ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນຈັດຕະວາ ຜາລົມ ລິນທອງ
ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຄູ-ອາຈານຫວຽດນາມ

     ຕອນເຊົ້າວັນທີ 15 ມິຖຸນາ 2017 ນີ້, ທີ່ຫ້ອງຮັບແຂກກອງພົນທີ 4 ສະຫາຍ ພົນຈັດຕະວາ ຜາລົມ ລິນທອງ ກໍາມະການຄະນະພັກກະຊວງປ້ອງກັນ
ປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພັນເອກ ຫງວຽນ ຈ້ອງ ຮາຍ ຮອງຫົວໜ້າອໍານວຍການ
ວິທະຍາຄານ-ວິທະຍາສາດການທະຫານແຫ່ງ ສສ ຫວຽດນາມ ພ້ອມຄະນະ ເນື່ອງໃນໂອກາດເດີນທາງມາເຂົ້າຮ່ວມງານພົບປະອະດີດນັກສຶກສາກອງທັບ
ປະຊາຊົນລາວທີ່ຮຽນຈົບຈາກໂຮງຮຽນກອງທັບປະຊາຊົນຫວຽດນາມ ເພື່ອລະນຶກປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ກໍຄືປີສະ
ເຫຼີມສະຫຼອງ 2 ວັນປະຫວັດສາດຂອງປະ ຊາຊົນສອງຊາດ, ສອງພັກ, ສອງກອງທັບ ລາວ-ຫວຽດນາມ ໃນປີ 2017 ນີ້.


ພົນຈັດຕະວາ ຜາລົມ ລິນທອງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຄູ-ອາຈານຫວຽດນາມ

     ໃນໂອກາດນີ້ ສະຫາຍ ພົນຈັດຕະວາ ຜາລົມ ລິນທອງ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ການເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມງານ
ພົບປະອະດີດນັກສຶກສາກອງທັບປະຊາຊົນລາວທີ່ຮຽນຈົບຈາກ ຫວຽດນາມຂອງຄະນະຜູ້ແທນຄູອາຈານທີ່ມາຈາກບັນດາໂຮງຮຽນ, ວິທະຍາຄານກອງທັບ
ປະຊາຊົນຫວຽດ ນາມໃນຄັ້ງນີ້ ເຊິ່ງເປັນການເພີ່ມພູມຄູນສ້າງສາຍພົວພັນຮ່ວມມືແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມາແຕ່ດົນນານ
ນັ້ນໃຫ້ໜັ້ນຄົງທະນົງແກ່ນຕະຫຼອດໄປ. ພ້ອມດຽວກັນນີ້, ສະຫາຍ ພັນເອກ ຫງວຽນ ຈ້ອງ ຮາຍ ກໍໄດ້ກ່າວຂອບອົກຂອບໃຈມາຍັງທ່ານຮອງຫົວໜ້າກົມ
ໃຫຍ່ການເມືອງຢ່າງສູງທີ່ໃຫ້ໂອກາດສະຫຼະເວລາຕ້ອນຮັບ ຄະນະຂອງສະຫາຍໄດ້ເຂົ້າຢ້ຽມຢາມ ພ້ອມທັງພົບປະໂອ້ລົມ ເຊິ່ງເປັນເວລາ ແລະ ໂອກາດທີ່ດີ
ທີ່ສຸດສໍາຫຼັບຄະນະຜູ້ແທນຂອງພວກເຮົາໃນຄັ້ງນີ້. ກໍຄືປົກປັກຮັກສາໝາກຜົນຂອງການປະຕິວັດຂອງປະຊາຊົນສອງຊາດ, ສອງພັກ, ສອງກອງທັບ, ລາວ
ຫວຽດນາມໄວ້ໃຫ້ໜັ້ນຄົງທະນົງແກ່ນຕະຫຼອດໄປ.