າງຂົວທາງຈຳກັດຮັບເໝົາທະລຸ ແລະ ຍົກລະດັບເສັ້ນທາງລຽບຕາມຊາຍແດນລາວ-ຫວຽດນາມ ແຂວງບໍລິຄຳໄຊ (ໄລຍະທີ 1) ຊ່ວງທີ 2 ມີມູນຄ່າ
ຕາມສັນຍາຈຳນວນ 35.000.000.000 ກີບ, ບໍລີສັດແກ້ວດາວອນການໄຟຟ້າ ແລະ ກໍ່ສ້າງຂົວທາງຈຳກັດຜູ້ດຽວຮັບເໝົາທະລຸ ແລະ ຍົກລະດັບເສັ້ນ
ທາງລຽບຕາມຊາຍແດນລາວ-ຫວຽດນາມ ແຂວງບໍລິຄຳໄຊ (ໄລຍະທີ 1) ຊ່ວງທີ 3 ມີມູນຄ່າຕາມສັນຍາຈຳນວນ 265.098.000.000 ກີບ.

     ໂອກາດດັ່ງກ່າວ ທ່ານ ພົນຈັດຕະວາ ສິງສະຫວັດ ພົມມະສັກ ກໍໄດ້ມີຄຳເຫັນໂອ້ລົມຕໍ່ພິທີໂດຍໄດ້ສະແດງຄວາມຂອບອົກຂອບໃຈນຳບັນດາຫົວ
ໜ່ວຍຮັບເໝົາກໍ່ສ້າງແຕ່ລະເສັ້ນທາງແຕ່ລະແຂວງທີ່ໄດ້ມີເຈຕະນາລົມທີ່ດີເສຍສະຫຼະທາງດ້ານວັດຖຸ ແລະ ຈິດໃຈປະກອບສ່ວນໃນການສ້າງສາພັດທະນາ
ປະເທດຊາດຂອງພວກເຮົາ, ເປັນການປະກອບສ່ວນສ້າງຜົນງານອັນສຳຄັນເພຶ່ອພັດທະນາເສດຖະກິດປັບປຸງພື້ນຖານໂຄງລ່າງ ແລະ ໄດ້ເນັ້ນໃຫ້ແຕ່ລະພາກ
ສ່ວນຮັບເໝົາຕ້ອງມີຄວາມຮັບຜິດຊອບສູງຕໍ່ການປະຕິບັດຕາມສັນຍາ ແລະ ທ່າແຮງການກໍ່ສ້າງຕ່າງໆຕ້ອງໃຫ້ຢູ່ໃນລະດັບມາດຖານຂອງກະຊວງໂຍທາທິ
ການເປັນຫຼັກ ແລະ ທຸກພາກສ່ວນຕ້ອງມີການປະສານສົມທົບກັນໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບຫຼັກການ, ເຮັດຕາມການອອກແບບຂອງ
ກະຊວງໂຍທາທິການ ແລະ ຂົນສົ່ງໃຫ້ໄດ້ທາງດ້ານປະລິມານ ແລະ ຄຸນນະພາບ.