ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ 01 ປີ 2018 ຂອງເຂດ VII

     ວັນທີ 14 ມີນາ 2018 ນີ້, ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ 01 ປີ 2018 ຂອງເຂດ VII ໄດ້ຈັດຂຶ້ນທີ່ກອງພັນໃຫຍ່ 11
ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສ
ນາທິການກອງທັບ, ມີຄະນະຜູ້ແທນຈາກບັນດາກົມກອງອ້ອມຂ້າງກະຊວງ ແລະ ເຂດໃຈກາງນະຄອນຫຼວງເຂົ້າຮ່ວມ.


ພົນໂທ ສຸວອນ ເລືອງບຸນມີ ເປັນປະທານກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ 01 ປີ 2018 ຂອງເຂດ VII

     ໃນກອງປະຊຸມບັນດາຄະນະຜູ້ແທນກໍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການປະຕິບັດໜ້າທີ່ວຽກງານຮອບດ້ານໃນໄລຍະໄຕມາດ 01 ປີ 2018
ເປັນຕົ້ນແມ່ນບັນດາຜົນງານການຈັດຕັ້ງປະຕິບັດໜ້າທີ່ວຽກງານຕ່າງໆເຊັ່ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງຮາກຖານ
ການເມືອງ ແລະ ວຽກງານດ້ານຕ່າງໆທີ່ນອນຢູ່ໃນແຜນການປະຈຳປີຂອງແຕ່ລະກົມກອງ ພ້ອມກັນນັ້ນ, ກໍຍົກໃຫ້ເຫັນບາງບັນຫາປະກົດການຫຍໍ້ທໍ້ ທີ່
ເກີດຂຶ້ນໃນຂອບເຂດກົມກອງຮັບຜິດຊອບ ເພື່ອພ້ອມກັນຄົ້ນຄວ້າຊອກຫາທິດທາງປັບປຸງແກ້ໄຂໃນຕໍ່ໜ້າ. ຈາກນັ້ນ, ທ່ານ ພົນໂທ ສຸວອນ ເລືອງບຸນມີ
ກໍໄດ້ໂອ້ລົມຕໍ່ທີ່ປະຊຸມ ເຊິ່ງກ່ອນອື່ນທ່ານໄດ້ຍົກໃຫ້ເຫັນບັນຫາສະພາບການຂອງໂລກ, ພາກພື້ນ ແລະ ສະພາບພາຍໃນທີ່ຍັງຜັນແປໄປຢ່າງສັບສົນ ແລະ
ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາຄະນະພັກ-ຄະນະບັນຊາແຕ່ລະກົມກອງເອົາໃຈໃສ່ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງເຂດກົມກອງຮັບຜິດຊອບຮັບ
ປະກັນເຮັດໃຫ້ຂອບເຂດກົມກອງຕັ້ງທັບມີຄວາມສະຫງົບ, ປັບປຸງລະບຽບແບບແຜນໃຫ້ເຂັ້ມງວດ, ສຶກສາອົບຮົມການເມືອງ, ນຳພາແນວຄິດໃຫ້ນາຍ
ແລະ ພົນທະຫານຮັບຮູ້ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ສຸມໃສ່ຕ້ານ ແລະ ສະກັດກັ້ນບັນຫາປາກົດ ການຫຍໍ້ທໍ້ຕ່າງໆໃນ
ສັງຄົມ, ເພີ່ມທະວີຄວາມຮັບຜິດຊອບຕໍ່ການບົວລະບັດຮັກສາພາຫະນະເຕັກນິກຕ່າງໆໃຫ້ສາມາດຕອບສະໜອງໄດ້ຕາມຄວາມມຸ້ງປະສົງຂອງຂັ້ນເທິງ,
ປຸກລະດົມເສີມຂະຫຍາຍນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພ້ອມກັນບຸກບືນປະຕິບັດໜ້າທີ່ທາງຂັ້ນເທິງມອບໝາຍ
ໃຫ້ສຳເລັດຜົນ.