ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານປະເທດເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື
ຂັ້ນສູງວ່າດ້ວຍການຮ່ວມມືສາກົນທີ່ ສປ ຈີນ

     ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລາວ ໄດ້ເດີນທາງເຖິງນະຄອນຫຼວງປັກກິ່ງ, ສປ ຈີນ
ໃນວັນທີ 13 ພຶດສະພາ 2017 ເພື່ອເຂົ້າຮ່ວມກອງປະຊຸມເວທີ ປຶກສາຫາລືຂັ້ນສູງວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ພາຍໃຕ້
ຫົວຂໍ້: “ການຮ່ວມມືເພື່ອຄວາມວັດທະນາຖາວອນຮ່ວມກັນ” ທີ່ຈະຈັດຂຶ້ນເປັນເວລາ 2 ວັນໃນວັນທີ 14-15 ພຶດສະພາ 2017, ໂດຍໄດ້ຮັບການຕ້ອນ
ຮັບຢ່າງອົບອຸ່ນຈາກການນໍາຂັ້ນສູງຂອງ ສປ ຈີນ, ແລະສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສປ ຈີນ.


ພະນະທ່ານ ບຸນຍັງວໍລະຈິດ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນທີ່ ສປ ຈີນ

     ໃນຕອນເຊົ້າວັນທີ 14 ພຶດສະພາ 2017, ທ່ານ ບຸນຍັງ ວໍລະຈິດ ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມຄົບຄະນະຂອງກອງປະຊຸມເວທີປຶກສາຫາລືຂັ້ນ
ສູງວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວທາງ ໜຶ່ງເສັ້ນທາງ”, ໂດຍມີຄະນະຜູ້ແທນເຂົ້າຮ່ວມທັງໝົດຫຼາຍກວ່າ 1.500 ຄົນ ຈາກ 130 ກວ່າປະເທດ
ໃນຂົງເຂດອາຊີ, ເອີຣົບ, ອາເມຣິກາ ແລະ ອາຟຣິກາ, ເຊິ່ງໃນນັ້ນລວມມີ 29 ປະມຸກລັດ ແລະ ຫົວໜ້າລັດຖະບານ ແລະ ມີບັນດາອົງການຈັດຕັ້ງສາກົນ,
ເປັນຕົ້ນແມ່ນອົງການສະຫະປະຊາສາກົນ, ທະນາຄານໂລກ, ອົງການການຄ້າໂລກ ແລະ ສະພາເວທີເສດຖະກິດໂລກ (WEF). ກອງປະຊຸມເວທີປຶກສາ
ຫາລືຂັ້ນສູງຄັ້ງນີ້ ໄດ້ປຶກສາຫາລື 3 ຫົວຂໍ້ຄື: 1. “ການປະສານສົມທົບດ້ານນະໂຍບາຍ ເພື່ອການເປັນຄູ່ຮ່ວມທີ່ໃກ້ສິດກັນຂຶ້ນກວ່າເກົ່າ”; 2.“ສາຍພົວ
ພັນລະຫວ່າງປະຊາຊົນກັບປະຊາຊົນຢ່າງໃກ້ສິດສະໜິດແໜ້ນ” ແລະ 3. “ການຮ່ວມມືດ້ານການເຊື່ອມຈອດເພື່ອການພັດທະນາເຊິ່ງກັນ ແລະ ກັນ” ເປົ້າ
ໝາຍໃນການປຶກສາຫາລືແມ່ນເພື່ອຊອກຊ່ອງທາງແກ້ໄຂສະພາບເສດຖະກິດ ຂອງໂລກໃນປັດຈຸບັນ ແລະ ວາງແນວທາງເສດຖະກິດໃນອະນາຄົດ, ເປັນ
ຕົ້ນການຮ່ວມມືດ້ານເສດຖະກິດ, ນະໂຍບາຍການເງິນ ແລະ ການພັດທະນາເສດຖະກິດຂອງພາກພື້ນ ແລະ ສາກົນ; ແລະ ເພື່ອສົ່ງເສີມການເປັນຄູ່ ຮ່ວມ
ເພື່ອການພັດທະນາສ້າງຂະບວນໂລກາພິວັດໃຫ້ເປີດກວ້າງ ແລະ ກວມລວມ ແລະ ແລກປ່ຽນບັນດາຂະບວນການວິວັດທີ່ເປັນປະໂຫຍດແກ່ທຸກຝ່າຍ ແລະ
ໄດ້ເຂົ້າຮ່ວມງານລ້ຽງອາຫານຄໍ່າ ຈັດເປັນກຽດໃຫ້ແກ່ບັນ ດາປະມຸກລັດ ແລະ ຫົວໜ້າລັດຖະບານ ໂດຍທ່ານປະທານປະເທດ ສປ ຈີນ.

     ໃນພາກບ່າຍຂອງວັນດຽວກັນ, ບັນດາລັດຖະມົນຕີທີ່ກ່ຽວຂ້ອງຂອງ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມເປັນແຕ່ລະຫົວຂໍ້, ໂດຍກອງປະຊຸມ
ໄດ້ປຶກສາຫາລືກ່ຽວກັບການເຊື່ອມຕໍ່ດ້ານຍຸດທະສາດ ແລະ ນະໂຍບາຍຕ່າງໆ, ດ້ານໂຄງລ່າງພື້ນຖານ, ການຄ້າເສລີ ແລະ ການເຊື່ອມຕໍ່ດ້ານການພົວພັນ
ລະຫວ່າງປະຊາຊົນກັບປະຊາຊົນຢ່າງໃກ້ສິດສະໜິດແໜ້ນ.