ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມອຸດສາຫະກຳປ້ອງກັນຊາດ ສະຫຼຸບຖອດຖອນບົດຮຽນ
ໃນການເຄື່ອນໄຫວວຽກງານໃນໄລຍະ 1 ປີ ຜ່ານມາ


ສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ ກຳມະການ ຄະນະພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ເຕັກນິກກອງທັບ ​ເປັນ​ປະທານ

     ວັນທີ 11 ມີນາ 2021 ນີ້, ກົມອຸດສາຫະກຳປ້ອງກັນຊາດ ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນ ໃນການເຄື່ອນໄຫວວຽກງານຂອງຂະແໜງ
ການອຸດສາຫະກຳ ໃນໄລຍະ 1 ປີ ຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ ກຳມະການ ຄະນະພັກກະຊວງ ປ້ອງ
ກັນປະເທດ ຮອງຫົວໜ້າ ກົມໃຫຍ່ເຕັກນິກກອງທັບ, ມີຄະນະກົມ, ຄະນະຫ້ອງ, ຄະນະພັກ-ຄະນະບັນຊາ ກົມກອງຮາກຖານ, ບັນດາໂຮງງານ, ບໍລິສັດ ຕະ
ຫຼອດຮອດພະນັກງານ ອົງການ ທີ່ຂຶ້ນກັບຂະແໜງການອຸດສາຫະກຳປ້ອງກັນຊາດເຂົ້າຮ່ວມ.

     ສະຫາຍ ພັນໂທ ສຸລິຍົງ ບົວພາວັນ ຫົວໜ້າ ພະແນກແຜນການ ກົມອຸດສາຫະກຳປ້ອງກັນຊາດ ຂຶ້ນອ່ານບົດສະຫຼຸບໃນການເຄື່ອນໄຫວວຽກງານ ໃນ
ໄລຍະ 1 ປີ ຜ່ານມາ, ຄະນະພັກ-ຄະນະບັນຊາ ທຸກຂັ້ນໃນທົ່ວຂະແໜງການ ອຸດສາຫະກຳປ້ອງກັນຊາດ, ໄດ້ຖືເອົາວຽກງານການເມືອງ-ນຳພາແນວຄິດເປັນ
ບັນຫາສຳຄັນ, ເອົາໃສ່ໃຈສຶກສາອົບຮົມພະນັກງານ ຢູ່ໃນຄວາມຮັບຜິດຊອບຂອງຕົນ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ປະຕິບັດລະບອບດຳເນີນຊີ
ວິດການເມືອງ, ສ່ອງແສງລາຍງານເປັນປົກກະຕິພະນັກງານ, ກຳມະກອນແຕ່ລະ ສະຫາຍ ໄດ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ກຳໄດ້ໜ້າທີ່ການເມືອງ
ຂອງກົມກອງ ແລະ ຂອງຕົນເອງສູ້ຊົນເຮັດສຳເລັດ ໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ ໃນນັ້ນໄດ້ຄົ້ນຄວ້າວິທະຍາສາດເຕັກໂນໂລຊີ ແລະ ດັດ
ແປງຍົກສູງສະມັດຕະພາບຂອງພາຫະນະ-ອາວຸດ, ເປັນຕົ້ນແມ່ນຜະລິດ, ຢັ້ງຍືນຮັບຮອງຄຸນນະພາບຂອງຊິນ, ແຫວນອັບແຈບປືນ 122 D30, 152 D20,
85 D44, 130 M44, ຄົ້ນຄວ້າດັດແປງປືນ CQ ປະກອບໃສ່ປືນ AK 56-1 ສໍາເລັດຫຼາຍກະບອກ, ຄົ້ນຄວ້າ ຕິດຕັ້ງປືນ ZU-23 ໃສ່ລົດ ZLL131
ຢູ່ໂຮງງານມິດຕະພາບ ລາວ-ຫວຽດນາມ ສຳເລັດ 1 ຄັນ, ຕິດຕັ້ງປືນ 14,5ມມ ໃສ່ລົດ BTR-152 ຈໍານວນ 12 ຄັນ ນອກນັ້ນໄດ້ເອົາໃຈໃສ່ສ້າງພະລາ
ທິການກັບທີ່ຕາມທິດນໍາທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໂດຍການປູກຝັງລ້ຽງສັດ ໃນນີ້ໄດ້ປູກຜັກເກັບກູ້ໄດ້ 5,007
ກີໂລ, ປູກເຂົ້າເກັບກູ້ໄດ້ 2,160 ກີໂລ, ລ້ຽງງົວ 50 ໂຕ, ລ້ຽງໝູ 162 ໂຕ, ລ້ຽງແບ້ 21 ໂຕ, ລ້ຽງແກະ 9 ໂຕ, ລ້ຽງໄກ່ 290 ໂຕ, ໃນກອງປະຊຸມແຕ່ລະ
ກົມກອງ ກໍໄດ້ຂຶ້ນປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ພ້ອມທັງລາຍງານສະພາບການເຄື່ອນ ໄຫວຂອງກົມກອງຕາມ ຄວາມຮັບຜິດຊອບຂອງຕົນ ເພື່ອ
ປະກອບ ສ່ວນເຂົ້າໃນການຮັບໃຊ້ກອງທັບ ເວົ້າລວມ, ເວົ້າສະເພາະແມ່ນຮັບໃຊ້ເຂົ້າໃນຂະແໜງ ອຸດສາຫະກຳປ້ອງກັນຊາດ, ໃຫ້ມີຄວາມເຕີບໃຫຍ່ເຂັ້ມ
ແຂງຮອບດ້ານ, ແລະ ກ້າວຂຶ້ນໄປເລື້ອຍໆ.

     ໃນໂອກາດດັ່ງກ່າວນີ້, ສະຫາຍ ພົນຈັດຕະວາ ທອງພັນ ສຸທໍາມະວົງ ໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມ ຈົ່ງພ້ອມກັນເປັນເຈົ້າ
ການເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງຮອບດ້ານ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ, ແບບແຜນ
ການຄຸ້ມຄອງຂອງແຕ່ລະກົມກອງໃຫ້ເປັນລະບົບ ແລະ ໃຫ້ມີຄວາມເຂັ້ມງວດ, ເຮັດວຽກໃຫ້ມີແບບແຜນທີ່ທັນສະໄໝການຈັດຕັ້ງປະຕິບັດໃຫ້ເປັນລະບົບ,
ມີວິໄສທັດໃນການນຳພາບັນຊາ ໂດຍອີງໃສ່ເງື່ອນໄຂຕົວຈິງຂອງກົມກອງ, ຮຽກຮ້ອງໃຫ້ແຕ່ລະກົມກອງເອົາໃຈໃສ່ ຢ່າງຕັ້ງໜ້າໃນການຊອກຮູ້ຮໍ່າຮຽນໃນ
ຫຼາຍດ້ານ, ຍົກສູງຄວາມຮູ້ຄວາມ ສາມາດໃຫ້ພະນັກງານໃນຂະແໜງການ ເພື່ອປະກອບສ່ວນສຸມໃສ່ວຽກງານເຕັກນິກໃຫ້ມີຄວາມກ້າວໜ້າ.