ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວຽກງານປະກັນສັງຄົມກອງທັບໄດ້ຮັບການຈັດຕັ້ງ
ປະຕິບັດຢ່າງສອດຄ່ອງ ແລະ ປັບປຸງຢ່າງຕັ້ງໜ້າຫຼາຍດ້ານ

     ກົມປະກັນສັງຄົມກົມໃຫຍ່ການເມືອງກອງທັບ ໄດ້ດຳເນີນກອງປະຊຸມສະຫຼຸບປະເມີນຜົນ ແລະຖອດຖອນບົດຮຽນການເຄື່ອນໄຫວວຽກງານປະກັນສັງ
ຄົມທົ່ວກອງທັບປະຈຳສົກປີ 2015-2016 ໃນລະຫວ່າງວັນ ທີ 15-16 ມີນາ 2017 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ວິໄລ ຫຼ້າຄຳ
ຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ເຊິ່ງມີຄະນະພັກ-ຄະນະບັນຊາ, ພະນັກງານ
ທີ່ຮັບຜິດຊອບວຽກງານປະກັນສັງຄົມຈາກບັນດາກົມໃຫຍ່, ກົມກອງກຳລັງຫຼວງ-ກຳ ລັງທ້ອງຖິ່ນ ແລະພະນັກງານທີ່ກ່ຽວຂ້ອງຈາກບັນດາກົມວິຊາສະເພາະ
ເຊັ່ນ: ກົມນະໂຍບາຍ, ກົມແຜນການ-ການເງິນເຂົ້າຮ່ວມ.

                            
                             ພົນຕີ ວິໄລ ຫຼ້າຄຳຟອງ ເປັນປະທານກອງປະຊຸມສະຫຼຸບປະເມີນຜົນ ແລະຖອດຖອນບົດຮຽນການເຄື່ອນໄຫວວຽກງານປະກັນສັງຄົມທົ່ວກອງທັບປະຈຳສົກປີ 2015-2016

     ອີງຕາມບົດສະຫຼຸບທີ່ ພັນເອກ ສົມປອງ ລຸດຈະດາ ຫົວໜ້າກົມປະກັນສັງຄົມ ສະເໜີຕໍ່ກອງປະຊຸມນັ້ນ ພໍສັງຮວມໄດ້ວ່າ: ແຕ່ລະຂົງເຂດວຽກງານແມ່ນ
ໄດ້ຮັບການຈັດຕັ້ງປະຕິບັດຢ່າງສອດຄ່ອງມີຫຼາຍດ້ານໄດ້ຮັບການປັບປຸງກ້າວສູ່ຄຸນນະພາບອັນໃໝ່ຫັນເຂົ້າສູ່ລະບອບແບບແຜນຢ່າງຮັດກຸມເປັນເອກະພາບ,
ຮັບປະກັນໄດ້ ແກ່ການປະຕິບັດນະໂຍບາຍຂອງພັກ-ລັດຕໍ່ພະນັກງານ-ນັກຮົບໃນເວລາເຈັບປ່ວຍ, ບໍ່ສາມາດອອກແຮງງານໄດ້, ເວລາພັກຜ່ອນເຂົ້າຮັບເບ້ຍ
ບຳນານ, ເສຍອົງຄະ, ເສຍສະຫຼະຊີວິດ ແລະຕໍ່ເປົ້າໝາຍຕ່າງໆທີ່ກຳນົດໄວ້ໃນກົດ ໝາຍປະກັນສັງຄົມໃນກອງທັບ, ເປັນຕົ້ນແມ່ນວຽກງານສັນຍາ-ປິ່ນປົວ
ສຸຂະພາບ, ວຽກງານຂຶ້ນທະບຽນ ແລະອອກບັດປະກັນສັງຄົມ, ວຽກງານກວດກາ, ວຽກງານນິຕິກຳ, ວຽກງານອົບຮົມປັບປຸງກໍ່ສ້າງຂະແໜງການ, ວຽກ
ງານຄຸ້ມຄອງກອງທຶນ (ການເງິນ) ເຮັດໃຫ້ຫາງສຽງວິພາກວິຈານຫຼຸດລົງຢ່າງຈະແຈ້ງ ແລະເກືອບບໍ່ມີ.

     ກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນຈາກຜູ້ແທນທີ່ເຂົ້າຮ່ວມຢ່າງເລິກເຊິງ ຍົກໃຫ້ເຫັນສັດຈະວິພາກຕົວຈິງ ບັນຫາທີ່ຕັ້ງໜ້າ ແລະຂໍ້
ຄົງຄ້າງ ເພື່ອພ້ອມກັນຖອດຖອນເປັນບົດຮຽນ ແລະໄດ້ເຜີຍແຜ່ນິຕິກຳຕ່າງໆທີ່ກ່ຽວຂ້ອງ ເປັນຕົ້ນແມ່ນຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ
ການປະກັນສຸຂະພາບຕາມລະບົບປະກັນສັງຄົມກອງທັບ ແລະຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຄຸ້ມຄອງ-ນຳໃຊ້ເງິນກອງທຶນປະກັນສັງ
ຄົມກອງທັບ ເປັນພື້ນຖານບ່ອນອີງແກ່ການນຳໄປຈັດຕັ້ງຜັນຂະຫຍາຍໃຫ້ຖືກຕ້ອງ-ຮັດກຸມ, ໂປ່ງໃສ ແລະນຳເອົາຜົນປະໂຫຍດມາສູ່ພະນັກງານ-ນັກຮົບ
ທົ່ວກອງທັບ ແລະສະມາຊິກຄອບຄົວຂອງເຂົາເຈົ້າ ພ້ອມນີ້ກໍໄດ້ກຳນົດທິດທາງແຜນການວຽກງານລວມ, ວຽກງານຈຸດສຸມປະຈຳປີ 2017 ບົນຈິດໃຈ
ບຸກທະລຸປັບປຸງວຽກງານປະກັນສັງຄົມແຕ່ລະຂັ້ນໃນທົ່ວກອງທັບ ໃຫ້ຫັນເຂົ້າສູ່ລະບອບແບບແຜນທັນສະໄໝ ແລະມີປະສິດທິພາບສູງຢ່າງຈະແຈ້ງ.