ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜູ້ບັນຊາການທະຫານບົກສະຫະພັນຣັດເຊຍເຄື່ອນໄຫວຢ້ຽມຢາມລາວ

     ທ່ານ ພົນໂທ ຊາ ລູກົບ ອາ ເລກ ລີ ໂອ ນິ ໂດ ວິຈ ຜູ້ບັນຊາການທະຫານບົກແຫ່ງສະຫະພັນຣັດເຊຍ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມມິດຕະ
ພາບຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 13-14 ມີນາ ນີ້, ພິທີຕ້ອນຮັບເປັນທາງການໄດ້ຈັດຂຶ້ນທີ່ສຳນັກງານກະຊວງປ້ອງກັນປະເທດ
ໂດຍການຕ້ອນຮັບຂອງທ່ານ ພົນຕີ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ
ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບຢ່າງສົມກຽດ.

                                
                                                                 ພົນຕີ ສຸວອນ ເລືອງບຸນມີ ຕ້ອນຮັບຜູ້ບັນຊາການທະຫານບົກແຫ່ງສະຫະພັນຣັດເຊຍ

     ພາຍຫຼັງສຳເລັດພິທີເຄົາລົບທຸງຊາດທັງສອງປະເທດ ແລະກວດແຖວກຽດຕິຍົດແລ້ວ, ທັງສອງຝ່າຍກໍ ໄດ້ມີການພົບປະແລກປ່ຽນສະພາບການເຊິ່ງກັນ
ແລະກັນ, ໃນບັນຫາທີ່ທັງສອງຝ່າຍມີຄວາມສົນໃຈ. ເຊິ່ງທັງສອງຝ່າຍມີຄວາມເຫັນດີຮ່ວມກັນ ກ່ຽວກັບການຮ່ວມມືກັບບັນດາປະເທດເພື່ອນມິດໃນພາ
ລະກິດປົກປັກຮັກສາສັນຕິພາບໃນພາກພື້ນ ແລະໃນໂລກ, ເພື່ອພ້ອມກັນປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດຂອງ ຕົນໃຫ້ມີຄວາມເຂັ້ມແຂງ
ແລະພັດທະນາກ້າວຂຶ້ນສູ່ຄວາມຮັ່ງມີສີວິໄລຢ່າງບໍ່ຢຸດຢັ້ງ. ໂອກາດນີ້ ທັງສອງຝ່າຍຍັງໄດ້ຮັບຟັງການລາຍງານບາງສະພາບຈຸດພິເສດຂອງການພົວພັນຮ່ວມ
ມື ແລະການຊ່ວຍເຫຼືອຂອງຣັດເຊຍຕໍ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມນີ້ ຝ່າຍກອງທັບປະຊາຊົນລາວກໍຍັງໄດ້ສະເໜີຕໍ່ທາງກອງທັບ
ຣັດເຊຍ ກ່ຽວກັບການຊ່ວຍໃນການກໍ່ສ້າງນາຍທະຫານ, ການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ ແລະບັນຫາອື່ນໆຈຳນວນໜຶ່ງທີ່ສອງຝ່າຍ
ມີຄວາມສົນໃຈ.

     ໃນໂອກາດນີ້ ຜູ້ບັນຊາການທະຫານບົກແຫ່ງສະຫະພັນຣັດເຊຍ ພ້ອມຄະນະ ຍັງໄດ້ເດີນທາງໄປວາງ ພວງມາລາທີ່ອະນຸສາວະລີນັກຮົບນິລະນານ, ໄປ
ຢ້ຽມຢາມກອງພັນໃຫຍ່ 11, ໄປທ່ຽວຊົມບັນດາສະຖານທີ່ທ່ອງທ່ຽວທາງປະຫວັດສາດ ແລະວັດທະນະທຳຢູ່ໃນນະຄອນຫຼວງວຽງຈັນ.

     ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງຜູ້ບັນຊາການທະຫານບົກສະຫະພັນຣັດເຊຍໃນຄັ້ງນີ້ ເປັນການເສີມສ້າງສາຍພົວພັນມິດຕະພາບການ
ຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະສະຫະພັນຣັດເຊຍເວົ້າລວມ ເວົ້າສະເພາະແມ່ນສອງກອງທັບປະຊາຊົນລາວ ແລະກອງທັບສະຫະພັນຣັດເຊຍທີ່ມີມູນ
ເຊື້ອອັນດີງາມມາແຕ່ ດົນນານແລ້ວນັ້ນໃຫ້ນັບມື້ໄດ້ຮັບການຂະຫຍາຍຕົວຍິ່ງໆຂຶ້ນ.