ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ສະຫຼຸບປະເມີນຜົນວຽກງານ
ຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2017

     ໃນວັນທີ 15 ມິຖຸນາ 2017 ນີ້, ກົມໃຫຍ່ເສນາທິການກອງທັບໄດ້ສະຫຼຸບປະເມີນຜົນວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນ
ການ 6 ເດືອນທ້າຍປີຂຶ້ນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນກະຊວງປ້ອງກັນ
ປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ເຊິ່ງມີບັນດາສະຫາຍຫົວໜ້າກົມ, ຮອງຫົວໜ້າກົມ, ພະແນກການ ແລະ ແຂກຖືກເຊີນເຂົ້າຮ່ວມ.


ພົນຕີ ສຸວອນ ເລືອງບຸນມີ ເປັນປະທານສະຫຼຸບປະເມີນຜົນວຽກງານ ຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2017

     ພັນເອກ ສົມພອນ ມິດຕະພອນ ຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດທິດທາງ
ແຜນການ-ຄາດໝາຍສູ້ຊົນແຕ່ລະດ້ານທີ່ຄະນະພັກອົງການກົມໃຫຍ່ເສນາທິການກອງທັບວາງອອກໃນ 6 ເດືອນຜ່ານມານັ້ນເຖິງແມ່ນສະພາບການຂອງ
ໂລກ ມີຫຼາຍເຫດການຮ້າຍແຮງເກີດຂຶ້ນທີ່ສົ່ງຜົນຕໍ່ການປະຕິບັດໜ້າທີ່ການເມືອງຂອງແຕ່ລະຂົງເຂດວຽກງານ ແຕ່ສັງລວມແລ້ວເຫັນວ່າສະພາບການພາຍ
ໃນບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນໃນທົ່ວປະເທດຍັງສືບຕໍ່ມີຄວາມສະຫງົບໜັກແໜ້ນດ້ານການເມືອງ ເຊິ່ງໃນນີ້ກົມໃຫຍ່ເສນາທິການກອງ
ທັບແມ່ນໄດ້ເປັນເຈົ້າການປະສານສົມ ທົບກັບກົມໃຫຍ່ການເມືອງກອງທັບ ແລະ ກະຊວງທີ່ກ່ຽວຂ້ອງ-ອຳນາດການປົກຄອງທ້ອງຖິ່ນ, ຈັດຕັ້ງພະນັກງານ
ຫັນລົງກໍ່ສ້າງຮາກຖານການເມືອງຢູ່ບັນດາທ້ອງຖິ່ນຕ່າງໆ ແລະ ເຂດຈຸດສຸມຂອງກະຊວງປ້ອງກັນປະເທດ ໂດຍສະເພາະຈຸດສຸມກຸ່ມບ້ານຄັງວຽງ ເມືອງໝອກ
ແຂວງຊຽງຂວາງ, ບັນດາແຂວງພາກເໜືອ, ເຂດໃຈກາງ ແລະ ເຂດພາກກາງ, ໄດ້ຊີ້ນຳບັນດາໂຄງການກໍ່ສ້າງຕ່າງໆ ຕິດຕາມສະກັດກັ້ນການລັກລອບຂຸດ
ຄົ້ນຊັບພະຍາກອນທຳມະຊາດ, ຄ້າຂາຍສິ່ງທີ່ຜິດກົດໝາຍ, ຢາເສບຕິດ, ໄມ້ເຖື່ອນ, ການຍົກຍ້າຍຖິ່ນຖານ ແລະ ອື່ນໆ, ວຽກງານສຶກສາອົບຮົມການ
ເມືອງນຳພາແນວຄິດສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ແກ່ພະນັກງານ-ສະມາຊິກພັກ ແລະ ນັກຮົບຢູ່ອົງການ-ກົມກອງຢ່າງມີຈຸດສຸມໃນ 6
ເດືອນຜ່ານມາສະພາບແນວຄິດຂອງພະນັກງານ-ສະມາຊິກພັກ, ນັກຮົບທົ່ວກົມໃຫຍ່ເສນາທິການມີຄວາມສະຫງົບດີ, ວຽກງານກຽມພ້ອມສູ້ຮົບ ແລະ
ຕ້ານໄພພິບັດແມ່ນໄດ້ຊີ້ນຳກຳລັງຫຼວງ-ກຳລັງທ້ອງຖິ່ນເອົາໃຈໃສ່ຕິດຕາມກຳແໜ້ນສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີຢູ່ພາຍໃນ-ນອກຊາຍແດນ,
ຈັດຕັ້ງກຳລັງ-ພາຫະນະຫັນເຂົ້າປະຈຳການກຽມພ້ອມສູ້ຮົບເປັນປົກກະຕິ ແລະ ສາມາດຈັດຕັ້ງແກ້ໄຂໄດ້ບັນຫາຕ່າງໆທີ່ຈະເກີດຂຶ້ນຢ່າງທັນການ, ຊີ້ນຳ
ກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນຕິດຕາມພາຫະນະເຂົ້າກອບກູ້ຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກທຳມະຊາດຕ່າງໆທີ່ຈະເກີດຂຶ້ນໄດ້ທັນເວລາ.
ກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນຂອງບັນດາກົມກອງທີ່ກ່ຽວຂ້ອງ ແລະ ກຳນົດທິດທາງແຜນການຄາດໝາຍສູ້ຊົນແຕ່ລະດ້ານໃນ 6
ເດືອນທ້າຍເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີຂຶ້ນກວ່າເກົ່າ.

     ໂອກາດນີ້ ທ່ານ ພົນຕີ ສຸວອນ ເລືອງບຸນມີ ກໍໄດ້ເນັ້ນໜັກໃຫ້ບັນດາສະຫາຍໃນຄະນະພັກຈົ່ງສືບຕໍ່ແກ້ໄຂບັນດາປາກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ
ຢູ່ຂອບເຂດຄວາມຮັບຜິດຊອບ, ຍົກສູງວຽກງານສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບເຊື່ອມຊຶມກຳແໜ້ນຕໍ່ແນວທາງນະໂຍບາຍ
ຂອງພັກ, ສືບຕໍ່ເສີມຂະຫຍາຍປັບປຸງວຽກງານແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນກ່ວາເກົ່າ.